ຄະນະພັກຮາກຖານຄະນະບັນນາທິການຂ່າວສານ ປກສ ( ຄບສ ) ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດ, ເຂັ້ມແຂງ, ໜັກແໜ້ນ ແລະ ຕີລາຄາຈັດແບ່ງປະເພດສະ ມາຊິກພັກ, ພະນັກງານ-ນັກຮົບ ປະຈໍາປີ 2019 ເປັນປະທານໂດຍ ພັອ ສີພັນດອນ ຫວ່າງບົວຊົງ ຄະ ນະປະຈໍາພັກກົມໃຫຍ່ການເມືອງ ເລຂາຄະນະພັກຮາກຖານ ຫົວໜ້າ ຄບສ, ມີຮອງເລຂາຄະນະ ພັກຮາກຖານ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງພາຍໃນ ຄບສ ເຂົ້າຮ່ວມ, ໃນວັນທີ 16 ສິງ ຫາ 2019.

ຄະນະພັກຮາກຖານຄະນະບັນນາທິການຂ່າວສານ ປກສ ຈັດກອງປະຊຸມສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019
ຄະນະພັກຮາກຖານຄະນະບັນນາທິການຂ່າວສານ ປກສ
ຈັດກອງປະຊຸມສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019

ພັອ ສີພັນດອນ ຫວ່າງບົວຊົງ ໄດ້ຂຶ້ນຜ່ານບົດສະຫຼຸບການຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2019 ຂອງ ຄບສ ວ່າ: 1 ປີ ຜ່ານມາ, ຄະນະພັກຮາກຖານ ຄບສ ໄດ້ນໍາພາໜ່ວຍພັກ, ສະມາຊິກພັກ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ກໍາແໜ້ນສະພາບຄວາມເປັນຈິງຂອງກົມກອງ ເພື່ອຫັນແນວທາງ, ແຜນນະໂຍບາຍຂອງພັກ ແລະ ມະຕິຂອງຄະນະພັກຂັ້ນເທິງເປັນແຜນການຂອງຄະນະພັກຮາກ ຖານ, ໜ່ວຍພັກໃຫ້ສອດຄ່ອງກັບຄວາມຮັບຜິດຊອບ ແລະ ໜ້າທີ່ການເມືອງຂອງຕົນ.

ຄະນະພັກຮາກຖານຄະນະບັນນາທິການຂ່າວສານ ປກສ ຈັດກອງປະຊຸມສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019
ຄະນະພັກຮາກຖານຄະນະບັນນາທິການຂ່າວສານ ປກສ
ຈັດກອງປະຊຸມສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019

ພ້ອມທັງຊີ້ນໍາ-ນໍາພາປະ ຕິບັດຕົວຈິງໃຫ້ມີຜົນສໍາເລັດ ແລະ ມີປະສິດທິພາບສູງ, ສ້າງສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ມີນໍ້າໃຈເສຍສະຫຼະ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງສຸດໃຈ, ເຊິ່ງສະແດງອອກ ສາມາດຕີລາຄາປະເພດຄຸນນະພາບ ແລະ ຈັດແບ່ງປະເພດສະມາ ຊິກພັກ ແລະ ມະຫາຊົນ ປະຈຳປີ 2019 ຂອງແຕ່ລະໜ່ວຍພັກ ທີ່ຂຶ້ນກັບຄະນະ ພັກຮາກຖານ ຄບສ ໄດ້ ດັ່ງນີ້: ໜ່ວຍພັກພະແນກຫ້ອງການບໍລິຫານ-ຄົ້ນຄວ້າສັງລວມມີ ສະມາຊິກພັກ ປະ ເພດແຂງ 17 ສະຫາຍ ຍິງ 8 ສະ ຫາຍ, ມະຫາຊົນ ປະເພດແຂງ 13 ສະຫາຍ ຍິງ 5 ສະຫາຍ; ໜ່ວຍພັກກອງບັນນາທິການໜັງສືພິມ, ມີສະມາ ຊິກພັກ ປະເພດແຂງ 18 ສະຫາຍ ຍິງ 6 ສະຫາຍ, ມະຫາຊົນ ປະເພດ ແຂງ 13 ສະຫາຍ ຍິງ 5 ສະຫາຍ; ໜ່ວຍພັກກອງບັນນາທິການວາລະສານ ມີສະມາຊິກພັກ ປະເພດແຂງ 8 ສະຫາຍ ຍິງ 1 ສະຫາຍ, ມະຫາຊົນ ປະເພດແຂງ 2 ສະຫາຍ ຍິງ 1 ສະ ຫາຍ, ກາງ 1 ສະຫາຍ; ໜ່ວຍພັກກອງບັນນາ ທິການວິທະຍຸ ມີສະມາຊິກພັກ ປະເພດແຂງ 18 ສະຫາຍ ຍິງ 9 ສະຫາຍ, ກາງ 1 ສະຫາຍ, ມະຫາຊົນ ປະ ເພດແຂງ 12 ສະຫາຍ, ກາງ 1 ສະຫາຍ, ອ່ອນ 1 ສະ ຫາຍ; ໜ່ວຍພັກກອງບັນນາທິການໂທລະພາບ ມີສະມາ ຊິກພັກ ປະເພດແຂງ 20 ສະ ຫາຍ ຍິງ 5 ສະຫາຍ ແລະ ມະຫາຊົນ ປະເພດແຂງ 45 ສະຫາຍ.

ຄະນະພັກຮາກຖານຄະນະບັນນາທິການຂ່າວສານ ປກສ ຈັດກອງປະຊຸມສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019
ຄະນະພັກຮາກຖານຄະນະບັນນາທິການຂ່າວສານ ປກສ
ຈັດກອງປະຊຸມສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019

ທິດທາງແຜນການປີ 2020, ຄະນະພັກຮາກຖານ ຄບສ ຈະສືບຕໍ່ຍຶດໝັ້ນອຸດົມການທາງດ້ານການເມືອງ ແລະ ອຸດົມການສັງຄົມນິຍົມ, ມີທັດສະນະຫຼັກໝັ້ນຊົນຊັ້ນຮູ້ຈໍາແນກມິດ-ສັດຕູ, ຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກກຸ່ມຄົນບໍ່ດີ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ລະບອບປະຊາທິປະໄຕ ປະຊາຊົນ, ມີຄວາມ ຫ້າວຫັນປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງພັກ-ລັດມອບໃຫ້ມີຜົນສໍາເລັດ.