ໃນວັນທີ 18 ສິ່ງຫາ ທີ່ຜ່ານມາ, ເກີດເຫດສະເທືອນຂວັນທີ່ແຄວ້ນອູເລຍນອຟ ກາກກາງຂອງລັດເຊຍ ເປັນການ ກໍ່ເຫດຄາດຕະກຳຍົກຄົວ 5 ຄົນ, ເຈົ້າໜ້າທີ່ຮີບໄປກວດສອບເຮືອນທີ່ເກີດເຫດທີ່ບ້ານປາຕຣີເຄເຍໂວ ເຂດບາຊາໂນຊືຊກັນສະກີ, ເຊິ່ງມີຮອຍເລືອດ ແລະ ພົບຜູ້ເສຍຊີວິດ 5 ຄົນ.

ທ້າວ ຕີເມຍລັນ ຄາມາເລດດີນອຟ (ຊ້າຍມື) ຜູ້ ກໍ່ເຫດຄາດຕະກຳ
ທ້າວ ຕີເມຍລັນ ຄາມາເລດດີນອຟ (ຊ້າຍມື) ຜູ້ ກໍ່ເຫດຄາດຕະກຳ

ຄະນະກຳມະການສອບສວນຂອງລັດເຊຍ ປະຈຳແຄວ້ນອູເລຍນອຟ ເປີດເຜີຍວ່າ ມີຜູ້ເສຍຊີວິດຢູ່ໃນເຮືອນ 5 ຄົນ ເປັນຊາຍອາຍຸ  66 ປີ, ຍິງອາຍຸ 69 ປີ, ຍິງອາຍຸ 42 ປີ, ເດັກຊາຍ ແລະ ເດັກຍິງອາຍຸ 4 ປີທັງສອງ ທັງໝົດມີບາດແຜຖືກຂວັນຟັນ ຫ່າງຈາກທີ່ເກີດເຫດປະມານ 500 ແມັດ ເຈົ້າໜ້າທີ່ພົບຜູ້ເສຍຊີວິດອີກ 1 ຄົນ ຄື: ທ້າວ ຕີເມຍລັນ ຄາມາເລດດີນອຟ ອາຍຸ 16 ປີ.

ຜູ້ເສຍຊີວິດ 5 ຄົນດັ່ງກ່າວມີສາຍພົວພັນກັບທ້າວ ເມຍລັນ ຄາມາເລດດີນອຟ ໃນຖານະ ພໍ່ເຖົ້າ, ແມ່ເຖົ້າ, ແມ່, ນ້ອງຊາຍ ແລະ ນ້ອງສາວ ຕາມລຳດັບ; ການສືບສວນຂອງເຈົ້າໜ້າທີ່ຕຳຫຼວດ ໃນເບື້ອງຕົ້ນສັນນິຖານວ່າ ທ້າວ ເມຍລັນ ຄາມາເລດດີນອຟ ຄາດຕະກຳທຸກຄົນໃນຄອບຄົວກ່ອນຈະຂ້າຕົວຕາຍ.

ພໍ່ເຖົ້າ, ແມ່ເຖົ້າ ທີ່ຖືກ ທ້າວ ເມຍລັນ ຄາມາເລດດີນອຟ ກໍ່ເຫດຄາດຕະກຳ
ພໍ່ເຖົ້າ, ແມ່ເຖົ້າ ທີ່ຖືກ ທ້າວ ເມຍລັນ ຄາມາເລດດີນອຟ ກໍ່ເຫດຄາດຕະກຳ

ຂ່າວລາຍງານໃຫ້ຮູ້ອີກວ່າ: ທ້າວ ເມຍລັນ ຄາມາເລດດີນອຟ ວາງແຜນ (ກໍ່ເຫດຄາດຕະກຳຍົກຄົວ) ຂ້າຕົວຕາຍມາເປັນເວລານານແລ້ວ ຫຼັງຈາກກໍ່ເຫດ ທ້າວ ເມຍລັນ ຄາມາເລດດີນອຟ ຂຽນຈົດໝາຍລາຕາຍ 3 ໜ້າເຈ້ຍ ໂດຍຂຽນວ່າ ຕັດສິນໃຈຂ້າຕົວຕາຍເພື່ອບໍ່ໃຫ້ຄົນໃນຄອບຄົວເສຍຊີວິດ ດ້ວຍເຫດນີ້ຈະເອົາຊີວິດທຸກຄົນໄປນຳ. ນອກ ຈາກນີ້, ທ້າວ ເມຍລັນ ຄາມາເລດດີນອຟ ຍັງໄດ້ສົ່ງຂໍ້ຄວາມສຽງທາງໂທລະສັບໄປຫາໝູ່ຄົນໜຶ່ງ ໂດຍຈົ່ມໃຫ້ໝູ່ຟັງວ່າ ຮູ້ສຶກເມື່ອຍກັບຊີວິດທີ່ທຸກຍາກລຳບາກ ແລະ ຍອມຮັບວ່າ ບໍ່ຮັກຄອບຄົວຕົນເອງ, ເຊິ່ງຂວັນເປັນທາງອອກທາງດຽວສຳລັບຕົນ.

