ສານ ນວ ຕັດສິນ ຈຳເລີຍ ທີ່ພົວພັນກັບ ການຊື້ - ຂາຍຢາເສບຕິດ
ສານ ນວ ຕັດສິນ ຈຳເລີຍ ທີ່ພົວພັນກັບ ການຊື້ - ຂາຍຢາເສບຕິດ

ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ຈັດປະຊຸມສານ ພິຈາລະນາ ຄະດີຄ້າຂາຍຢາເສບຕິດ ( ການຊື້ – ຂາຍຢາເສບຕິດ ) ຈໍາເລີຍ ຊື່ ທ້າວ ສອນສຸລີ ຫຼື ບ໋ອບ ອາຍຸ 31 ປີ ຢູ່ບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ 8 ສິງຫາ 2019, ເຊິ່ງຜ່ານການວິນິດໄສແລ້ວ ເຫັນຄວນລົງໂທດ ຈໍາເລີຍ ຈໍາຄຸກ 5 ປີ ແລະ ປັບໃໝເງິນ ຈຳນວນ 10.000.000 ກີບ.

ອົງການໄອຍະການ ປະຊາຊົນ ໄດ້ນຳເອົາສໍານວນຄະດີອາຍາຂັ້ນຕົ້ນ ສະບັບເລກທີ 745/ອຍກ ມາຖະແຫຼງໄຈ້ ແຍກ ການກະທໍາຜິດຕົວຈິງຂອງ ຈໍາເລີຍ ຕໍ່ຄະນະສານ ວ່າ:

ທ້າວ ສອນສຸລີ ອາຍຸ 31 ປີ ຢູ່ບ້ານດົງປ່າແຫຼບ, ເມືອງຈັນທະບູລີ ໄດ້ຖືກ ເຈົ້າໜ້າທີ່ ໜ່ວຍງານປາບປາມຢາເສບຕິດ ກັກຕົວ ໃນວັນທີ 6 ພະຈິກ 2018 ມາດຳເນີນຄະດີ ເຊິ່ງສາມາດສະຫຼຸບເນື້ອໃນຄະດີ ໄດ້ດັ່ງນີ້:

ຈຳເລີຍ ເລີ່ມພົວພັນເສບຢາເສບຕິດ ມາແຕ່ປີ 2000, ເສບມື້ລະ 2 – 3 ເມັດ, ຢາບ້າທີ່ຊື້ມາເສບ ແຕ່ລະຄັ້ງ ແມ່ນໄດ້ຊື້ນໍາໄວລຸ້ນທີ່ມາຂາຍ ຢູ່ຕາມແຄມທາງ ເຂດສົ້ນຂົວ ບ້ານດົງປ່າແຫຼບ ແລະ ເສບມາແລ້ວຫຼາຍຄັ້ງ ບໍ່ສາມາດຈື່ໄດ້ ແລະ ຈຳເລີຍ ຍັງມີຄວາມຕ້ອງການເສບຫຼາຍຂຶ້ນເລື້ອຍໆ.

  • ມາໃນເດືອນມິຖຸນາ 2018, ຈຳເລີຍ ຈຶ່ງເລີ່ມເຄື່ອນໄຫວຄ້າຂາຍຢາບ້າ, ໂດຍຊື້ມາຂາຍນໍາ ທ້າວ ຍີ້ລຸນ ອາຍຸ 25 ປີ ຢູ່ບ້ານດົງປ່າແຫຼບ ຊື້ຄັ້ງລະ 10 ເມັດ; ເມື່ອໄດ້ຢາບ້າແລ້ວ ຈຳເລີຍ ກໍນຳໄປຂາຍໃຫ້ກັບໄວລຸ້ນທີ່ມົ້ວສຸມ ແລະ ກຳມະກອນທົ່ວໄປ ພ້ອມທັງແບ່ງເສບຈຳນວນໜຶ່ງ.
ຄ້າຂາຍຢາເສບຕິດ ຖືກຕັດສິນ ທັງຈຳທັງປັບ ຢ່າງຫຼີກລ່ຽງບໍ່ໄດ້
ຄ້າຂາຍຢາເສບຕິດ ຖືກຕັດສິນ ທັງຈຳທັງປັບ ຢ່າງຫຼີກລ່ຽງບໍ່ໄດ້
  • ມາໃນວັນທີ 6 ພະຈິກ 2018, ຈຳເລີຍ ໄດ້ໄປຊື້ຢາບ້ານຳ ທ້າວ ບີ້ລຸນ ຢູ່ຮ້ານເກມ ຈໍານວນ 50 ເມັດ, ຫຼັງຈາກຊື້ຢາບ້າມາແລ້ວ ຈຳເລີຍ ກໍໄດ້ເອົາມາຈຳນວນໜຶ່ງ ແລະ ຂາຍໃຫ້ກັບໄວລຸ້ນ ຍັງເຫຼືອ 21 ເມັດ; ຈາກນັ້ນ, ມີໄວລຸ້ນໂທລະສັບມາຫາ ບອກວ່າ: ຕ້ອງການຢາບ້າ ຈຳນວນ 10 ເມັດ ໂດຍນັດຈຸດຊື້ – ຂາຍ ຢູ່ເຂດເສັ້ນທາງ ບ້ານດົງປ່າແຫຼບ.
  • ຮອດເວລາປະມານ 14:00 ໂມງ, ຈຳເລີຍ ໄດ້ອອກໄປຕາມທີ່ນັດໝາຍ ເມື່ອໄປຮອດຈຸດນັດພົບ ບໍ່ເຫັນຊາຍທີ່ສັ່ງຊື້ຢາບ້າ 10 ເມັດນັ້ນ ຈຶ່ງໄດ້ໂທລະສັບຫາ ແຕ່ບໍ່ຮັບ; ຈາກນັ້ນ, ປະມານ 5 ນາທີ ຈຶ່ງຖືກ ເຈົ້າໜ້າທີ່ ກັກຕົວ ພ້ອມຂອງກາງຢາບ້າ ຈຳນວນ 21 ເມັດ ມາດຳເນີນຄະດີ, ຕາມບົດບັນທຶກການກັກຕົວ ແລະ ຕາມບົດບັນທຶກຄໍາໃຫ້ການຂອງ ຈຳເລີຍ.
ຜ່ານການຄົ້ນຄວ້າ ບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີ ຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ:

ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນ ວ່າ: ການກະທໍາຂອງ ທ້າວ ສອນບູລີ ( ຈຳເລີຍ ) ເປັນການກະທໍາຜິດທາງອາຍາ ໃນສະຖານ ການຊື້ – ຂາຍຢາເສບຕິດ ປະເພດຢາບ້າ ຊຶ່ງແຕະຕ້ອງຕໍ່ເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມ ບໍ່ມີຄວາມສະຫງົບ ຕາມທີ່ປະມວນກົດໝາຍອາຍາ ມາດຕາ 315 ລະບຸໄວ້.

ສ່ວນຂອງກາງຢາບ້າ ຈໍານວນ 21 ເມັດ ໄດ້ນໍາເຂົ້າໃນການພິສູດວິໄຈ, ເຊິ່ງຜ່ານການພິສູດ ເຫັນວ່າ: ຢາບ້າດັ່ງກ່າວ ແມ່ນບັນຈຸສານເສບຕິດ ທີ່ອອກລິດຕໍ່ ຈິດປະສາດແທ້, ຕາມໃບຢັ້ງຢືນ ຜົນການວິໄຈຂອງ ພາກສ່ວນທີ່ກ່ຽວຂ້ອງ.

ສະນັ້ນ, ຈຶ່ງເຫັນວ່າ: ຈໍາເລີຍ ໄດ້ກະທໍາຜິດ ໂດຍເຈດຕະນາ ເນື່ອງຈາກວ່າ ຈໍາເລີຍ ໄດ້ຕັ້ງໃຈ ຄ້າຂາຍຢາເສບຕິດ ທັງທີ່ຮູ້ວ່າ ການຊື້ – ຂາຍຢາເສບຕິດ ເປັນສິ່ງທີ່ ກົດໝາຍ ຫ້າມກະທຳ ໂດຍເດັດຂາດ, ແຕ່ ຈຳເລີຍ ກໍໄດ້ກະທຳຜິດ ຕາມທີ່ກົດໝາຍລະບຸໄວ້ ວ່າ:

  • ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ( Ice ) ຫຼື ວັດຖຸອອກລິດຕໍ່ ຈິດປະສາດ ຜ່ານ ສປປ ລາວ ເກີນກວ່າ 0,3 – 100 ກຼາມ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 5 – 10 ປີ ແລະ ຈະຖືກປັບໃໝ ແຕ່ 10.000.000 – 100.000.000 ກີບ.
ສານ ພິຈາລະນາ ຄະດີຄ້າຂາຍຢາເສບຕິດ ( ການຊື້ - ຂາຍຢາເສບຕິດ )
ສານ ພິຈາລະນາ ຄະດີຄ້າຂາຍຢາເສບຕິດ ( ການຊື້ – ຂາຍຢາເສບຕິດ )

ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານ ຈຶ່ງຕັດສິນ ທ້າວ ສອນສຸລີ ຈຳຄຸກ 5 ປີ ແລະ ປັບໃໝເງິນ ຈຳນວນ 10.000.000 ກີບ.

ນອກຈາກນີ້, ເປົ້າໝາຍທີ່ຖືກຊັດທອດ ຄື: ທ້າວ ບີ້ລຸນ ອາຍຸ 26 ປີນັ້ນ ເຈົ້າໜ້າທີ່ ບໍ່ສາມາດນໍາຈັບຕົວໄດ້ ເນື່ອງຈາກວ່າ ຜູ້ກ່ຽວ ໄດ້ເອົາຕົວຫຼົບໜີ ແລະ ບໍ່ຮູ້ວ່າຢູ່ໃສ, ຕາມບົດສະຫຼຸບຄະດີ ສະບັບເລກທີ 97/ປຈລ ລົງວັນທີ 10 ພຶດສະພາ 2019.