ໃນວັນທີ 22 ສິງຫາ, ລາຍງານສະບັບທຳອິດ ກ່ຽວກັບ ຜົນຂອງໄມໂຄຣພຼາສຕິກຕໍ່ມະນຸດ ໂດຍ ອົງການອະນາໄມໂລກ ເຊິ່ງສຶກສາເລື່ອງ ຜົນກະທົບຂອງໄມໂຄຣພຼາສຕິກ ໃນນໍ້າປະປາ ແລະ ນໍ້າດື່ມບັນຈຸກະຕຸກ ວ່າ: ໃນປັດຈຸບັນ, ລະດັບຂອງໄມໂຄຣພຼາສຕິກ ໃນນໍ້າດື່ມ ຍັງບໍ່ເປັນອັນຕະລາຍຕໍ່ສຸຂະພາບ, ແຕ່ຂະນະດຽວກັນ ກໍຮຽກຮ້ອງໃຫ້ມີການສຶກສາເພີ່ມເຕີມ ກ່ຽວກັບ ທ່າອ່ຽງຂອງອັນຕະລາຍ ໃນອະນາຄົດ.

ອົງການອະນາໄມໂລກ ລະບຸວ່າ:

ຮ່າງກາຍມະນຸດ ບໍ່ສາມາດດູດຊຶມໄມໂຄຣພຼາສຕິກ ທີ່ມີຂະໜາດໃຫຍ່ກວ່າ 150 ໄມໂຄຣແມັດ ໄດ້, ແຕ່ວ່າມັນກໍມີໂອກາດສູງ ທີ່ຮ່າງກາຍຈະດູດຊຶມ ອະນຸພາກພຼາສຕິກຂະໜາດໜ້ອຍ ລວມເຖິງ ນາໂນພຼາສຕິກ; ແນວໃດກໍຕາມ, ຂະນະນີ້, ຂໍ້ມູນກ່ຽວກັບ ໄມໂຄຣພຼາສຕິກ ໃນນໍ້າດື່ມ ຍັງມີຢູ່ໜ້ອຍຫຼາຍ ແລະ ຄ້ອນຂ້າງຈຳກັດ.

ໂອກາດນີ້, ອົງການອະນາໄມໂລກ ໄດ້ຮຽກຮ້ອງໃຫ້ທົ່ວໂລກຮ່ວມກັນກຳຈັ ດມົນລະພິດພຼາສຕິກ ເພື່ອຮັກສາສິ່ງແວດລ້ອມ ແລະ ເພື່ອຫຼຸດໂອກາດທີ່ມະນຸດ ຈະຮັບໄມໂຄຣພຼາສຕິກ ເຂົ້າສູ່ຮ່າງກາຍ.