ຈາກນັ້ນ, ຈຶ່ງໄດ້ປະສານຫາ ຈຸພະນັກງານທີ່ຕິດຕາມ ຢູ່ແຂວງຕຽນກວາງ ເພີ່ມຄວາມເອົາໃສ່ຕິດຕາມ ແລະ ຜ່ານການອອກຕິດຕາມ, ມາວັນທີ 1 ມິຖຸນາ 2019 ກໍພົບ ເປົ້າໝາຍສົງໄສ ຄະດີປຸ້ນຊັບທະນາຄານ ທີ່ເປັນຊາຍໄວລຸ້ນ ທີ່ປໍ້ານ້ຳມັນແຫ່ງໜຶ່ງແຄມທາງ, ເຈົ້າໜ້າທີ່ ຈຶ່ງເຂົ້າກັກຕົວ ຜູ້ກ່ຽວ ໄດ້.

ຜ່ານການສອບສວນເບື້ອງຕົ້ນ, ຜູ້ກ່ຽວ ບໍ່ຈິງໃຈຕອບຕາມຄຳຖາມ ເຈົ້າໜ້າທີ່ ໂດຍບອກວ່າ: ຕົນເອງຊື່ ທ້າວ ເທິ້ນ, ພ້ອມທັງເອົາບັດປະຈຳຕົວຂອງຄົນອື່ນອອກມາຢັ້ງຢືນ; ແຕ່ຜ່ານໜ້າວຽກວິຊາສະເພາະຂອງ ພະນັກງານ ການປິດບັງຂອງຜູ້ກ່ຽວກໍຖືກເປີດເຜີຍ, ໂດຍສຸດທ້າຍ ຜູ້ກ່ຽວ ກໍຍອມຮັບວ່າ ຕົນເອງຊື່ ທ້າວ ນາມ ເຊິ່ງເປັນ ເປົ້າໝາຍປຸ້ນຊັບທະນາຄານ ແລະ ກຳລັງເອົາຕົວຫຼົບໜີການຕາມຈັບຕົວຂອງ ເຈົ້າໜ້າທີ່.

ໃນຂະນະທີ່ກຳລັງນຳຕົວ ຜູ້ກ່ຽວ ກັບໄປທີ່ຫ້ອງການ, ຜູ້ກ່ຽວ ໄດ້ຮັບສາລະພາບ ແລະ ຍົກເຫດຜົນອ້າງ ວ່າ:

ຕົນເອງຫຼິ້ນການພະນັນ ( ໄພ້ ) ຈົນເປັນໜີ້ພີ່ນ້ອງ ແລະ ໝູ່ເພື່ອນອີກຈຳນວນຫຼາຍ ບໍ່ມີທາງຫາເງິນມາໃຊ້ໜີ້; ໃນນັ້ນ, ຜູ້ກ່ຽວ ໄດ້ຢືມເງິນມີດອກເບ້ຍນຳ ທ້າວ ຮວ່າງຈ່າ ຢູ່ເມືອງຈຸ້ງຢາບ ແຂວງຟູນິ້ງ ເປັນເວລາ 4 – 5 ປີມາແລ້ວ ດ້ວຍຈຳນວນເງິນຢືມເບື້ອງຕົ້ນແມ່ນ 10 ລ້ານດົ່ງ ແລະ ໄດ້ຢືມເພີ່ມອີກຫຼາຍຄັ້ງ ດ້ວຍດອກເບ້ຍ 3.000 ດົ່ງ/1 ລ້ານ/ມື້.

ຫຼ້າສຸດ, ຜູ້ກ່ຽວ ຍັງໄດ້ຢືມເງິນນຳ ທ້າວ ຮວ່າງຈ່າ ເພີ່ມອີກຈຳນວນ 7 ລ້ານດົ່ງ ລວມໜີ້ເກົ່າເປັນເງິນ 34 ລ້ານດົ່ງ ແລະ ກໍຍັງຍອມຕໍ່ອັດຕາດອກເບ້ຍຕາມທີ່ກ່າວຂ້າງເທິງ; ພ້ອມນັ້ນ, ຜ່ານມາ ຜູ້ກ່ຽວ ກໍໄດ້ຈ່າຍເງິນດອກເບ້ຍໃຫ້ກັບເຈົ້າຂອງເງິນແລ້ວ ຈົນບໍ່ຈື່ວ່າ ເປັນເງິນເທົ່າໃດແລ້ວ.

