ເພາະຮັກຂ້າງດຽວ ເປັນສາເຫດໃຫ້ຄາດຕະກຳ ເສຍຊີວິດຢ່າງອາໜາດ ກ່ອນຂ້າຕົວຕາຍຕາມ ep 1/2

0
3831

ຮັກຂ້າງດຽວ ຫຼື ຮັກຝ່າຍດຽວ ທີ່ບໍ່ໄດ້ຮັບການຕອບສະໜອງຂອງອີກຝ່າຍໜຶ່ງ ແລະ ຍ້ອນຄວາມຄິດຮູ້ເທົ່າບໍ່ເຖິງການ, ບໍ່ມີການຕຶກຕອງ, ເອົາແຕ່ໃຈຕົນເອງ ຈຶ່ງເປັນສາເຫດໃຫ້ລົງມືກໍ່ເຫດ ຈົນເຮັດໃຫ້ ຍາດພີ່ນ້ອງໃນຄອບຄົວ ຕ້ອງທົນທຸກທໍລະມານທາງຈິດໃຈໄປອີກດົນ.

ເຫດການທີ່ເກີດຂຶ້ນ ແມ່ນ ນັກຮຽນຍິງ ປີທີ 2 ຂອງ ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນໂຮ່ຈີມິນ ສສ ຫວຽດນາມ ໄດ້ຖືກໝູ່ຂອງຕົນເອງ ( ແອບຮັກ ) ທີ່ມີອາຍຸຮຸ່ນດຽວກັນ, ມີສະຖານທີ່ເກີດຢູ່ແຂວງດຽວກັນ ( ແຂວງດົ່ງນາຍ ) ລົງມືຄາດຕະກຳ ຢູ່ທີ່ເມືອງບິ່ງແທ້ງ ນະຄອນໂຮ່ຈີມິນ ຫຼັງຈາກທີ່ກໍ່ເຫດແລ້ວ ຜູ້ກ່ຽວ ໄດ້ໂດດຕຶກຫໍພັກນັກສຶກສາ ເພື່ອຂ້າຕົວຕາຍຕາມ.

ຈາກການຄາດຄະເນຂອງ ເຈົ້າໜ້າທີ່ ສະຫຼຸບໃຫ້ຮູ້ວ່າ:

ແຮງຈູງໃຈຂອງເຫດການນີ້ ອາດເກີດຂຶ້ນຍ້ອນຄວາມຮັກທີ່ບໍ່ສົມຫວັງ, ບໍ່ໄດ້ດັ່ງໃຈ ແລະ ຍັງຂາດການຖະໜອມຮັກຈາກທັງ 2 ຝ່າຍ ເພາະທັງ 2 ຍັງຢູ່ໃນໄລຍະອາຍຸກຳລັງເປັນ ບ່າວ – ສາວ ແລະ ຍັງບໍ່ທັນມີປະສົບການ ໃນການດຳລົງຊີວິດຢູ່ຮ່ວມກັນໄດ້ດີ ຈຶ່ງຫາທາງອອກຄືແນວນັ້ນ.

ໃນຕອນເຊົ້າຂອງວັນທີ 12 ເດືອນກໍລະກົດ, ຢູ່ທີ່ເຮືອນນ້ອຍຫຼັງໜຶ່ງທີ່ຂ້າງສວນຢາງພາລາ ຢູ່ຄຸ້ມ 6 ຕາແສງເຕິ້ນຮຽບ ເມືອງລັອງແທ່ງ ແຂວງດົ່ງນາຍ ທ່າມກາງງານສົ່ງສະການ ສຽງຮ້ອງໄຫ້ດັງກ້ອງຂຶ້ນຈາກບັນດາໝູ່ຄູ່ຮັກແພງ ຂອງ ນາງ ຟາມເຈິ່ນ TU ( ອາຍຸ 19 ປີ ຜູ້ເສຍຊີວິດ ) ແລະ ບັນດາຍາດພີ່ນ້ອງ ເຊິ່ງນີ້ເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງຄົນໃນຄອບຄົວ ເພາະວ່າເປັນລູກສາວດຽວທີ່ຄອບຄົວຫວັງເພິ່ງພາ ເມື່ອຍາມຮຽນຈົບມາ ແຕ່ສຸດທ້າຍກໍຕ້ອງມາຈົບຊີວິດແບບບໍ່ມີໃຜຄິດມາກ່ອນວ່າ ຈະເກີດຂຶ້ນພຽງເຫດຜົນເລື່ອງຄວາມຮັກ.

