ວັນທີ 21 ສິງຫາ 2019, ຄະນະພັກ-ຄະນະບັນຊາຂັ້ນກະຊວງ, ກົມໃຫຍ່, ກອງບັນຊາການ, ກົມ – ກອງ, ພະ ນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ ປກສ ໄດ້ ຮັບຟັງການປາຖະກະຖາ ມູນເຊື້ອ 2 ວັນສຳຄັນຂອງຊາດທີ່ເຄີຍເກີດຂຶ້ນໃນເດືອນສິງຫາ ຄື: ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 28 ປີ (15 ສິງຫາ 1991-15 ສິງຫາ 2019) ແລະ ວັນຍຶດອໍານາດ 23 ສິງຫາ ຄົບຮອບ 74 ປີ (23 ສິງຫາ 1945 ແລະ 23 ສິງຫາ 1975-23 ສິງຫາ 2019), ປາຖະກະຖາໂດຍ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ສີປະເສີດ ແສນສະຫວັດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ກະຊວງ ປກສ ຮັບຟັງການປາຖະກະຖາ ມູນເຊື້ອ 2 ວັນສຳຄັນຂອງຊາດ
ກະຊວງ ປກສ ຮັບຟັງການປາຖະກະຖາ ມູນເຊື້ອ 2 ວັນສຳຄັນຂອງຊາດ

ທ່ານ ສົມພັນ ແພງຄໍາມີ ກ່າວວ່າ: ລັດຖະທໍາມະນູນແຫ່ງ ສປປ ລາວ ແມ່ນທາດແທ້ການສ້າງສະຕິຊາດ ເອກະ ພາບອັນໜຶ່ງອັນດຽວກັນ ພາຍໃຕ້ການນໍາພາຂອງພັກ, ຮັບຮູ້ ແລະ ປົກປ້ອງການດໍາລົງຄົງຕົວທີ່ບໍ່ຕັດແຍກອອກຈາກກັນໄດ້ຂອງປະຊາຊົນລາວບັນດາເຜົ່າ, ເປັນພາຫະນະທີ່ສໍາຄັນໃນການສຶກສາອົບຮົມປະຊາຊົນໃນການຍົກສູງນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ເພີ່ມທະວີຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດ, ເຊີດຊູບົດບາດ ແລະ ຄວາມສາມາດເປັນເຈົ້າປະເທດຊາດຂອງປະຊາຊົນ ບັນດາເຜົ່າ ເພື່ອພ້ອມກັນສຸມທຸກກໍາລັງ ແລະ ຄວາມສາມາດຂອງຕົນ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາ ປະເທດ ຊາດ.

ກະຊວງ ປກສ ຮັບຟັງການປາຖະກະຖາ ມູນເຊື້ອ 2 ວັນສຳຄັນຂອງຊາດ
ກະຊວງ ປກສ ຮັບຟັງການປາຖະກະຖາ ມູນເຊື້ອ 2 ວັນສຳຄັນຂອງຊາດ

ທ່ານ ສີປະເສີດ ແສນສະຫວັດ ກ່າວວ່າ: ຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດໄດ້ດໍາເນີນການຮຸກ ຮານ ແລະ ຢຶດຄອງບັນດາປະເທດເປັນຫົວເມືອງຂຶ້ນ ແລະ ໜຶ່ງໃນນັ້ນປະເທດລາວ ເຮົາໄດ້ຕົກເປັນຫົວ ເມືອງຂຶ້ນຝຣັ່ງໃນປີ 1893, ປະຊາຊົນລາວບັນດາເຜົ່າຢູ່ໃນຄວາມເປັນຂ້ອຍຂ້າຂອງລ່າເມືອງຂຶ້ນຕ່າງດ້າວ ແລະ ຖືກຂູດຮີດຢ່າງແສນສາຫັດ, ດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນຕໍ່ການຮຸກຮານ ແລະ ການກົດ ຂີ່ຂູດຮີດຂອງລ່າເມືອງຂຶ້ນປະຊາຊົນລາວ ບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ ເພື່ອຄວາມເປັນເອກະລາດ, ເສລີ ພາບ ແລະ ຄວາມຢູ່ດີກິນດີຂອງຕົນ. ປີ 1930 ພັກກອມມູນິດອິນດູຈີນ ໄດ້ກໍາເນີດເກີດຂຶ້ນພາຍໃຕ້ການນໍາພາຂອງພັກການຕໍ່ສູ້ຂອງປະຊາຊົນລາວ ຈຶ່ງໄດ້ກ່າວສູ່ໄລຍະໃໝ່ດ້ວຍຄຸນນະພາບໃໝ່, ພັກໄດ້ນໍາພາປະຊາຊົນລຸກຮື້ຂຶ້ນຢຶດອໍານາດການປົກຄອງໃນທົ່ວປະເທດ ໃນວັນທີ 23 ສິງຫາ 1945.

