ໜ່ວຍພັກຮາກຖານຫ້ອງພະລາທິການ ວິທະຍາຄານຕໍາຫຼວດ ປະຊາຊົນ (ວຕປ) ກະຊວງ ປກສ ໄດ້ເອົາໃຈໃສ່ຊີ້ນຳ-ນໍາພາພະນັກງານປະຕິບັດວຽກງານວິຊາສະເພາະ ຕາມພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະພັກ ວຕປ ໃນຂົງເຂດວຽກງານພະລາທິການມີຜົນສໍາເລັດ.

ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ໜ່ວຍພັກຮາກຖານຫ້ອງພະລາທິການ  ວິທະຍາຄານຕໍາຫຼວດ ປະຊາຊົນ
ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ໜ່ວຍພັກຮາກຖານຫ້ອງພະລາທິການ ວິທະຍາຄານຕໍາຫຼວດ ປະຊາຊົນ

ໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງ ໜ່ວຍພັກຮາກຖານຫ້ອງພະລາທິການ ວິທະຍາຄານຕໍາຫຼວດ ປະຊາຊົນ ໃນວັນທີ 20 ສິງຫາ, ມີສະຫາຍ ພົຈວ ປອ ບຸນຊູ ນາມມະຈັກ ເລຂາຄະນະພັກ ອໍານວຍການ ວິ ທະຍາຄານຕໍາຫຼວດປະຊາຊົນ, ມີຄະນະພັກໜ່ວຍພັກຮາກຖານ, ແຂກຮັບເຊີນ, ສະມາຊິກພັກສົມບູນ-ສໍາ ຮອງເຂົ້າຮ່ວມ. ສະຫາຍ ພັທ ທອງລາ ນາມມະວົງ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງພະລາທິການກ່າວວ່າ: ໄລຍະຜ່ານມາ, ຄະນະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ນໍາພາສະມາຊິກພັກ, ພະນັກງານ-ນັກຮົບປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດ ເປັນຕົ້ນແມ່ນວຽກງານການເງິນ ໄດ້ນໍາພາປະຕິບັດແຜນງົບປະມານ ລາຍຮັບ-ຈ່າຍ ຖືກຕາມລະບຽບຫຼັກການ.

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຮາກຖານຫ້ອງພະລາທິການ  ວິທະຍາຄານຕໍາຫຼວດ ປະຊາຊົນ
ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຮາກຖານຫ້ອງພະລາທິການ ວິທະຍາຄານຕໍາຫຼວດ ປະຊາຊົນ

ພ້ອມນັ້ນ, ໜ່ວຍພັກຮາກຖານຫ້ອງພະລາທິການ ຍັງໄດ້ເອົາໃຈໃສ່ວຽກງານຊັບສິນ, ກໍ່ສ້າງ-ສ້ອມແປງໄດ້ນໍາພາຄຸ້ມຄອງ ຊັບ ສິນຂອງ ວຕປ ໃຫ້ເຂົ້າສູ່ລະບຽບຫຼັກການ, ຂຶ້ນບັນຊີຄຸ້ມຄອງ ທີ່ດິນ, ຕຶກ-ອາຄານ, ຫ້ອງການ, ຫໍພັກ, ເຮືອນ ຄົວ, ໂຕະ, ຕັ່ງ, ຕູ້, ຕຽງ, ໄຟຟ້າ, ນໍ້າປະປາ, ອຸປະກອນເຕັກນິກ ຮັບໃຊ້ທຸກຂົງເຂດ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ນໍາພາປະຕິບັດແຜນການກໍ່ສ້າງ-ສ້ອມແປງ ຕາມຕົວເລກອະນຸມັດງົບປະມານ ເຊັ່ນ: ສ້ອມແປງສະໜາມຍິງປືນ ມູນຄ່າ 563.000.000 ກີບ, ກໍ່ສ້າງບ່ອນຈອດລົດການນໍາ ມູນຄ່າ 130. 000.000ກີບ; ຈັດຊື້ເຄື່ອງຄົງທີ່ ( ໂຕະ, ຕັ້ງ, ຕູ້, ຕຽງ ) ມູນຄ່າ 1.091.000.000 ກີບ, ຍ້າຍຕາ ຂ່າຍໄຟຟ້າ ມູນຄ່າ 130.000. 000 ກີບ; ສ້ອມແປງປ່ຽນຖ່າຍ ໝໍ້ແປງໄຟຟ້າ ມູນຄ່າ 22.669. 500ກີບ; ກໍ່ສ້າງຄອງລະບາຍ ນ້ໍາມູນຄ່າ 420.000.000 ກີບ, ສ້ອມແປງເພດານຮອບນອກຕຶກ 4 ຊັ້ນມູນຄ່າ 120.000.000 ກີບ, ກໍ່ສ້າງເຕົາຫຸງຕົ້ມ ມູນຄ່າ 377.000.000ກີບ, ສ້ອມແປງ ຫໍພັກປ້ອງກັນ ມູນຄ່າ 250.000. 000 ກີບ.

ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ໜ່ວຍພັກຮາກຖານຫ້ອງພະລາທິການ  ວິທະຍາຄານຕໍາຫຼວດ ປະຊາຊົນ
ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ໜ່ວຍພັກຮາກຖານຫ້ອງພະລາທິການ ວິທະຍາຄານຕໍາຫຼວດ ປະຊາຊົນ

ນອກຈາກນໍາໃຊ້ງົບປະມານຂອງລັດອະນຸມັດແລ້ວ ໜ່ວຍພັກ ຮາກຖານຫ້ອງພະລາທິການ ຍັງໄດ້ນໍາໃຊ້ເງິນຄັງລວມຂອງ ວຕປ ຈໍານວນ 974.600.000 ກີບ ເຂົ້າໃນບັນດາໂຄງການຕ່າງໆ ເຊັ່ນ: ເທເບຕົ່ງພື້ນທາງເຂົ້າເຮືອນຄົວລວມ ມູນຄ່າ 21.153.000 ກີບ, ເທເບຕົ່ງທາງເຂົ້າປະຕູຂົງດ້ານໜ້າ ມູນຄ່າ 24.595.000ກີບ, ຕິດຕັ້ງໄມ້ ກັນປະຕູໂຂງ ມູນຄ່າ 22.325. 000ກີບ, ສ້ອມແປງຫຼັງຄາເຮືອນ ຄົວມູນຄ່າ 25.666.000ກີບ.

ໃນກອງປະຊຸມ, ຍັງໄດ້ປ່ອນບັດເລືອກເອົາຄະນະ ໜ່ວຍພັກ ຮາກຖານຊຸດໃໝ່, ເຊິ່ງມີຜູ້ສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ ແລະ ເຫັນດີເປັນເອກະພາບເລືອກເອົາ ພັທ ທອງລາ ນາມມະວົງ ເປັນເລຂາ, ພັທ ນາງ ມະນີວັນ ວົງພະຈັນ ເປັນຮອງເລຂາ, ພັທ ນາງ ຄໍາມີ ຈັນທິລາດ ເປັນປະທານກວດກາ ແລະ ອີກສອງສະຫາຍ ເປັນ ຄະນະ.

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຮາກຖານຫ້ອງພະລາທິການ ວິທະຍາຄານຕໍາຫຼວດ ປະຊາຊົນ
ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຮາກຖານຫ້ອງພະລາທິການ ວິທະຍາຄານຕໍາຫຼວດ ປະຊາຊົນ