ສ່ວນທີ່ເຂດຖະໜົນເຟືອກຫາຍ ເມືອງລັອງແທ່ງ ແຂວງດົ່ງນາຍ ທາງຄອບຄົວຂອງ ທ້າວ ຫງວຽນກວ້າງຕຽນ ( ອາຍຸ 19 ປີ ຜູ້ກໍ່ເຫດຄາດຕະກຳ ແລະ ຂ້າຕົວເອງຕາຍຕາມ ) ກໍໄດ້ຈັດງານສົບ ເຊິ່ງທາງຄອບຄົວຂອງຜູ້ກໍ່ເຫດ ໄດ້ພະຍາຍາມຫຼີກລ່ຽງຈາກການຕອບຄຳຖາມຂອງປະຊາຊົນ ກ່ຽວກັບ ການກໍ່ເຫດຂອງຜູ້ກ່ຽວ ໃນຂະນະຈັດງານສົບ.

ທ້າວ ຫງວຽນກວ້າງຕຽນ ກໍເປັນລູກຊາຍດຽວໃນເຮືອນທີ່ຄອບຄົວຄອງຄອຍ ແລະ ມີຄວາມຫວັງ ຈະໄດ້ເພິ່ງພາ ເມື່ອຮຽນຈົບມາ ເຊິ່ງຈະມອບໝາຍວຽກຂອງຄອບຄົວໃຫ້ສືບຕໍ່ ແຕ່ສຸດທ້າຍຄວາມຫວັງດັ່ງກ່າວ ກໍມາລົ້ມລະລາຍລົງ ຍ້ອນເລື່ອງຂອງຄວາມຮັກບໍ່ສົມຫວັງ ຍ້ອນຄວາມຄິດທີ່ໄຮ້ການພິຈາລະນາ ຈຶ່ງກໍ່ເຫດທີ່ບໍ່ຄາດຄິດນີ້ຂຶ້ນ ແລະ ຍັງຄົງໄວ້ໃຫ້ທາງຄອບຄົວພຽງຄວາມເຈັບປວດ ແລະ ຄວາມທົນທຸກທໍລະມານຈາກ ການນິນທາ ແລະ ສາຍຕາທີ່ເຢາະເຢີ້ຍຈາກຄົນໃນທ້ອງຖິ່ນ.

ກັບຄືນມາທີ່ເຫດການຄະດີທີ່ເກີດຂຶ້ນ, ນາງ U ແລະ ທ້າວ ຫວຽນກວາງຕຽນ ທັງ 2 ເປັນເພື່ອນສະໜິດກັນ ທີ່ໄດ້ຮ່ວມຊີວິດການຮຽນມາຕັ້ງແຕ່ປະຖົມ ຢູ່ທີ່ແຂວງດົ່ງນາຍ ແຕ່ໃຫຍ່ຂຶ້ນມາ ແລະ ກ້າວເຂົ້າສູ່ການຮຽນຮູ້ທີ່ວິທະຍາໄລ, ທ້າວ ຕຽນ ໄດ້ມີຄວາມຄິດແອບມັກ ນາງ U ຫຼາຍກວ່າຄວາມຮັກໃນກຸ່ມໝູ່ເພື່ອນ ແຕ່ຄວາມຮັກນັ້ນ ກໍບໍ່ໄດ້ສະແດງອອກໃຫ້ອີກຝ່າຍຮັບຮູ້ ແລະ ເປັນພຽງການແອບຮັກຢູ່ໃນໃຈເທົ່ານັ້ນ.

( ຕິດຕາມຕອນຕໍ່ໄປ … )