ຕິດຕາມຈັບຕົວຄົນຮ້າຍ ກໍ່ເຫດ ກໍ່ເຫດປຸ້ນທະນາຄານ ຫອບເງິນໜີໄປ 527 ລ້ານດົ່ງ
ຕິດຕາມຈັບຕົວຄົນຮ້າຍ ກໍ່ເຫດ ກໍ່ເຫດປຸ້ນທະນາຄານ ຫອບເງິນໜີໄປ 527 ລ້ານດົ່ງ

ນອກຈາກນີ້, ທ້າວ ນາມ ຍັງໄດ້ຢືມເງິນຂອງ ທ້າວ ກວ່ຽນ ຢູ່ບ້ານຢູ່ຟູລົກ ເມືອງຟູນິ້ງ ແຂວງຟູເຖາະ, ຜູ້ກ່ຽວ ເລີ່ມຢືມເງິນຂອງ ທ້າວ ກວ່ຽນ ນັບແຕ່ປີ 2017 ເປັນເງິນຕົ້ນທຶນ 10 ລ້ານດົ່ງ ດ້ວຍອັດຕາດອກເບ້ຍ 2.000 ດົ້ງຕໍ່ມື້ຕໍ່ 1 ລ້ານ; ຈາກນັ້ນ, ກໍໄດ້ຢືມຕື່ມອີກ 2 – 3 ຄັ້ງ ເຊິ່ງລວມເງິນທັງໝົດທີ່ຢືມ ມີປະມານ 70 ລ້ານດົ່ງ.

ຍັງບໍ່ໝົດເທົ່ານີ້, ທ້າວ ນາມ ຍັງໄດ້ຢືມເງິນຈາກທະນາຄານ ທີ່ເປັນສາຂາໃນເມືອງຟູລົກ ຈຳນວນຫຼາຍສົມຄວນ ດ້ວຍການນຳເອົາໃບຕາດິນມາຈຳນຳໄວ້ ລວມເງິນທີ່ຢືມມາປະມານ 350 ລ້ານດົ່ງ ແລະ ຜູ້ກ່ຽວ ຍັງໄດ້ເອົາໃບຕາດິນຂອງອາວ ໄປຈຳໄດ້ເງິນ 250 ລ້ານດົ່ງ, ເອົາໃບຕາດິນຂອງຫຼານ ໄປຈຳໄດ້ເງິນ 100 ລ້ານດົ່ງ ແລະ ເອົາໃບຕາດິນຂອງເອື້ອຍ ໄປຈຳອີກ ໄດ້ເງິນ 170 ລ້ານດົ່ງ ລວມເງິນທີ່ຜູ້ກ່ຽວໄດ້ຈາກການລັກເອົາໃບຕາດິນໄປຈຳ ທັງໝົດແມ່ນຫຼາຍກວ່າ 1 ຕື້ດົ່ງ.

ກ່ອນໜ້າທີ່ຈະເກີດເຫດການຄະດີດັ່ງກ່າວ, ບັນດາເຈົ້າໜີ້ ໄດ້ນຳໄປຮອດເຮືອນແລ້ວບັງຄັບໃຫ້ ທ້າວ ນາມ ຊອກເງິນມາໃຊ້ໜີ້; ໃນຂະນະດຽວກັນ, ທາງທະນາຄານ ກໍນຳມາທວງຖາມໜີ້ທີ່ຢືມມາ ເພາະຮອດກຳນົດຕ້ອງຈ່າຍດອກເບ້ຍ ແລະ ຕົ້ນທຶນ ແລະ ຈາກນີ້ປະອີກ 1 ອາທິດ ເມື່ອບໍ່ມີທາງອອກ ທ້າວ ນາມ ຈຶ່ງຄິດແຜນການເຂົ້າປຸ້ນທະນາຄານ ເພື່ອຈະໄດ້ເງິນມາໃຊ້ໜີ້ສິນໃນບາງສ່ວນ.

ເມື່ອຄິດອອກແນວນັ້ນແລ້ວ, ຜູ້ກ່ຽວ ໄດ້ກຽມອຸປະກອນຮັບໃຊ້ໃນການປຸ້ນຄັ້ງນີ້, ຈົນມາວັນທີ 30 ພຶດສະພາ 2019 ປະມານ 7:00 ໂມງ ທ້າວ ນາມ ໄດ້ຫາໝູ່ຊື່ ທ້າວ ຟາມກວາງເຕິ້ມ ອາຍຸ 34 ປີ ຂັບລົດໄປສົ່ງທີ່ຄິວລົດຟູໝີ ເມືອງເລິ້ມຊຽນ ແຂວງຟູເຖາະ; ຈາກນັ້ນ, ຜູ້ກ່ຽວ ໄດ້ໂທລະສັບຫາ ທ້າວ ແທ່ງ ເຊິ່ງເປັນອ້າຍຮັກ ແຕ່ເມຍຂອງ ທ້າວ ແທ່ງ ຮັບໂທລະສັບ ຫຼັງຈາກທີ່ຄອບຄົວ ທ້າວ ແທ່ງ ປຶກສາກັນແລ້ວ ຈຶ່ງໃຫ້ລູກຊາຍອອກໄປຮັບ ທ້າວ ນາມ ມາເຮືອນ ແລະ ທ້າວ ນາມ ກໍໄດ້ຂໍຢືມລົດນຳທ້າວ ແທ່ງ ໂດຍບອກວ່າຈະອອກໄປຫຼິ້ນນຳຜູ້ສາວ.

