ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ໜ່ວຍພັກ ປກສ ກຸ່ມສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນ ໃນວັນທີ 19 ສິງຫາ; ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ຄຳເຫວີຍ ສີຫາທຳ ກຳມະການພັກເມືອງ ຫົວໜ້າອົງການຈັດຕັ້ງເມືອງໄຊທານີ, ມີສະຫາຍ ພັທ ພຸດທະວົງ ດິດຍາວົງ ຄະນະພັກຮາກຖານ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງ ພ້ອມດ້ວຍມີເລຂາ-ຮອງເລຂາ ໜ່ວຍພັກ, ເລຂາພັກບ້ານ 7 ບ້ານ ຕະຫຼອດຮອດ ສະມາຊິພັກ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ປກສ ເມືອງສີວິໄລ ຈັດກອງປະຊຸມໜ່ວຍພັກ
ປກສ ເມືອງສີວິໄລ ຈັດກອງປະຊຸມໜ່ວຍພັກ

ສະຫາຍ ພັທ ສັງ ພິມພາ ເລຂາໜ່ວຍພັກ ປກສ ກຸ່ມສີວິໄລ ກ່າວວ່າ:

ກຸ່ມສີວິໄລ ປະກອບມີ 7 ບ້ານທີ່ຂຶ້ນກັບ, ມີ 384 ໜ່ວຍ, 5.830 ຫຼັງຄາເຮືອນ, 5.734 ຄອບຄົວ ແລະ 31.248 ຄົນ ຍິງ 15.856 ຄົນ; ໃນນັ້ນ, ພົບເຫັນ 2.532 ຄົນ ຍິງ 1.205 ຄົນທີ່ຍັງ ບໍ່ທັນຂຶ້ນທະບຽນຄຸ້ມຄອງສໍາມະໂນຄົວ. ຄຽງຄູ່ກັນນີ້, ໜ່ວຍພັກຍັງ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາເຮັດວຽກວິຊາສະເພາະບໍລິການປະຊາຊົນ ສະແດງອອກຄື: ສາມາດຈັດຕັ້ງປະຕິບັດການຜ່ານເອກະສານຄຸ້ມຄອງສໍາມະໂນຄົວ 1.360 ສະບັບ, ຮັບແຈ້ງຄວາມລົດເສຍ 156 ຄັນ; ຄໍາຮ້ອງຄໍ້າປະກັນຜູ້ຖືກຫາອອກຈາກຄ້າຍຄຸມຂັງ ຈໍານວນ 42 ຄົນ, ເອກະສານເອົາລູກ-ຫຼານໄປຝາກ ດັດສ້າງ 94 ຄົນ ຍິງ 8 ຄົນ, ຮັບແຈ້ງຄວາມໃນກໍລະນີຕ່າງໆ ຈໍານວນ 438 ເລື່ຶອງ; ໃນນີ້, ລັກຊັບ 422 ເລື່ອງ, ປຸ້ນຊັບ 15 ເລື່ອງ ແລະ ຄາດຕະກຳ 1 ເລື່ອງ, ໄດ້ສຶກສາອົບຮົມໄກ່ເກ່ຍຄະດີຕ່າງໆ ຈໍາ ນວນ 75 ຄັ້ງ.

ປກສ ເມືອງສີວິໄລ ຈັດກອງປະຊຸມໜ່ວຍພັກ
ປກສ ເມືອງສີວິໄລ ຈັດກອງປະຊຸມໜ່ວຍພັກ

ສໍາລັບການຄຸ້ມຄອງຄົນຕ່າງປະເທດ ທີ່ມາພັກເຊົາມີທັງໝົດ 493 ຄົນ ຍິງ 171 ຄົນ ລວມມີ 18 ສັນຊາດ, ສາມາດກວດພົບຄົນຕ່າງປະເທດ ທີ່ປະກອບອາຊີບບໍ່ ຖືກຕ້ອງ ຈໍານວນ 298 ຄົນ ຍິງ 125 ຄົນ ມີ 6 ສັນຊາດ; ພົບຫ້າງຮ້ານທີ່ບໍ່ຖືກຕ້ອງ ຈໍານວນ 72 ຮ້ານ ພ້ອມທັງເຮັດບົດບັນທຶກສຶກ ສາອົບຮົມ, ຄົນຕ່າງປະເທດແຕ່ງ ງານກັບຄົນລາວ ຈໍານວນ 35 ຄົນ ຍິງ 2 ຄົນ; ບໍ່ຖືກຕ້ອງ 24 ຄົນ. ນອກນີ້, ຍັງໄດ້ຕັ້ງໜ້າປະຕິບັດຂຶ້ນ ບັນຊີເປົ້າໝາຍຕ່າງໆ ເຊັ່ນ: ຢາເສບຕິດ, ປຸ້ນຈີ້ຊີງຊັບ, ຂີ້ລັກງັດ ແງະອື່ນໆທີ່ແຕະຕ້ອງເຖິງຄວາມ ບໍ່ສະຫງົບທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບ ຮ້ອຍທາງດ້ານສັງຄົມ, ເຊິ່ງສາມາດແກ້ໄຂໄດ້ 185 ຄັ້ງ, 310 ຄົນ ຍິງ 25 ຄົນ ຄື: ເປົ້າໝາຍຢາເສບຕິດ ຈໍານວນ 261 ຄົນ ຍິງ 22 ຄົນ ແລະ ຊີງຊັບ-ລັກຊັບພົນລະເມືອງ ຈໍານວນ 49 ຄົນ ຍິງ 3 ຄົນ ສ່ວນວຽກງານດ້ານອື່ນໆ ກໍໄດ້ເອົາໃຈ ໃສ່ຈັດຕັ້ງປະຕິບັດຕາມພາລະ, ສິດ-ໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.

ປກສ ເມືອງສີວິໄລ ຈັດກອງປະຊຸມ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່
ປກສ ເມືອງສີວິໄລ ຈັດກອງປະຊຸມ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່

ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ໃນນີ້, ລົງສະໝັກເລືອກຕັ້ງ ທັງໝົດ 5 ສະຫາຍ ຄັດເອົາ 3 ສະຫາຍ. ຜ່ານການປະຊາມະຕິເຫັນດີເລືອກໄດ້ ສະຫາຍ ພັທ ສັງ ພິມພາ ເປັນເລຂາໜ່ວຍພັກ, ສະຫາຍ ຮອ ຄໍາແດງ ສີບຸນເຮືອງ ເປັນຮອງເລຂາທັງເປັນປະທານກວດກາ ແລະ ສະຫາຍ ຮອ ແອງທອງມີໄຊ ເປັນຄະນະ.