ກອງປະຊຸມໃຫຍ່ ຄັ້ງທີ III ຂອງສະຫະພັນກຳມະບານຮາກຖານ ຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 16 ສິງຫາ 2019, ໂດຍການເປັນປະທານຂອງ ທ່ານ ໄຊຍະບັດ ຊຸ່ມມະນີວົງ ປະທານກໍາມະບານຮາກຖານ ຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ ມີບັນດາສະມາຊິກກໍາມະບານ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ III ກຳມະບານຮາກຖານຂອງຄະນະຊາວໜຸ່ມ ນວ

ທ່ານ ໄຊຍະບັດ ຊຸ່ມມະນີວົງ ໄດ້ລາຍງານວ່າ:

ໄລຍະຜ່ານມາ, ຄະນະກໍາມະບານຮາກຖານ ຄະນະຊາວໜຸ່ມ ນະຄອງຫຼວງວຽງຈັນ ສາມາດຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກກຳມະບານ ໄດ້ຈຳນວນ 3 ສະຫາຍ ແລະ ເຂົ້າ ເປັນສະມາຊິກພັກ 10 ສະຫາຍ; ໃນນັ້ນ; ເປັນນັກທຸລະກິດໜຸ່ມ ນະຄອນຫຼວງວຽງຈັນ 3 ສະຫາຍ. ວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າຂອງສະມາຊິກກໍາມະບານ ໄດ້ເປັນເຈົ້າການໃນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າ ແລະ ບົດແນະນໍາໃນການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນ ເຈົ້າທີ່ສູນກາງສະຫະພັນກໍາມະບານລາວວາງອອກຕິດພັນກັບຂະບວນການຮັກຊາດ-ພັດທະນາ; ນະໂຍບາຍ 6 ສ ແລະ 3 ຫຼຸດ 3 ເພີ່ມ ແລະ 3 ຂະບວນການ ທີ່ນະຄອງຫຼວງວຽງຈັນ ວາງອອກໃຫ້ປະກົດຜົນເປັນຈິງ ແລະ ຜ່ານມາສາມາດກວດກາປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2017 ມີສະມາຊິກເຂົ້າປະເມີນ ຈໍານວນ 24 ສະຫາຍ ຍິງ 7 ສະ ຫາຍ; ສາມາດຕີລາຄາດຄະແນນ ສະເລ່ຍກວມເອົາ 92, 79% ໄດ້ຮັບໃບຢັ້ງຢືນກໍາມະບານ 5 ເປັນ ເຈົ້າ 2017 ; ກວດກາປະເມີນຜົນ ປີ 2018 ມີສະມາຊິກ ຈໍານວນ 26 ສະຫາຍ ຍິງ 8 ສະຫາຍ ສະເລ່ຍ ກວມເອົາ 92,85%; ໃນປີ 2019 ມີ 30 ສະຫາຍ ຍິງ 8 ສະ ຫາຍ ກວມເອົາ 89%.

ປ່ອນບັດຄັດຂັດເລືອກເອົາຄະນະຊຸດໃໝ່
ປ່ອນບັດຄັດຂັດເລືອກເອົາຄະນະຊຸດໃໝ່

ທິດທາງແຜນການໃນ 5 ປີໃນ ຕໍ່ໜ້າ: ແມ່ນເອົາໃຈຈັດຕັ້ງເຊື່ອມຊຶມຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມໃຫ່ຍຂັ້ນນີ້ໃຫ້ເລິກເຊິ່ງ, ຫັນເອົາທິດທາງ, ໜ້າທີ່, ຄາດໝາຍສູ້ຊົນວຽກງານໃນແຕ່ລະດ້ານ ມາເປັນແຜນການ; ໂຄງການລະອຽດໃນການຈັດຕັ້ງປະຕິບັດໄລຍະ 5 ປີຕໍ່ໜ້າ (2019-2030) ແລະ ແຜນການປະຈໍາປີມາຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ, ເອົາໃຈໃສ່ຕິດຕາມຊຸກຍູ້ການປະເມີນຜົນຂໍ້ແຂ່ງຂັນ 5 ເປັນເຈົ້າ ເປັນປົກກະຕິ; ສະຫຼຸບຖອດຖອນບົດຮຽນ ເພື່ອເສີມຂະຫຍາຍຜົນສຳເລັດ ແລະ ປັບປຸງແກ້ໄຂຂໍ້ຄົງຄ້າງໃຫ້ທັນເວລາ.

ໃນກອງປະຊຸມ, ໄດ້ປ່ອນບັດຄັດຂັດເລືອກເອົາຄະນະຊຸດໃໝ່, ເຊິ່ງມີຜູ້ສະໝັກ 5 ສະຫາຍ ເລືອກ ເອົາ 3 ສະຫາຍ ໄດ້ເລືອກ: ສະຫາຍ ຫຸມແພງ ສີສົມບັດ ເປັນປະທານກໍາມະບານ ສະຫາຍ ອ້ອຍ ປັນຍາວົງ ເປັນຮອງກໍາມະບານຮາກຖານ ແລະ ສະຫາຍວິຍະດາ ພິມພັນ ເປັນຄະນະ.