ສານປະຊາຊົນ ເຂດ IV ແຕ່ງຕັ້ງຮອງປະທານຄົນໃໝ່

0
2611

ສານປະຊາຊົນ ເຂດ IV ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດໂຍກຍ້າຍ ແລະ ແຕ່ງຕັ້ງຮອງປະທານ ສານ ປະຊາຊົນ ເຂດ IV ຄົນໃໝ່ ຂຶ້ນໃນວັນທີ 16 ສິງຫາ ນີ້, ໂດຍການເຂົ້າຮ່ວມຂອງທ່ານ ຄໍາພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ, ມີປະທານສານປະຊາຊົນແຕ່ລະເຂດ, ຜູ້ພິພາກສາ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ພິທີປະກາດໂຍກຍ້າຍ ແລະ ແຕ່ງຕັ້ງຮອງປະທານ ສານປະຊາຊົນ ເຂດ IV ຄົນໃໝ່
ພິທີປະກາດໂຍກຍ້າຍ ແລະ ແຕ່ງຕັ້ງຮອງປະທານ ສານປະຊາຊົນ ເຂດ IV ຄົນໃໝ່

ທ່ານ ກັ້ງ ເຕັມສົມບັດ ຫົວໜ້າກົມຈັດຕັ້ງ-ພະນັກງານສານ ປະຊາຊົນສູງສຸດ ໄດ້ຜ່ານມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ເລກທີ 116/ຄປຈ, ລົງວັນທີ 25 ກໍລະກົດ 2019 ວ່າດ້ວຍ ການແຕ່ງຕັ້ງຮອງປະທານສານປະຊາຊົນ ເຂດ IV ນະຄອນຫຼວງວຽງຈັນ ໂດຍເຫັນດີແຕ່ງຕັ້ງ ທ່ານ ວົງວິໄລ ໄຊຍະສົມບັດ ຫົວໜ້າຄະນະສານ ອາຍາ ເປັນຮອງປະທານສານປະຊາຊົນເຂດ IV (ຜູ້ໃໝ່) ພ້ອມທັງຜ່ານມະຕິຂອງຄະນະປະຈໍາ ສະພາແຫ່ງຊາດ ເລກທີ 119/ຄປຈ, ລົງວັນທີ 25 ກໍລະກົດ 2019 ວ່າດ້ວຍການໂຍກຍ້າຍ ບ່ອນປະຈໍາການຂອງພະນັກງານ ສານປະຊາຊົນ ໂດຍໂຍກຍ້າຍ ທ່ານ ນາງ ຈອມພັນ ຈັນທະວີ ຮອງປະທານສານປະຊາຊົນເຂດ IV ( ຜູ້ເກົ່າ ) ໄປປະຈໍາການຢູ່ສານປະຊາຊົນພາກກາງ.

ພິທີປະກາດໂຍກຍ້າຍ ແລະ ແຕ່ງຕັ້ງຮອງປະທານ ສານປະຊາຊົນ ເຂດ IV ຄົນໃໝ່
ພິທີປະກາດໂຍກຍ້າຍ ແລະ ແຕ່ງຕັ້ງຮອງປະທານສານປະຊາຊົນ ເຂດ IV ຄົນໃໝ່

ໂອກາດດັ່ງກ່າວ, ທ່ານ ຄຳພັນ ບຸນພາຄົມ ຍັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ ຈົ່ງຕັ້ງໃຈສຸມທຸກເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ກໍຄືການຕັດສິນບັນດາຄະດີ, ຄໍາຮ້ອງຟ້ອງອື່ນໆດ້ວຍຄວາມຊື່ສັດ, ໂປ່ງໃສ, ທ່ຽງທໍາ-ຍຸຕິທໍາ ແລະ ເປັນກາງ ເພື່ອເຮັດໃຫ້ລູກຄວາມ ຄະດີເຊື່ອໝັ້ນ ແລະ ເຮັດໃຫ້ວຽກງານມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ.