ໃນໄລຍະ 5 ( 2014-2018) ຜ່ານມາ, ຄະນະໜ່ວຍພັກຫ້ອງການ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາສະມາຊິກປະຕິວັດວຽກງານວິຊາສະເພາະປະຈຳການກຽມພ້ອມ 24 ຊົ່ວໂມງ ເພື່ອຮັບແຈ້ງຄວາມ ແລະ ແຈ້ງເຫດສຸກເສີນ ໂດຍການປະສານສົບທົບກັບອຳນາດການປົກຄອງ ແລະ ເຈົ້າ ໜ້າທີ່ກ່ຽວຂ້ອງແກ້ໄຂໃຫ້ທັນເວລາ.

ກອງປະຊຸມ ຄະນະໜ່ວຍພັກຫ້ອງການ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ກອງປະຊຸມ ຄະນະໜ່ວຍພັກຫ້ອງການ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ສະຫາຍ ພັຕ ອານົງຄານ ຈິດ ຕະວົງ ເລຂາໜ່ວຍພັກຫ້ອງການ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຫ້ອງການວ່າ: ຄະນະໜ່ວຍພັກຫ້ອງການໄດ້ຊີ້ນໍາ-ນຳພາພະນັກງານເຫຼົ່າວິຊາສະ ເພາະໃນຂົງເຂດຄວາມຮັບຜິດຊອບປະຈຳສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ທາດຫຼວງ: ປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັບແຈ້ງຄວາມ, ແຈ້ງເຫດສຸກເສີນ ສາມາດປະຈໍາການປ້ອງກັນເວນຍາມ 150 ຄັ້ງ, ເຂົ້າຮ່ວມສ່ອງແສງລາຍງານສະພາບປະກົດການຫຍໍ້ທໍ້ປະຈໍາອາທິດຢູ່ກຸ່ມບ້ານ, ປກສ ເມືອງ ແລະ ຫ້ອງຕໍາຫຼວດ 44 ຄັ້ງ, ເຂົ້າຮ່ວມປ້ອງກັນວັນສໍາຄັນຂອງຊາດ, ຂອງພັກ ແລະ ວັນບຸນຕ່າງໆ 5 ຄັ້ງ, ຮັບແຈ້ງເຫດລົດຕໍາກັນ 22 ຄັ້ງ, ຮັບແຈ້ງເຫດລົດເສຍ 1 ຄັ້ງ ແລະ ແຈ້ງເຫດຕ່າງໆ 30 ຄັ້ງ ສົມທົບກັບບ້ານ, ປກສ ກຸ່ມອອກກວດກາລາຕະເວນ 156 ຄັ້ງ, ສະຫຼຸບສັງລວມສະພາບປະຈໍາວັນ 150 ຄັ້ງ, ສົມທົບກັບບ້ານ, ປກສ ກຸ່ມ ກັກຕົວຜູ້ຖືກຫາສົ່ງ ປກສ ເມືອງ ທັງໝົດ 25 ຄົນ ແລະ ສົມທົບກັບພາກສ່ວນກ່ຽວຂ້ອງປ້ອງກັນສະຖານທີ່ເກີດເຫດ, ອຸບັດຕິເຫດ, ອັກຄີໄພ ແລະ ສະຖານທີ່ເກີດເຫດອື່ນໆມີ 14 ຄັ້ງ.

ກອງປະຊຸມ ຄະນະໜ່ວຍພັກຫ້ອງການ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ກອງປະຊຸມ ຄະນະໜ່ວຍພັກຫ້ອງການ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ໃນຕໍ່ໜ້າ, ຄະນະໜ່ວຍພັກຫ້ອງການຈະສືບຕໍ່ນໍາພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍພາຍໃນສຳນັກງານ-ອົງການ, ເອົາໃຈໃສ່ປະຈໍາການ 24 ຊົ່ວໂມງ ເພື່ອຮັບ ແຈ້ງຄວາມ, ແຈ້ງເຫດສຸກເສີນປະສານສົມທົບກັບອໍານາດການປົກຄອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແກ້ໄຂໃຫ້ທັນເວລາ, ເອົາໃຈໃສ່ອອກກວດກາລາຕະເວນຕາມທ້ອງຖະໜົນ ແລະ ຈຸດຫຼໍ່ແຫຼມຕ່າງໆ, ກວດກາກ້ອງວົງ ຈອນຢູ່ແຕ່ລະຈຸດ ເວລາມີເຫດບໍ່ດີເກີດຂຶ້ນ, ດ້ວຍຄວາມຮັບຜິດຊອບສູງ.

ກອງປະຊຸມ ຄະນະໜ່ວຍພັກຫ້ອງການ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ກອງປະຊຸມ ຄະນະໜ່ວຍພັກຫ້ອງການ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2019, ໂດຍມີ ສະຫາຍ ພັທ ຄຳເກິ່ງ ຈັນສຸລິມາດ ຄະນະປະຈຳພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າ ປກສ ເມືອງ ບັນດາພະນັກງານ-ສະ ມາຊິກພັກ ແລະ ແຂກທີ່ຮັບເຊີນເຂົ້າຮ່ວມ. ໃນກອງປະຊຸມຍັງໄດ້ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຫ້ອງການຊຸດໃໝ່; ໃນນີ້, ເລືອກໄດ້ສະຫາຍ ພັຕ ອານົງຄານ ຈິດຕະວົງ ເປັນເລຂາ, ສະຫາຍ ພັທ ສົມເພັດ ຈິດຕະວົງ ເປັນຮອງ ແລະ ສະຫາຍ ພັທ ອຸດ ສິງວົງໄຊ ເປັນປະທານກວດກາ.

ການປ່ອນບັດເລືອກຕັ້ງ ຄະນະໜ່ວຍພັກຫ້ອງການ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ການປ່ອນບັດເລືອກຕັ້ງ ຄະນະໜ່ວຍພັກຫ້ອງການ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