ການຈັດແບ່ງວຽກນຳຈັບຕົວ ຄົນຮ້າຍລາຍນີ້ ( ເປົ້າໝາຍປຸ້ນທະນາຄານ ), ມີ ພັອ ຟາມດິ່ງທີ ເປັນຮອງຫົວໜ້າຄະນະມ້າງລາຍຄະດີ ພ້ອມດ້ວຍ ພະນັກງານ – ນັກຮົບ ທີ່ຂຶ້ນກັບ ຕຳຫຼວດກຸ່ມ ຟູເຖາະ, ຟູ່ນິ້ງ, ແທງບາ, ເລິ້ມທາວ, ຫວຽດຈີ່ ແລະ ກຸ່ມເກີມເຄ ໄດ້ພ້ອມກັນເຕົ້າລວມກຳລັງ ແລະ ອາວຸດ ເພື່ອປະກອບສ່ວນເຂົ້າໃນການນຳຈັບຕົວ ຜູ້ກໍ່ເຫດນີ້.

ນອກຈາກ ການປະສານສົມທົບຈາກ ພະນັກງານວິຊາການພາກສ່ວນຕ່າງໆ ແລ້ວ, ຍັງມີ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຂອງທຸກພາກສ່ວນ ເຂົ້າຮ່ວມນຳ; ຜ່ານການແບ່ງໜ້າທີ່ ໃນການຕິດຕາມ ເປົ້າໝາຍປຸ້ນຊັບທະນາຄານ, ຜູ້ຊີ້ນຳ ແລະ ທຸກພາກສ່ວນ ໄດ້ປະຕິບັດໂດຍເລີ່ມຈາກການຕັ້ງດ່ານກວດກາຂອງ ຕຳຫຼວດຈະລາຈອນ ເຮັດໜ້າທີ່ກວດກາທຸກພາຫະນະທີ່ສົງໄສ, ລົງລັດຕາມຮ່ອມຊອຍ ທີ່ເຫັນວ່າ ຈະເປັນເສັ້ນທາງຫຼົບໜີຂອງເປົ້າໝາຍ; ພ້ອມດຽວກັນນີ້, ພາກສ່ວນອື່ນ ກໍເຮັດໜ້າທີ່ອອກລາດຕະເວນ ຕິດຕາມການເຄື່ອນໄຫວຂອງ ເປົ້າໝາຍທີ່ສົງໄສໃນທົ່ວຂົງເຂດ ແຂວງຟູເຖາະ.

ທັ້ງນີ້, ທາງເຈົ້າໜ້າທີ່ ເນັ້ນໃສ່ຕໍ່ບັນດາເປົ້າໝາຍທີ່ມີປະຫວັດເຄີຍຕ້ອງໂທດມາກ່ອນ ໂດຍສະເພາະແມ່ນ ຜູ້ທີ່ເຄີຍມີປະຫວັດ ຄະດີລັກຊັບພົນລະເມືອງ, ເປົ້າໝາຍທີ່ເຄີຍຖືກດຳເນີນຄະດີ ກ່ຽວກັບ ການຫຼິ້ນການພະນັນ, ເລກ, ຕິດຢາເສບຕິດ ແລະ ເປົ້າໝາຍເປັນໜີ້ສິນ ບໍ່ມີຄວາມສາມາດຈ່າຍ.

ໂດຍຈຸດປະສົງຂອງ ຄະນະຮັບຜິດຊອບມ້າງລາຍຄະດີ ວາງໄວ້ວ່າ:

ຖ້າຫາກພາກສ່ວນໃດ ຫາກເຮັດວຽກເກັບກຳເປົ້າໝາຍ ຫຼື ປ່ອຍໃຫ້ເປົ້າໝາຍທີ່ເປັນຜູ້ກໍ່ເຫດຄັ້ງນີ້ ຫຼຸດໄປໄດ້ ພາກສ່ວນນັ້ນຈະຖືກຕຳນິ ຫຼື ລົງວິໄນ ຢ່າງໜັກ; ສະນັ້ນແລ້ວ, ເຈົ້າໜ້າທີ່ທຸກພາກສ່ວນ ຈຶ່ງໄດ້ເຮັດໃບປິວ ໂດຍນຳຮູບພາບທີ່ເກັບກຳໄດ້ຈາກກ້ອງວົງຈອນປິດ ພ້ອມທັງຂຽນເນື້ອໃນຮູບຊົງຂອງຄົນຮ້າຍ ໄວ້ໃນເຈ້ຍນັ້ນຢ່າງລະອຽດ. ຈາກນັ້ນ, ໄດ້ເອົາໄປເລາະຕິດຕາມຢູ່ເຂດຊຸມນຸມຊົນ ຫຼື ຕາມສະຖານທີ່ຕ່າງໆ ເພື່ອໃຫ້ຜູ້ຮູ້ເຫັນ ຜູ້ກ່ຽວ ແລ້ວແຈ້ງເຂົ້າຫາ ເຈົ້າໜ້າທີ່ ບ່ອນໃກ້ສຸດ.

