ປະກາດໂຍກຍ້າຍຮອງຫົວໜ້າ ປກສ ແຂວງຫຼວງນ້ຳທາ ໄປຮັບໜ້າທີ່ໃໝ່ຢູ່ ປກສ ແຂວງບໍ່ແກ້ວ

0
1808

ໃນຕອນເຊົ້າຂອງວັນທີ 21 ສິງຫາ 2019 ນີ້, ຢູ່ທີ່ສະໂມສອນ ແຂວງຫຼວງນໍ້າທາ ໄດ້ຈັດ ພິທີປະກາດໂຍກຍ້າຍ ພັອ ອິນສົມ ທຳລະສິນ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄປຮັບໜ້າທີ່ໃໝ່ເປັນ ຮັກສາການ ຫົວໜ້າ ກອງບັນຊາການ ປກສ ແຂວງບໍ່ແກ້ວ, ພາຍໃຕ້ການເຂົ້າຮ່ວມໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍ ຄະນະພັກ ກອງບັນຊາການ ປກສ ແຂວງ ແລະ ເມືອງ.

ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ ພິທີປະກາດຍົກຍ້າຍ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ
ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ ພິທີປະກາດຍົກຍ້າຍ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ

ພິທີປະກາດຍົກຍ້າຍ ໃນຄັ້ງນີ້ ແມ່ນເພື່ອເປັນການປະຕິບັດຕາມ ບັນດາຂໍ້ກຳນົດຕ່າງໆ ເຊັ່ນ:

  • ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 1684/ປກສ ວ່າດ້ວຍ ການຍົກຍ້າຍນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ
  • ອີງຕາມກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ສະບັບປັບປຸງ ເລກທີ 20/ສພຊ
  • ດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງປ້ອງກັນຄວາມສະຫງົບ ເລກທີ 306/ນຍ
  • ອີງຕາມການຕົກລົງເຫັນດີເປັນເອກະພາບຂອງ ຄະນະປະຈຳພັກ ກະຊວງປ້ອງກັນຄວາມສະຫງົບ ຄັ້ງວັນທີ 19 ສິງຫາ 2019
ພິທີປະກາດຍົກຍ້າຍ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ

ນອກຈາກນີ້, ກໍເພື່ອເປັນ ການປັບປຸງກົງຈັກການຈັດຕັ້ງ ກະຊວງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ – ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່.

ຜ່ານການຄົ້ນຄວ້ານຳສະເໜີຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຕົກລົງຍົກຍ້າຍ ພັອ ອິນສົມ ທຳລະສິນ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄປຮັບໜ້າທີ່ໃໝ່ເປັນ ຮັກສາການ ຫົວໜ້າ ກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອຊີ້ນໍາໆພາວຽກງານຢູ່ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໃນຂັ້ນຕໍ່ໄປ.