ກະຊວງ ປກສ ຮັບຟັງການປາຖະກະຖາ ມູນເຊື້ອ 2 ວັນສຳຄັນຂອງຊາດ
ກະຊວງ ປກສ ຮັບຟັງການປາຖະກະຖາ ມູນເຊື້ອ 2 ວັນສຳຄັນຂອງຊາດ

ຫຼັງຈາກນັ້ນ, ພາຍຫຼັງພວກລ່າເມືອງຂຶ້ນຝຮັ່ງຖືກປະລາໄຊ, ຈັກກະພັດອາເມລິກາ ກໍໄດ້ໂດດເຂົ້າມາແທນພວກລ່າເມືອງຂຶ້ນຝຣັ່ງ ດໍາເນີນການແຊກແຊງຮຸກຮານລາວ ທັນທີໂດຍກົນອຸບາຍຫວັງ ເຮັດໃຫ້ປະເທດລາວກາຍ ເປັນຫົວເມືອງຂຶ້ນແບບໃໝ່ຕໍ່ສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງການຕໍ່ສູ້ ເພື່ອຕີເອົາຊະນະ ສັດຕູຜູ້ຮຸກຮານ. ໃນວັນທີ 22 ມີນາ 1955, ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງ, ພັກໄດ້ນໍາພາປະຊາຊົນລາວ ບັນດາເຜົ່າ ດໍາເນີນການຕໍ່ສູ້ກູ້ຊາດຕ້ານອາເມລິກາ ຢ່າງດຸເດືອດ, ຂ້ຽວຂາດ, ສັບສົນ, ຫຍຸ້ງຍາກລໍາບາກກວ່າໝູ່ໃນປະຫວັດສາດຂອງລາວເຮົາ ຄື: ໄລຍະ 1964-1973, ເປັນໄລຍະຕໍ່ສູ້ຜາບແຜ່ຍຸດທະສາດ, ໄລຍະ 1973-1975 ເປັນໄລຍະຕໍ່ສູ້ ເພື່ອເຮັດສໍາເລັດການປະຕິວັດສາດ ປະຊາທິປະໄຕ ໃນທົ່ວປະເທດ ດ້ວຍກໍາລັງແຮງສັງລວມຂອງທົ່ວປວງຊົນທັງຊາດ ທີ່ພວມຢູ່ໃນທ່າມີໄຊ ແລະ ດໍາເນີນໄປດ້ວຍເງື່ອນໄຂສັນຕິພາບໄດ້ຮັບການຟື້ນຟູ. ມາຮອດວັນທີ 23 ສິງຫາ 1975, ຊາວນະຄອນຫຼວງວຽງຈັນ ສອງໝື່ນກວ່າຄົນ ໄດ້ໂຮມຊຸມ ນຸມ ເພື່ອຕ້ອນຮັບການປະກາດສ້າງຕັ້ງອໍານາດການປົກຄອງປະຕິວັດ ນະຄອນຫຼວງວຽງຈັນ; ເຊິ່ງເປັນອັນວ່າ ລະບົບອໍານາດການປົກຄອງປະຕິວັດທັງໝົດແຕ່ຂັ້ນແຂວງ, ນະຄອນຫຼວງ ລົງຮອດຮາກຖານສ້າງຂຶ້ນໃນທົ່ວເຂດປົກຄອງຂອງສັດຕູ.

ກະຊວງ ປກສ ຮັບຟັງການປາຖະກະຖາ ມູນເຊື້ອ 2 ວັນສຳຄັນຂອງຊາດ
ກະຊວງ ປກສ ຮັບຟັງການປາຖະກະຖາ ມູນເຊື້ອ 2 ວັນສຳຄັນຂອງຊາດ