ໜ່ວຍທະນາຄານແຫ່ງໜຶ່ງ ຕົກເປັນເປົ້າໝາຍຂອງ ຄົນຮ້າຍ ກໍ່ເຫດປຸ້ນທະນາຄານ ເພື່ອເອົາໄປໃຊ້ນີ້
ໜ່ວຍທະນາຄານແຫ່ງໜຶ່ງ ຕົກເປັນເປົ້າໝາຍຂອງ ຄົນຮ້າຍ ກໍ່ເຫດປຸ້ນທະນາຄານ ເພື່ອເອົາໄປໃຊ້ນີ້

ຜ່ານການລົງຕິດຕາມ ດ້ວຍວິທີການວິຊາສະເພາະ, ເຈົ້າໜ້າທີ່ ສາມາດເກັບກຳຂໍ້ມູນເປົ້າໝາຍສົງໄສໄດ້ ໂດຍແມ່ນ ທ້າວ ນາມ, ເຊິ່ງເປັນຄົນຕິດຫຼິ້ນການພະນັນ; ຜູ້ກ່ຽວ ເປັນລູກຊາຍຫຼ້າ ແລະ ລູກຊາຍດຽວ ໃນເຮືອນ, ມີອ້າຍ – ນ້ອງ ຮ່ວມກັນຫຼາຍຄົນ ຫຼັງຈາກທີ່ຮຽນຈົບ ມໍ 6 ຜູ້ກ່ຽວ ບໍ່ໄດ້ໄປຮຽນຕໍ່ ຈຶ່ງໄດ້ຊອກວຽກເຮັດໄປເລື້ອຍໆ; ໃນນັ້ນ, ຜູ້ກ່ຽວໄດ້ເຮັດວຽກເປັນພິທິກອນງານດອງ ແລະ ກໍເຄີຍເປີດຮ້ານອິນເຕີເນັດ.

ແຕ່ຍ້ອນ ຜູ້ກ່ຽວ ຍັງຫຼິ້ນກິນຟຸມເຟືອຍ ຈຶ່ງບໍ່ສາມາດດຳເນີນທຸລະກິດດັ່ງກ່າວໄດ້ ແລະ ກາຍມາເປັນຄົນບໍ່ມີວຽກເຮັດ ຫາຫຼິ້ນກິນໄປມື້ໆ, ສຸດທ້າຍ ທ້າວ ນາມ ກາຍເປັນລູກໜີ້ຂອງຫຼາຍໆຄົນ ຍ້ອນການຢືມເງິນມື້, ເງິນດອກເບ້ຍສູງ; ນອກນັ້ນ, ຜູ້ກ່ຽວ ຍັງຢືມເງິນນຳພີ່ນ້ອງ, ຄົນຮູ້ຈັກຮັກແພງອີກຈຳນວນໜຶ່ງ ແລະ ຫຼ້າສຸດ, ຜູ້ກ່ຽວ ບໍ່ມີຄວາມສາມາດຈະຫາເງິນມາຈ່າຍຈຳນວນທີ່ຢືມນັ້ນ ຈຶ່ງເຮັດໃຫ້ໝູ່ຄູ່ຂອງຜູ້ກ່ຽວບໍ່ສົນໃຈ ຜູ້ກ່ຽວ ແລະ ປ່ອຍ ໃຫ້ຜູ້ກ່ຽວໄປຕາມທາງຂອງຕົນເອງ.

ຂະນະດຽວກັນນີ້, ພະນັກງານຕິດຕາມເປົ້າໝາຍທີ່ໄດ້ຕິດຕາມຜູ້ກ່ຽວ ຕາມເສັ້ນທາງໜີ ຫຼັງກໍ່ເຫດນັ້ນ ສາມາດເກັບກຳໄດ້ບາງຂໍ້ມູນ ສຸດທີ່ສຳຄັນ, ເຊິ່ງມີປະຊາຊົນມາແຈ້ງກັບ ເຈົ້າໜ້າທີ່ ວ່າ: ພົບເປົ້າໝາຍຢູ່ທີ່ເຂດຕາແສງແບັກລິ້ວ ເມືອງຊົງໂລ ແຂວງຫວິງຟຸກ ເປັນໄວ້ລຸ້ນຊາຍ ຂັບຂີ່ລົດຈັກ ແລະ ມີຮູບລັກສະນະຄ້າຍຄືກັບພາບທີ່ ເຈົ້າໜ້າທີ່ ຕິດປະກາດຊອກຈັບຕົວ ໃນ ຄະດີປຸ້ນຊັບທະນາຄານ.

