ຮອງປະທານສະພາແຫ່ງຊາດ  ພ້ອມຄະນະ ລົງກວດກາຢ້ຽມຢາມເຂດປັກຫຼັກໝາຍຊາຍແດນລາວ
ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ລົງກວດກາຢ້ຽມຢາມເຂດປັກຫຼັກໝາຍຊາຍແດນລາວ

ພົທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ໃນວັນທີ 16 ສິງຫາ 2019; ໂດຍການຕ້ອນຮັບຂອງ ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ຮອງປະທານຄະນະສະພາປະຊາຊົນ ປະຈໍາເຂດເລືອກ ຕັ້ງທີ 17 ພ້ອມຄະນະ.

ພົທ ແສງນວນ ໄຊຍະລາດ ມີທິດຊີ້ນຳຕໍ່ພະນັກງານຫຼັກແຫຼ່ງ
ພົທ ແສງນວນ ໄຊຍະລາດ ມີທິດຊີ້ນຳຕໍ່ພະນັກງານຫຼັກແຫຼ່ງ

ທ່ານຮອງປະທານສະພາແຫ່ງຊາດ ກ່າວວ່າ: ການຢ້ຽມຢາມຄັ້ງນີ້ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບຜູ້ເຊື່ອຖືສາສະໜາຕ່າງໆ ແລະ ການເຄື່ອນຍ້າຍພົນລະເມືອງທີ່ອາໄສຢູ່ຊາຍແດນທີ່ບໍ່ຖືກຕ້ອງ, ຕະຫຼອດຮອດການປະຕິບັດໜ້າທີ່ ແລະ ຂໍ້ສະດວກ-ຫຍຸ້ງຍາກຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຈົ້າໜ້າທີ່ດ່ານຊາຍແດນ; ພາຍຫຼັງທ່ານຮອງປະທານສະພາແຫ່ງຊາດໄດ້ມີຄໍາຖາມເຈາະຈີ້ມ, ກໍາມະການທີ່ກ່ຽວຂ້ອງຂອງສະພາປະຊາຊົນແຂວງ ອັດຕະປື ແລະ ບັນດາພະແນກງານຂອງແຂວງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບບັນຫາຕົ້ນຕໍໃນວຽກງານຂອງຕົນ; ໄລຍະຜ່ານມາ, ໄດ້ມີບັນຫາການມາເຄື່ອນໄຫວທາງດ້ານສາສະໜາເລັກໜ້ອຍ ຍັງບໍ່ທັນເປັນຜົນກະທົບ ແລະ ຍັງບໍ່ໄດ້ມີພຶດຕິກໍາທີ່ຂັດຕໍ່ແນວທາງນະໂຍບາຍຂອງພັກ; ເຈົ້າໜ້າທີ່ຊາຍແດນໄດ້ເອົາໃຈໃສ່ໃນການ ຄຸ້ມຄອງລາດຕະເວນ ແຕ່ກໍບໍ່ສາມາດສະກັດກັ້ນໄດ້ການລັກລອບຕັດໄມ້, ລັກເຄື່ອງປ່າຂອງດົງຈໍານວນໜຶ່ງ, ນອກນັ້ນ ຍັງມີຄວາມຫຍຸ້ງຍາກຂາດເຂີນອຸປະກອນ-ເຄື່ອງມືຮັບໃຊ້ເຂົ້າໃນວິຊາສະເພາະ; ສໍາລັບການປະຕິບັດໜ້າທີ່ຂອງໄອຍະການປະຊາຊົນ ແລະ ສານປະຊາຊົນ ແມ່ນມີການປະສານງານກັນເປັນຢ່າງດີ.

ພິທີຕ້ອນຮັບ ພົທ ແສງນວນ ໄຊຍະລາດ ຢ່າງເປັນທາງການ
ພິທີຕ້ອນຮັບ ພົທ ແສງນວນ ໄຊຍະລາດ ຢ່າງເປັນທາງການ

ພົທ ແສງນວນ ໄຊຍະລາດ ໄດ້ເນັ້ນໃຫ້ອໍານາດການປົກຄອງແຂວງ ອັດຕະປື ເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງໂດຍການປັບປຸງລະບົບການເມືອງຢູ່ຮາກຖານ, ປັບປຸງວຽກງານປ້ອງກັນຊາດປ້ອງ ກັນຄວາມສະຫງົບ; ສືບຕໍ່ເອົາໃຈໃສ່ເຂັ້ມງວດຕິດຕາມກວດການເຂົ້າ-ອອກຜ່ານດ່ານຊາຍແດນແຕ່ເຮັດແນວໃດເຮັດໃຫ້ເປັນຊາຍ ແດນມິດຕະພາບ; ເພີ່ມທະວີການ ປະສານງານລະຫວ່າງ ສພຂ, ໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງກໍຄືອໍານາດການ ປົກຄອງແຂວງ ໂດຍມີນິຕິກໍາເປັນບ່ອນອີງ; ທຸກພາກສ່ວນຕ້ອງໄດ້ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມພັກ 3 ຂັ້ນ ເຊິ່ງຕິດພັນກັບການເລືອກບຸກຄະລາກອນໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II, ພ້ອມນັ້ນ ກໍສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ບັນຫາອື່ນໆແມ່ນ ຈະເປັນສື່ກາງນໍາໄປສະເໜີພາກສ່ວນກ່ຽວຂ້ອງເພື່ອແກ້ໄຂ.