ສໍາເລັດການຝຶກອົບຮົມ ໂຄງການຍົກລະດັບກ້ອງວົງຈອນປິດຢູ່ນະຄອນ ຫຼວງວຽງຈັນ

0
1441
ສໍາເລັດການຝຶກອົບຮົມ ໂຄງການຍົກລະດັບກ້ອງວົງຈອນປິດຢູ່ນະຄອນຫຼວງວຽງຈັນ
ສໍາເລັດການຝຶກອົບຮົມ ໂຄງການຍົກລະດັບກ້ອງວົງຈອນປິດຢູ່ນະຄອນຫຼວງວຽງຈັນ

ສູນຄວບຄຸມລະບົບກ້ອງວົງຈອນປິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ ສໍາເລັດການຝຶກອົບຮົມ ໂຄງການຍົກລະດັບກ້ອງວົງ ຈອນປິດຢູ່ນະຄອນຫຼວງວຽງຈັນ, ໃນວັນທີ 16 ສິງຫາ 2019 ມອບໃບຢັ້ງຢືນໂດຍ ພົຈວ ພິມພາ ສີໂພໄຊ ຫົວໜ້າກົມສື່ສານ, ມີ ພັອ ສະແຫວງ ພົມມະລີ ຫົວໜ້າສູນຄວບຄຸມລະບົບກ້ອງວົງ ຈອນປິດ, ມີແຂກຮັບເຊີນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ສໍາເລັດການຝຶກອົບຮົມ ໂຄງການຍົກລະດັບກ້ອງວົງຈອນປິດຢູ່ນະຄອນຫຼວງວຽງຈັນ
ສໍາເລັດການຝຶກອົບຮົມ ໂຄງການຍົກລະດັບກ້ອງວົງຈອນປິດຢູ່ນະຄອນຫຼວງວຽງຈັນ

ພັອ ສະແຫວງ ພົມມະລີ ກ່າວວ່າ: ການຝຶກອົບຮົມໂຄງການຍົກລະດັບກ້ອງວົງຈອນປິດຢູ່ນະຄອນຫຼວງວຽງຈັນຄັ້ງນີ້ ແມ່ນໄດ້ດໍາເນີນມາແຕ່ວັນທີ 5-16 ສິງຫາ 2019 ໂດຍມີນັກສໍາມະນາກອນທີ່ມາຈາກສູນຄວບຄຸມລະ ບົບກ້ອງວົງຈອນປິດ, ພະແນກຄວບຄຸມລະບົບກ້ອງວົງຈອນປິດ ນະຄອນຫຼວງວຽງຈັນ, ບັນດາ 19 ສະຖານີ ເຂົ້າຮ່ວມທັງໝົດ 90 ສະຫາຍ ຍິງ 4 ສະຫາາຍ; ນັກສໍາມະນາກອນທຸກສະຫາຍແມ່ນໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າ ຮຽນ ຮັບຟັງການບັນຍາຍເອກະສານບົດຮຽນແຕ່ລະຫົວຂໍ້, ຕິດພັັນກັບການປະຕິບັດວຽກງານຕົວຈິງ, ໄດ້ສົນ ທະນາ ເພື່ອແລກປ່ຽນບົດຮຽນຮ່ວມກັນດ້ວຍຄວາມສ້າງສັນ ແລະ ປະຕິບັດໂມງເວລາໄດ້ເປັນຢ່າງດີ; ພ້ອມກັນນັ້ນ, ກໍໄດ້ນໍາເອົາບັນດາເຫດການຕົວຈິງທີ່ໄດ້ຈັດຕັ້ງຢູ່ສູນ, ກົມກອງ, ພະແນກ, 19 ສະຖານີມາແລກປ່ຽນບົດຮຽນນໍາອີກ.

ສໍາເລັດການຝຶກອົບຮົມ ໂຄງການຍົກລະດັບກ້ອງວົງຈອນປິດຢູ່ນະຄອນຫຼວງວຽງຈັນ
ສໍາເລັດການຝຶກອົບຮົມ ໂຄງການຍົກລະດັບກ້ອງວົງຈອນປິດຢູ່ນະຄອນຫຼວງວຽງຈັນ

ໃນການຝຶກອົບຮົມດັ່ງກ່າວ, ນັກສໍາມະນາກອນໄດ້ຮຽນຮູ້ກ່ຽວກັບການແນະນຳລະບົບໂດຍລວມ, ການເຂົ້າສູ່ລະບົບ DSS, ການເບິ່ງພາບສົດ ແລະ ພາບບັນທຶກ, ການເຂົ້າສູ່ລະບົບແຜນທີ່, ລະບົບໜ້າຈໍໃຫຍ່, ລະບົບກ້ອງສູກເສີນ ແລະ ສູນດາວໂຫຼດຂໍ້ມູນ, ລະບົບກ້ອງຈົດຈໍາໃບໜ້າ, ລະບົບຖ່າຍທ້າຍທະບຽນລົດ ແລະ ລະບົບກະ ຈາຍສຽງ.

ສຳເລັດການຝຶກອົບຮົມ ໂຄງການຍົກລະດັບກ້ອງວົງຈອນປິດຢູ່ນະຄອນຫຼວງວຽງຈັນ
ສໍາເລັດການຝຶກອົບຮົມ ໂຄງການຍົກລະດັບກ້ອງວົງຈອນປິດຢູ່ນະຄອນຫຼວງວຽງຈັນ

ພົຈວ ພິມພາ ສີໂພໄຊ ໄດ້ເນັ້ນໃຫ້ນັກສໍາມະນາກອນທີ່ໄດ້ສໍາເລັດການຝຶກອົບຮົມຄັ້ງນີ້ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈຂອງການຝຶກອົບຮົມໄປຈັດຕັ້ງຜັນຂະຫຍາຍໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ເກີດດອກອອກຜົນສູງສຸດ.

ສໍາເລັດການຝຶກອົບຮົມ ໂຄງການຍົກລະດັບກ້ອງວົງຈອນປິດຢູ່ນະຄອນຫຼວງວຽງຈັນ
ສໍາເລັດການຝຶກອົບຮົມ ໂຄງການຍົກລະດັບກ້ອງວົງຈອນປິດຢູ່ນະຄອນຫຼວງວຽງຈັນ