ຈາກນັ້ນ, ເຈົ້າໜ້າທີ່ ໄດ້ຕິດຕາມການເຄື່ອນໄຫວຂອງ ເປົ້າໝາຍ ກໍ່ເຫດປຸ້ນທະນາຄານ ລາຍນີ້, ເມື່ອເຂົ້າໃກ້ລົດຜູ້ກ່ຽວ ເຈົ້າໜ້າທີ່ ຮູ້ໄດ້ລະອຽດ ກ່ຽວກັບ ເລກທະບຽນລົດທີ່ຜູ້ກ່ຽວຂັບຂີ່ຢູ່ ນັ້ນແມ່ນ 22H8 – 8274 ແລ້ວຈຶ່ງໄດ້ລາຍງານຂຶ້ນຫາຂັ້ນເທິງ ເພື່ອກວດກາເບິ່ງເຈົ້າຂອງລົດຄັນດັ່ງກ່າວ ເຊິ່ງພົບວ່າເປັນລົດຂອງ ທ້າວ ຫງວຽນຫງັອກແທ້ງ ເກີດປີ 1977 ຢູ່ເມືອງເຊີນເຢືອງ ແຂວງຕຽນກວາງ.

ເມື່ອເຈົ້າໜ້າທີ່ ນຳໄປຮອດເຮືອນຂອງຜູ້ກ່ຽວ ປະກົດວ່າ: ທ້າວ ຫງວຽນຫງັອກແທ້ງ ບໍ່ຢູ່, ທາງເຈົ້າໜ້າທີ່ ຈຶ່ງໄດ້ລົມກັບລູກຊາຍຂອງຜູ້ກ່ຽວ ແລ້ວຮູ້ຂໍ້ມູນອີກວ່າ ກ່ອນໜ້ານີ້ບໍ່ດົນ ທ້າວ ຫງວຽນຫງັອກແທ້ງ ໄດ້ເອົາລົດຈັກຄັນດັ່ງກ່າວໃຫ້ຜູ້ຊາຍທີ່ຊື່ ນາມ ຢືມ, ເຊິ່ງຊາຍຄົນນີ້ ຢູ່ເມືອງຟູນິ້ງ.

ໃນຄະນະນີ້, ເຈົ້າໜ້າທີ່ ໄດ້ຕັ້ງຄຳຖາມຂຶ້ນວ່າ: ທ້າວ ນາມ ກໍແມ່ນ ທ້າວ ຫງວຽນແທ່ງນາມ ທີ່ເປັນເປົ້າໝາຍກໍ່ເຫດ ຕາມການສັນນິຖານຂອງ ເຈົ້າໜ້າທີ່ ຫຼື ບໍ?; ຈາກນັ້ນ, ເຈົ້າໜ້າທີ່ ໄດ້ພົບກັບ ທ້າວ ແທ້ງ ເຈົ້າຂອງລົດຄັນດັ່ງກ່າວ ຈຶ່ງໄດ້ຢັ້ງຢືນວ່າ ທ້າວ ນາມ ແມ່ນຄົນໆດຽວກັບ ທ້າວ ຫງວຽນແທ່ງນາມ ແລະ ປັດຈຸບັນ ຜູ້ກ່ຽວ ກຳລັງເອົາຕົວຫຼົບໜີ.

ຕິດຕາມຈັບຕົວຄົນຮ້າຍ ກໍ່ເຫດ ກໍ່ເຫດປຸ້ນທະນາຄານ ຫອບເງິນໜີໄປ 527 ລ້ານດົ່ງ
ຕິດຕາມຈັບຕົວຄົນຮ້າຍ ກໍ່ເຫດ ກໍ່ເຫດປຸ້ນທະນາຄານ ຫອບເງິນໜີໄປ 527 ລ້ານດົ່ງ

ຈາກນັ້ນ, ເຈົ້າໜ້າທີ່ ເຮັດວຽກງານຕິດຕາມເປົ້າໝາຍ ກໍ່ເຫດປຸ້ນທະນາຄານ ໄດ້ສຸມໃສ່ເລັ່ງຕິດຕາມເສັ້ນທາງທີ່ ຜູ້ກ່ຽວກຳລັງເອົາຕົວຫຼົບໜີ; ເຊິ່ງຜ່ານການລາຍງານ ກໍຮູ້ວ່າ: ຜູ້ກ່ຽວ ກຳລັງຫາທາງຫຼົບໜີອອກໄປທີ່ ປະເທດຈີນ ແລະ ຖ້າຫາກສະກັດ ຜູ້ກ່ຽວ ບໍ່ທັນ, ເຫື່ອແຮງຂອງອ້າຍ – ນ້ອງພະນັກງານທັງໝົດ ແມ່ນບໍ່ມີຄວາມໝາຍຫຍັງທັງໝົດ.

ເມື່ອເປັນເຊັ່ນນັ້ນ, ທຸກພາກສ່ວນ ຈຶ່ງພ້ອມກັນສຸມໃສ່ສະກັັດເສັ້ນທາງທີ່ເປັນໄປໄດ້ວ່າ ຜູ້ກ່ຽວ ຈະໜີອອກນອກປະເທດ ແລະ ຕາມການຄາດຄະເນຂອງ ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຜູ້ກ່ຽວ ອາດຈ້າງລົດແທັກຊີ ກັບໄປທີ່ ແຂວງຕຽນກວາງ ແຕ່ຜູ້ກ່ຽວຈະພັກ ຫຼື ລີ້ຊ່ອນຢູ່ໃສນັ້ນ ແມ່ນຍັງບໍ່ຮູ້ແນ່ນອນ.

( ຕິດຕາມຕອນຕໍ່ໄປ… )