ປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກຢູ່ ປກສ ແຂວງສະຫວັນນະເຂດ

0
486
 ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ
ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ

ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນວັນທີ 19 ສິງ ຫາ 2019, ຕ້ອນຮັບໂດຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ; ມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ, ມີບັນດາຄະນະຫ້ອງ, ປ້ອງກັນເຄື່ອນທີ່, ປກສ ນະຄອນໄກສອນພົມວິຫານ, ໂຮງຮຽນ ປກສ ຊັ້ນກາງ ເລກ 2 ແລະ ພະນັກງານ-ນັກຮົບອ້ອມຂ້າງ ເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.

ພັອ ຄຳພົນ ສີຫາປັນຍາ ໄດ້ລາຍງານສະພາບລວມໂດຍຫຍໍ້ໃນໄລຍະຜ່ານມາ ໂດຍສະເພາະບັນຫາຕ່າງໆທີ່ເກີດຂຶ້ນະາຍໃນແຂວງ ເຊັ່ນ: ບັນຫາສາສະໜາ, ກຸ່ມຄົນບໍ່ດີທີ່ມາເຄື່ອນໄຫວສ້າງທຸລະກິດ, ການແຕ່ງງານກັບຄົນຕ່າງປະເທດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ປະກົດການຫຍໍ້ທໍ່ຕ່າງໆອີກຈຳນວນໜຶ່ງເປັນຕົ້ນ: ບັນຫາຢາເສບຕິດ, ຄາດຕະກຳ ລວມເຖິງອຸບັດຕິເຫດ ແລະອື່ນໆ; ນອກນີ້, ຍັງມີບັນຫາອາວຸດເສິກລ່າເນື້ອທີ່ບໍ່ຖືກຕ້ອງ ແລະ ບັນຫາພົວພັນກັບຕ່າງປະເທດໃນການຈັດຕັ້ງແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ, ສ່ວນວຽກ ງານລົງກໍ່ສ້າງຮາກຖານການເມືອງ ໂດຍສຸມໃສ່ 4 ວຽກໃຫຍ່ ແມ່ນມີຜົນສຳເລັດເປັນຢ່າງດີ.

  ທ່ານ ປອ ໄຊສົມພອນ ພົມວິຫານ ແລະ ບັນດາການນຳແຂວງສະຫວັນນະເຂດ
ທ່ານ ປອ ໄຊສົມພອນ ພົມວິຫານ ແລະ ບັນດາການນຳແຂວງສະຫວັນນະເຂດ

ໂອກາດດັ່ງກ່າວ, ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງສະຫວັນນະເຂດ ທີ່ຍາດມາໄດ້ໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ກຳລັງປ້ອງກັນຄວາມສະຫງົບແຕ່ລະຂັ້ນ ຈົ່ງເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃນຖັນແຖວພະນັກງານ-ນັກຮົບ, ບັນດາສະມາຊິກພັກໃຫ້ກຳແໜ້ນ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກຢ່າງເລິກເຊິ່ງ, ຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ໄດ້ຢ່າງຂາດຕົວ; ເອົາໃຈໃສ່ເຮັດວຽກງານປ້ອງກັນຄວາມສະຫງົບ ທັງມີສະຕິລະວັງຕົວຕໍ່ການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ຈະສວຍໃຊ້ຊົນເຜົ່າ, ສາສະໜາ ເພື່ອເຄື່ອນໄຫວແຕກແຍກຄວາມສາມັກຄີພາຍໃນ; ເຂົ້າຮ່ວມການປະຕິບັດແນວທາງນະໂຍບາຍຂອງພັກ, ເພີ່ມທະວີຄວາມສາມັກຄີ ແລະ ເຊີດຊູສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ ແລະ ບັນດາຊັ້ນຄົນໃນເງື່ອນໄຂໃໝ່ແຫ່ງການເຊື່ອມໂຍງໃນພາກພື້ນ ແລະ ສາກົນ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ-ປອດໄພ.