ໝູ່ທ້າວ ເມຍລັນ ຄາມາເລດດີນອຟ ເປີດເຜີຍວ່າ ເຫັນຂໍ້ຄວາມໃນຕອນເຊົ້າ ແຕ່ບໍ່ໄດ້ຟັງທັນທີ ເມື່ອຟັງແລ້ວເຖິງກັບຊັອກ ແລະ ບໍ່ເຊື່ອກັບສິ່ງທີ່ ທ້າວ ເມຍລັນ ຄາມາເລດດີນອຟ ເວົ້າມານັ້ນ ຈຶ່ງພະຍາຍາມຕິດຕໍ່ກັບ ທ້າວ ເມຍລັນ ຄາມາເລດດີນອຟ ແລະ ສອບຖາມ ແຕ່ບໍ່ມີການຕອບກັບ ຈຶ່ງໄປຫາທ້າວ ເມຍລັນ ຄາມາເລດດີນອຟ ຢູ່ເຮືອນ ແລະ ພົບເຈົ້າໜ້າທີ່ຫຼາຍຄົນໃນທີ່ເກີດເຫດແລ້ວ.

ທ້າວ ເມຍລັນ ຄາມາເລດດີນອຟ ຄົນກາງຜູ້ ກໍ່ເຫດຄາດຕະກຳຍົກຄົວ
ທ້າວ ເມຍລັນ ຄາມາເລດດີນອຟ ຄົນກາງຜູ້ ກໍ່ເຫດຄາດຕະກຳຍົກຄົວ

ຂ່າວເປີດເຜີຍຄຳເວົ້າຂອງທ້າວ ເມຍລັນ ຄາມາເລດດີນອຟ ອີກວ່າ ຜູ້ກ່ຽວຕ້ອງການຊີວິດສະຫງົບ ແລະ ຈົ່ມວ່າ ອູເລຍນອຟ ເປັນເມືອງຫຼວງອາຊະຍາກຳຂອງລັດເຊຍ, ເຊິ່ງຜູ້ກ່ຽວບໍ່ມັກ ແລະ ຕ້ອງການຊີວິດສະຫງົບ. ຂະນະທີ່ພໍ່ຂອງທ້າວ ເມຍລັນ ຄາມາເລດດີນອຟ, ເຊິ່ງແຍກຢູ່ກັບຄອບຄົວມາຫຼາຍປີແລ້ວ ຊອັກກັບເຫດການທີ່ເກີດຂຶ້ນ ເນື່ອງຈາກຍັງໂທລະສັບກັບລູກຊາຍ ໃນເດືອນພຶດສະພາ, ລູກຊາຍບອກວ່າ ທຸກຄົນສະບາຍດີ, ບໍ່ມີຫຍັງທີ່ໜ້າກັງວົນ. ນອກຈາກນັ້ນ, ຜູ້ກ່ຽວຍັງຮັບປາກວ່າ ຈະໄປຢ້ຽມຢາມພໍ່ ຈົນໝົດໄລຍະລະດູຮ້ອນນຳອີກ.

ຄະນະກຳມະການສອບສວນ ມີຄຳສັ່ງຊັນນະສູດສົບທ້າວ ທ້າວ ເມຍລັນ ຄາມາເລດດີນອຟ ເພື່ອກວດສອບສະພາບຈິດໃຈຫຼັງຈາກເສຍຊີວິດ, ຂະນະທີ່ຜູ້ຊ່ຽວຊານ ກ່າວວ່າ ຂໍ້ຄວາມໃນຈົດໝາຍລາຕາຍເປັນລັກສະນະຂອງຄົນມີອາການທາງຈິດຕະເພດ ຈຶ່ງກໍ່ເຫດຄາດຕະກຳຍົກຄົວຂຶ້ນ.