ຕາມກົດໝາຍ ວ່າດ້ວຍ ຢາເສບຕິດ ມາດຕາ 146 ຂອງ ກົດໝາຍອາຍາ ແຫ່ງ ສປປ ລາວ ທີ່ລະບຸໄວ້ວ່າ:

ບຸກຄົນໃດ ຫາກມີຢາເສບຕິດໄວ້ໃນຄອບຄອງ ແລະ ເສບ ເຖິງຈະໜ້ອຍ ຫຼື ຫຼາຍ ແມ່ນຜິດ ແລະ ໃນກໍລະນີ ເຈົ້າໜ້າທີ່ ຈັບຕົວໄດ້ ແມ່ນຈະຖືກດໍາເນີນຄະດີຕາມກົດໝາຍ ເພື່ອບໍ່ໃຫ້ເປັນແບບຢ່າງ ແກ່ຄົນອື່ນ.

ດັ່ງຄະດີນີ້, ໃນວັນທີ 8 ສິງຫາ 2019, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ນໍາເອົາສໍານວນຄະດີຢາເສບຕິດ ໂດຍມີຈໍາເລີຍ 1 ຄົນ ພ້ອມຂອງກາງ ປະເພດຢາບ້າ 13 ເມັດ.

ຜ່ານການຄົ້ນຄວ້າ ສຳນວນຄະດີ, ສານ ຕັດສິນຕັດອິດສະຫຼະພາບ 1 ປີ, ຈໍາເລີຍ ຊື່ ທ້າວ ສຸກສະຫວັນ ຫຼື ແຊ໋ກ ອາຍຸ 25 ປີ ຢູ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ, ໂດຍ ຈຳເລີຍ ໄດ້ລັກລອບເຄື່ອນໄຫວຄ້າຂາຍຢາເສບຕິດ ແລະ ເສບ, ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ; ເຊິ່ງ ເຈົ້າໜ້າທີ່ ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ກັກຕົວ ຜູ້ກ່ຽວ ໃນວັນທີ 13 ມິຖຸນາ 2018 ພ້ອມດ້ວຍຂອງກາງ ຢາບ້າ 13 ເມັດ ໃນຂະນະທີ່ເສບຢາບ້າຢູ່ເຮືອນພັກແຫ່ງໜຶ່ງ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ.

ຄະນະສານອາຍາ ໄດ້ໄຕ່ສວນໃນຫ້ອງປະຊຸມສານ ເຊິ່ງ ຈໍາເລີຍ ກໍໄດ້ໃຫ້ການຮັບສາລະພາບ ວ່າ:

ໄດ້ເລີ່ມເສບຢາເສບຕິດ ປະເພດຢາບ້າ ແຕ່ປີ 2014 ເປັນຕົ້ນມາ ແລະ ຜ່ານມາ, ຈຳເລີຍ ແມ່ນບໍ່ເຄີຍໄປບໍາບັດຢາເສບຕິດ.

ຢາບ້າທີ່ ຈຳເລີຍ ເອົາມາເສບ ແມ່ນໄດ້ໄປຊື້ຢູ່ຮ່ອມເຂດບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ຊື້ນໍາຜູ້ຊາຍບໍ່ຮູ້ຊື່ ຄັ້ງລະ 2 – 3 ເມັດ ແລ້ວກໍເອົາໄປເສບຢູ່ເຮືອນ ແລະ ເຂດບ້ານທາດຫຼວງ ຈຳນວນຫຼາຍຄັ້ງ ຈົນບໍ່ສາມາດຈື່ໄດ້.

  • ໃນວັນທີ 12 ມິຖຸນາ 2018, ຈຳເລີຍ ໄດ້ອອກໄປຊື້ຢາບ້າຢູ່ທາງຮ່ອມເຂດບ້ານທາດຫຼວງ ຈໍານວນ 15 ເມັດ ແລ້ວ ຈຳເລີຍ ກໍໄດ້ເອົາຢາບ້າໄປເສບຢູ່ໃນເຮືອນພັກແຫ່ງໜຶ່ງ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ຈຳນວນ 2 ເມັດ.
  • ມາຮອດວັນທີ 13 ມິຖຸນາ 2018, ກໍຖືກ ເຈົ້າໜ້າທີ່ ຈັບຕົວພ້ອມຂອງກາງຢາບ້າ 13 ເມັດ.

ຜ່ານການດໍາເນີນຄະດີ ເຫັນວ່າ: ທ້າວ ສຸກສະຫວັນ ແມ່ນໄດ້ໃຫ້ການປະຕິເສດວ່າ ບໍ່ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ ພຽງແຕ່ຊື້ມາເສບ; ເຊິ່ງໃນເວລາທີ່ຖືກ ເຈົ້າໜ້າທີ່ ຈັບຕົວ ແມ່ນພົບເຫັນຂອງກາງຢູ່ໃນຄອບຄອງຂອງ ຜູ້ກ່ຽວ ເຊິ່ງເປັນການກະທໍາທີ່ລະເມີດຕໍ່ ກົດໝາຍ ວ່າດ້ວຍ ຢາເສບຕິດ ມາດຕາ 146 ຂອງ ກົດໝາຍອາຍາ ແຫ່ງ ສປປ ລາວ.

ຜ່ານການວິນິດໄສແລ້ວ ເຫັນວ່າ: ທ້າວ ສຸກສະຫວັນ ( ຈໍາເລີຍ ) ມີຄວາມຜິດທາງອາຍາ ເພາະມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ; ສະນັ້ນ, ຈຶ່ງເຫັນຄວນລົງໂທດຕັດອິດສາລະພາບ ທ້າວ ສຸກສະຫວັນ 1 ປີ ແລະ ປັບໃໝເງິນ 10.000.000 ກີບ ສະຖານມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ 13 ເມັດ.

ເຊິ່ງໃນມາດຕາ 76 ຂອງ ກົດໝາຍ ວ່າດ້ວຍ ຢາເສບຕິດ ກ່ຽວກັບ ມາດຕະການຕໍ່ຜູ້ອອກຢາເສບຕິດ ແລ້ວກັບຄືນມາຕິດໃໝ່ ແມ່ນປະຕິບັດດັ່ງນີ້:

  • ເສບຄັ້ງທີ 1 ຈະຖືກຕໍານິວິຈານຕໍ່ໜ້າມະຫາຊົນ ແລະ ຖືກປັບໃໝ່ ແຕ່ 100.000 – 300.000 ກີບ.
  • ເສບຄັ້ງທີ 2 ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 3 ເດືອນ 1 ປີ ຈະຖືກປັບໃໝ ແຕ່ 300.000 – 500.000 ກີບ.
  • ເສບຄັ້ງທີ 3 ຂຶ້ນໄປ ຈະຖືກລົງໂທດຕັດອິດສະຫຼະພາບ 1 ປີ 3 ປີ ແລະ ຈະຖືກປັບໃໝແຕ່ 500.000 – 5.000.000 ກີບ.