ເມື່ອໄດ້ລົດແລ້ວ, ຜູ້ກ່ຽວ ກໍກັບເມືອເຮືອນຂອງຕົນທັນທີ, ໃນຂະນະທີ່ຂັບລົດກັບເຮືອນນັ້ນ ຜູ້ກ່ຽວ ໄດ້ແວ່ຊື້ຖົງມືຢາງທີ່ຮ້ານຂາຍຢາແຫ່ງໜຶ່ງ ເພື່ອເປັນອຸປະກອນປະກອບໃນການລົງມືຄັ້ງນີ້; ມາຮອດຕອນເຊົ້າຂອງວັນທີ 31 ພຶດສະພາ 2019, ຜູ້ກ່ຽວ ໄດ້ກະກຽມອຸປະກອນ ໃນການລົງມືປຸ້ນຮຽບຮ້ອຍແລ້ວ ແລະ ເພື່ອເປັນການຫຼົບຫຼີກ ການຖືກຖ່າຍໄດ້ຈາກກ້ອງວົງຈອນປິດ, ຜູ້ກ່ຽວ ຈຶ່ງຫາຢືມໝວກກັນກະທົບນຳຄົນຮູ້ຈັກເຂດນັ້ນ ແລ້ວກໍຂັບລົດມຸ່ງໜ້າໄປທີ່ ໜ່ວຍບໍລິການທະນາຄານ ສາຂາແທງຮ່າ.

ເມື່ອຂັບລົດໄປໃກ້ຊິຮອດຈຸດລົງມື ປະມານ 1 ກິໂລແມັດ, ທ້າວ ນາມ ໄດ້ຢຸດລົດແລ້ວນຸ່ງເສື້ອກັນຝົນສີຟ້າ ທີ່ເອົາຕິດລົດໄປນຳ; ເຖິງວ່າຝົນບໍ່ຕົກ, ຜູ້ກ່ຽວ ກໍຍັງນຸ່ງ ເພື່ອຫວັງວ່າເມື່ອລົງມືກໍ່ເຫດ ຈະບໍ່ມີໃຜສາມາດຮູ້ໄດ້ຮູບຮ່າງລັກສະນະຂອງຜູ້ກ່ຽວໄດ້ ແລະ ເມື່ອຮອດສະຖານທີ່ ສາຂາທະນາຄານ ບ່ອນກຽມລົງມື ຜູ້ກ່ຽວ ສັງເກດເບິ່ງເມື່ອເຫັນວ່າ ບໍ່ມີຄົນເຂົ້າໃຊ້ບໍລິການແລ້ວ ກໍຈັບມີດມຸ່ງໜ້າເຂົ້າໄປລົງມືກໍ່ເຫດ ຕາມທີ່ກ່າວໃນເບື້ອງຕົ້ນ.

ໜ່ວຍທະນາຄານແຫ່ງໜຶ່ງ ຕົກເປັນເປົ້າໝາຍຂອງ ຄົນຮ້າຍ ກໍ່ເຫດປຸ້ນທະນາຄານ ເພື່ອເອົາໄປໃຊ້ນີ້
ໜ່ວຍທະນາຄານແຫ່ງໜຶ່ງ ຕົກເປັນເປົ້າໝາຍຂອງ ຄົນຮ້າຍ ກໍ່ເຫດປຸ້ນທະນາຄານ ເພື່ອເອົາໄປໃຊ້ນີ້

ຫຼັງຈາກ ເຈົ້າໜ້າທີ່ ໄດ້ເຮັດການສອບສວນຂັ້ນຕົ້ນແລ້ວ, ມາວັນທີ 3 ມິຖຸນາ, ອົງການສືບສວນ – ສອບສວນ ກອງບັນຊາການຕຳຫຼວດ ແຂວງຟູເຖາະ ກໍໄດ້ອອກຄຳສັ່ງດຳເນີນຄະດີຕໍ່ກັບ ທ້າວ ຫງວຽນແທ່ງນາມ ໃນສະຖານປຸ້ນຊັບ ພ້ອມທັງຕິດຕາມນຳຕົວບຸກຄົນທີ່ກ່ຽວຂ້ອງກັບຄະດີ ມາຮັບໂທດຕາມຫຼັກການ.

ປັດຈຸບັນ, ເຈົ້າໜ້າທີ່ ກຳລັງເລັ່ງປະກອບສຳນວນຄະດີ ກຽມສົ່ງ ໄອຍະການ ສັ່ງຟ້ອງສານ ຕັດສິນຕາມລະບຽບກົດໝາຍຕໍ່ໄປ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