ກອງບັນຊາການທະຫານເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ປະກາດແຕ່ງຕັ້ງຫົວໜ້າ -ຮອງໝູ່, ພ້ອມດ້ວຍລູກໝູ່ກອງຫຼອນກໍາລັງເຄື່ອນທີ່ອ້ອມຂ້າງ ເມືອງສີສັດຕະນາກ ຂຶ້ນໃນວັນທີ 20 ສິງຫາ 2019, ເຂົ້າຮ່ວມໂດຍ ພົຈວ ສີພອນ ຈັນສົມວົງ ຄະນະປະຈໍາພັກນະຄອນຫຼວງ, ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຫົວໜ້າການເມືອງ, ຄະນະກອງບັນຊາການທະຫານເມືອງ, ນາຍບ້ານ-ຮອງນາຍບ້ານ, ຫົວໜ້າ-ຮອງໝູ່, ກໍາລັງກອງຫຼອນເຂົ້າຮ່ວມ.

ກອງປະຊຸມ ປະກາດແຕ່ງຕັ້ງຫົວໜ້າ -ຮອງໝູ່ກຳລັງກອງຫຼອນທົ່ວເມືອງສີສັດຕະນາກ
ກອງປະຊຸມ ປະກາດແຕ່ງຕັ້ງຫົວໜ້າ -ຮອງໝູ່ກຳລັງກອງຫຼອນທົ່ວເມືອງສີສັດຕະນາກ

ພັຕ ວັນໄຊ ຂັນທະວົງ ຮັກສາການຫົວໜ້າກອງບັນຊາການທະຫານເມືອງສີສັດຕະນາກ ກ່າວວ່າ: ການ ປະກາດ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງໝູ່ ພ້ອມດ້ວຍລູກໝູ່ກອງຫຼອນຄັ້ງນີ້, ເພື່ອແນໃສ່ປັບປຸງວຽກ ງານກອງຫຼອນທົ່ວນະຄອນຫຼວງວຽງຈັນ ເວົ້າລວມ, ເວົ້າສະເພາະແມ່ນກໍາລັງກອງຫຼອນທົ່ວເມືອງສີສັດຕະນາກ ໃຫ້ມີຄວາມເຂັ້ມແຂງ, ເປັນລະບົບຕາມຫຼັກການວິຊາສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນພື້ນຖານໃນການຕອບຕ້ານ, ສະກັດກັ້ນກຸ່ມຄົນບໍ່ຫວັງດີ ແລະ ອິດທິກໍາລັງປໍລະປັກທີ່ຍັງນໍາໃຊ້ທາງດ້ານຍຸດ ທະສາດຫັນປ່ຽນໂດຍສັນຕິ ເພື່ອເຄື່ອນໄຫວກະທໍາຜິດທາງດ້ານສິດທິມະນຸດ, ປະຊາທິປະໄຕ, ຊົນເຜົ່າ, ສາສະ ໜາ, ເສດຖະກິດ ແລະ ວັດທະນະທໍາສັງຄົມຂອງປະເທດເຮົາ.

ກອງປະຊຸມ ປະກາດແຕ່ງຕັ້ງຫົວໜ້າ-ຮອງໝູ່ກຳລັງກອງຫຼອນທົ່ວເມືອງສີສັດຕະນາກ
ກອງປະຊຸມ ປະກາດແຕ່ງຕັ້ງຫົວໜ້າ-ຮອງໝູ່ກຳລັງກອງຫຼອນທົ່ວເມືອງສີສັດຕະນາກ

ການປະກາດແຕ່ງຕັ້ງຫົວໜ້າ-ຮອງໝູ່ ພ້ອມດ້ວຍລູກໝູ່ກອງຫຼອນ ລວມມີ 37 ບ້ານ, ມີ 5 ກຸ່ມ ຄື: ກຸ່ມເພຍວັດ, ກຸ່ມທາດຂາວ, ກຸ່ມສວນມອນ, ກຸ່ມຈອມແຈ້ງ ແລະ ກຸ່ມວັດນາກ, ມີ 32 ໝູ່, ມີ 149 ກໍາລັງຄົນຂຶ້ນກັບ.
ໂດຍ ພົຈວ ສີພອນ ຈັນສົມວົງ ໄດ້ເນັ້ນໃຫ້ຫົວໜ້າ-ຮອງໝູ່ ແລະ ລູກໝູ່ກອງຫຼອນທຸກສະຫາຍທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້, ໃຫ້ເອົາໃຈໃສ່ຕັ້ງໜ້າປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ, ມີຄວາມກ້າຫານ, ໄຫວພິບໃນການເຄື່ອນໄຫວວິຊາສະເພາະ, ກໍາແໜ້ນແນວທາງ, ລະບຽບກົດໝາຍເປັນສໍາຄັນ, ຍຶດຖືຄວາມຊື່ສັດ, ຖືກຕ້ອງ, ເປັນທໍາໃຫ້ສົມກັບເປັນກໍາລັງຫຼັກແຫຼ່ງຂັ້ນພື້ນຖານໃນການສະກັດກັ້ນ, ຕອບຕ້ານ ແລະ ເປັນເສນາທິການໃຫ້ກັບຂັ້ນເທິງຢ່າງເຂັ້ມແຂງ.

ກອງປະຊຸມ ປະກາດແຕ່ງຕັ້ງຫົວໜ້າ-ຮອງໝູ່ກຳລັງກອງຫຼອນທົ່ວເມືອງສີສັດຕະນາກ
ກອງປະຊຸມ ປະກາດແຕ່ງຕັ້ງຫົວໜ້າ-ຮອງໝູ່ກຳລັງກອງຫຼອນທົ່ວເມືອງສີສັດຕະນາກ