ຄະນະພັກຮາກຖານ ກອງບັນຊາການທະຫານເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ ເອົາໃຈໃສ່ເຮັດວຽກງານກໍ່ສ້າງພັກ, ສະມາຊິກພັກ ແລະ ພະນັກງານ-ນັກຮົບ ດ້ວຍຫຼາຍວິທີການ ເຮັດໃຫ້ແຕ່ລະສະຫາຍມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະຕິບັດລະບຽບກົດໝາຍຂອງລັດ ຮັບປະກັນມີຄວາມ ປອດໃສເຂັ້ມແຂງ, ໜັກແໜ້ນ.

ກອງປະຊຸມທະຫານເມືອງຈັນທະບູລີ ສ້າງພັກ-ພະນັກງານມີຄວາມປອດໃສເຂັ້ມແຂງ ໜັກແໜ້ນ
ກອງປະຊຸມທະຫານເມືອງຈັນທະບູລີ ສ້າງພັກ-ພະນັກງານມີຄວາມປອດໃສເຂັ້ມແຂງ ໜັກແໜ້ນ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານ ກອງບັນຊາການທະຫານ ເມືອງຈັນທະບູລີ ໄດ້ຈັດຂຶ້ນໃນວັນທີ 6 ສິງຫາຜ່ານມາ, ເຂົ້າຮ່ວມມີ ສະຫາຍ ນາງ ບົວລອນ ວົງດາລາແສນ ຄະນະພັກ ນວ ເຈົ້າເມືອງໆຈັນທະບູລີ, ສະຫາຍ ພັອ ບົວເງິນ ຫົງໄຂຄຳ ຄະນະພັກກອງບັນຊາການຫົວ ໜ້າຫ້ອງການເມືອງກອງບັນຊາການທະຫານ ນວ, ມີພາກສ່ວນ ກ່ຽວຂ້ອງ, ຄະນະພັກ, ສະມາຊິກພັກສົມບູນ-ສຳຮອງ ແລະ ແຂກ ຮັບເຊີນເຂົ້າຮ່ວມ.

ສະຫາຍ ພັທ ວົງຄຳຈັນ ສິງສຸວັນ

ສະຫາຍ ພັທ ວົງຄຳຈັນ ສິງສຸວັນ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ຈັນທະບູລີ ກ່າວວ່າ:

ໃນໄລຍະປີ 2015-2019 ຜ່ານມາ, ໄດ້ຕັ້ງໜ້າເຮັດວຽກງານກໍ່ສ້າງພັກ-ພະນັກງານເປັນປົກກະຕິ ໂດຍນຳພາ ກໍ່ສ້າງດ້ານການເມືອງ-ແນວຄິດ ໃນການນຳເອົາເອກະສານແນວທາງ ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງຕ່າງໆ ເວົ້າສະເພາະແມ່ນມະຕິ X ຂອງ ສູນກາງພັກ ມາຈັດຕັ້ງເຊື່ອມຊຶມໃຫ້ໜ່ວຍພັກ, ສະມາຊິກພັກມີ ຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງດ້ານການຈັດຕັ້ງ, ເປັນເອກະພາບຕໍ່ແນວທາງ ແລະ ການນຳພາຂອງພັກ-ລັດ ເປັນຢ່າງດີ ແລະ ໄດ້ຖືເອົາການກໍ່ສ້າງພັກຕາມ 5 ຫຼັກ ການ 3 ທິດນຳ ເພື່ອເປັນບ່ອນອີງໃນການປັບປຸງກໍ່ສ້າງພັກ, ກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍ ພັກປອດໃສ-ເຂັ້ມແຂງ-ໜັກແໜ້ນ ທີ່ເປັນແກ່ນນຳໃນທຸກຂົງເຂດວຽກ ງານ ແລະ ມີຜົນສຳເລັດ; ສາມາດຂະຫຍາຍມະຫາຊົນກ້າວໜ້າເຂົ້າໃນອົງການຈັດຕັ້ງພັກ 19 ສະຫາຍ ຍິງ 6 ສະຫາຍ.

ກອງປະຊຸມທະຫານເມືອງຈັນທະບູລີ ສ້າງພັກ-ພະນັກງານມີຄວາມປອດໃສເຂັ້ມແຂງ ໜັກແໜ້ນ
ກອງປະຊຸມທະຫານເມືອງຈັນທະບູລີ ສ້າງພັກ-ພະນັກງານມີຄວາມປອດໃສເຂັ້ມແຂງ ໜັກແໜ້ນ

ໃນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກ ເອົາຄະນະພັກຮາກຖານ ກອງບັນຊາການທະຫານ ເມືອງຈັນທະບູລີ ຊຸດໃໝ່; ເຊິ່ງມີຜູ້ລົງສະໝັກ 9 ສະຫາຍ, ເລືອກ ເອົາ 7 ສະຫາຍ ໃນນັ້ນ, ເລືອກໄດ້ ສະຫາຍ ພັທ ວົງຄຳຈັນ ສິງສຸວັນ ເປັນເລຂາ, ສະຫາຍ ພັທ ຄຳຜາຍ ໄຊແຜງບຸນຄຸນ ເປັນຮອງເລຂາ ແລະ ສະຫາຍ ພັທ ພົມມາ ວັນນະທຸມ ເປັນປະທານກວດກາ ພັກ, ສະຫາຍ ພັທ ສີແພງຫຼ້າ ທອງສະຫວັນ, ສະຫາຍ ພັທ ຄຳໃສ ພາສິດ, ສະຫາຍ ຮອ ບຸນມີ ບຸບຜາວັນ ທັງສາມເປັນຮອງປະທານກວດກາ ແລະ ສະຫາຍ ຮອ ຄຳພິທຸນ ກົມມະຫຼວງ ເປັນຄະນະເພື່ອພ້ອມກັນສືບຕໍ່ເອົາໃຈໃສ່ເຮັດວຽກງານກໍ່ສ້າງພັກ-ພະນັກງານໃນ ຂົງເຂດດ້ານຕ່າງໆເປັນຕົ້ນ ດ້ານການເມືອງ-ແນວຄິດ ແລະ ດ້ານການຈັດຕັ້ງ ເພື່ອເຮັດໃຫ້ວຽກງານດັ່ງກ່າວໃຫ້ມີຜົນສຳເລັດ ແລະ ຮັບປະກັນໃຫ້ຄະນະພັກ, ສະມາຊິກພັກ ແລະ ພະນັກງານ-ນັກ ຮົບທົ່ວກອງບັນຊາການທະຫານ ເມືອງຈັນທະບູລີ ມີຄວາມປອດໃສເຂັ້ມແຂງໜັກແໜ້ນ.