ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 5 ປີ ແລະ ວາງທິດທາງແຜນການ 5 ປີ ຕໍ່ໜ້າ, ໃນວັນທີ 17 ສິງຫາ 2019; ເຂົ້າຮ່ວມໂດຍ ພັທ ຄໍາເກິ່ງ ຈັນສຸລິມາດ ຄະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ ໄຊເສດຖາ, ທ່ານ ຄໍາເຜີຍ ພົນອາສາ ຫົວໜ້າຫ້ອງການພາຍໃນ ເມືອງ, ມີອໍານາດການປົກຄອງ ບ້ານ, ແຂກຮັບເຊີນ ແລະ ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ກອງປະຊຸມບ້ານໂຊກໃຫຍ່ ສະຫຼຸບວຽກງານ 5 ປີ
ກອງປະຊຸມບ້ານໂຊກໃຫຍ່ ສະຫຼຸບວຽກງານ 5 ປີ

ທ່ານ ທອງເສີຍ ວົງວິໄລ ນາຍບ້ານໆໂຊກໃຫຍ່ ກ່າວວ່າ:

ໄລຍະ 5 ປີຜ່ານມາ ( 2014-2019 ) ຄະນະບ້ານໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພໍ່-ແມ່ປະຊາຊົນເປັນວຽກງານສໍາຄັນ; ໂດຍການນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ແລະ ມູນເຊື້ອວັນສໍາຄັນຕ່າງໆຂອງ ພັກ-ຂອງຊາດ ໄດ້ 22 ຄັ້ງ; ມີຜູ້ເຂົ້າ ຮ່ວມ ທັງໝົດ 3.242 ຄົນ ຍິງ 1.725 ຄົນ, ຜ່ານການສຶກສາອົບຮົມ ໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າທຸກຊັ້ນຄົນມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາ ຂອງພັກ-ລັດ, ປະຊາຊົນມີຄວາມສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນແລະກັນ, ປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ; ເປັນເຈົ້າການປ້ອງກັນຮັກສາຄວາມສະຫງົບ, ສ້າງຄວາມເປັນລະບຽບຮຽບຮ້ອຍໄດ້ໂດຍພື້ນຖານ; ພ້ອມນີ້ ຍັງໄດ້ເປັນເຈົ້າການຊີ້ນໍາປະຊາຊົນສ້າງເສດຖະກິດຄອບຄົວໃຫ້ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ, ສະແດງອອກເສດຖະກິດຂອງບ້ານມີການຂະຫຍາຍຕົວຢ່າງຕໍ່ເນື່ອງລາຍຮັບສະເລ່ຍ 2.000 ໂດລາຕໍ່ຄົນຕໍ່ປີ.

ກອງປະຊຸມບ້ານໂຊກໃຫຍ່ ສະຫຼຸບວຽກງານ 5 ປີ
ກອງປະຊຸມບ້ານໂຊກໃຫຍ່ ສະຫຼຸບວຽກງານ 5 ປີ

ທິດທາງແຜນການແຕ່ນີ້ຮອດ ປີ 2024 ຄະນະບ້ານ ຈະເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະບ້ານ, ພະນັກງານ ແລະ ປະຊາຊົນທຸກຊັ້ນຄົນໃຫ້ມີຄວາມແໜ້ນແຟ້ນ, ຕັ້ງໜ້າເຮັດວຽກງານສຶກສາອົບຮົມ ການເມືອງ-ແນວຄິດ, ເຊີດຊູສະຕິຄວາມເປັນເຈົ້າຂອງປະເທດຊາດ; ຮັກລະບອບໃໝ່ ລະບອບ ປະຊາທິປະໄຕປະຊາຊົນ, ເສີມຂະຫຍາຍສິດ ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງເປັນບ້ານໜ້າຢູ່, ຍືນຍົງຕາມທິດ 6 ສ.

ໃນກອງປະຊຸມຍັງໄດ້ປ່ອນ ບັດເລືອກເອົານາຍບ້ານຄົນໃໝ່ ໂດຍມີຜູ້ລົງສະໝັກ 3 ທ່ານ, ເລືອກ ເອົາ 1 ທ່ານ ແລະ ເຫັນດີເປັນເອກະ ພາບເລືອກເອົາ ທ່ານ ບຸນເຕັງ ຈອມສະຫວັນ ເປັນນາຍບ້ານໆໂຊກໃຫຍ່.