ໃນໄລຍະທ້າຍເດືອນກໍລະກົດ ຫາ ເດືອນສິງຫານີິ້, ສະພາບຝົນຕົກຢູ່ໃນຂອບເຂດທົ່ວປະເທດ ແມ່ນໜັກໜາພໍ ສົມຄວນ ເຮັດໃຫ້ຫຼາຍທ້ອງຖິ່ນໄດ້ຮັບຜົນກະທົບຈາກ ນໍ້າຖ້ວມກະທັນຫັນ, ໄຫຼຊຸໃສ່ຜົນຜະລິດ ແລະ ເຮືອນຊານຂອງປະຊາຊົນ ຕະຫຼອດຮອດຖະໜົນຫົນທາງ ໄດ້ຮັບຄວາມເສຍຫາຍເປ່ເພຫຼາຍພໍສົມຄວນ; ສະເພາະ ນະຄອນຫຼວງວຽງຈັນ ກໍໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກ ນໍ້າຖ້ວມຂັງກະທັນຫັນ ຕາມເສັ້ນທາງ ແລະ ເຮືອນຊານຜູ້ທີ່ຢູ່ແຄມທາງບາງເຂດ ເນື່ອງຈາກບ່ອນລະບາຍນໍ້າ ບໍ່ພຽງພໍ ເຊັ່ນ:

ຮ່ອງລະບາຍນໍ້າບາງຈຸດ ອຸດຕັນ, ນໍ້າໄຫຼບໍ່ເຕັມສ່ວນ ຫຼື ບໍ່ມີບ່ອນລະບາຍນໍ້າ ແລະ ມີການຖົມດິນເພື່ອປຸກສ້າງ, ຈຶ່ງເປັນໜຶ່ງໃນສາເຫດເຮັດໃຫ້ເກີດ ບັນຫານໍ້າຖ້ວມຂັງ ຈົນເຮັດໃຫ້ການສັນຈອນຕາມເສັ້ນທາງຫຼາຍສາຍ ຕິດຂັດເປັນອຳມະພາດ.

ບັນຫານໍ້າຖ້ວມຂັງ ໃນ ນວ ເກີດຈາກ ທໍ່ລະລາຍນໍ້າອຸດຕັນ
ບັນຫານໍ້າຖ້ວມຂັງ ໃນ ນວ ເກີດຈາກ ທໍ່ລະລາຍນໍ້າອຸດຕັນ

ເບິ່ງຄວາມເປັນຈິງ ຢູ່ນະຄອນຫຼວງວຽງຈັນ ຝົນຕົກບໍ່ພໍເທົ່າໃດຊົ່ວໂມງ ເສັ້ນທາງຫຼາຍສາຍ ກາຍເປັນນໍ້າຖ້ວມທັນທີ; ເຊິ່ງບັນຫານີ້, ເກີດມາດົນນານສົມຄວນແລ້ວ ແຕ່ເຫັນວ່າ: ປີນີ້ ໜັກໜາທີ່ສຸດໃນຮອບຫຼາຍປີ, ເສັ້ນທາງບໍ່ເຄີຍຖ້ວມ ກໍຖ້ວມ, ບາງພື້ນທີ່ບໍ່ເຄີຍມີນໍ້າຖ້ວມຂັງ ກໍຖ້ວມອັ່ງອໍ, ບາງເສັ້ນທາງເຄີຍຖ້ວມ ຍິ່ງຖ້ວມຫຼາຍຂຶ້ນ ເຊິ່ງມັນເຮັດໃຫ້ການສັນຈອນຕາມທ້ອງຖະໜົນ ນະຄອນຫຼວງວຽງຈັນ ຫຼາຍຈຸດເກືອບວ່າ ເປັນອໍາມະພາດ ຍ້ອນນໍ້າອັ່ງຢູ່ກາງທາງເພີ່ມສູງຂຶ້ນເກືອບ 30 ຊັງຕີເມັດ, ໂດຍສະເພາະ ລົດຈັກ, ລົດເກງ ແລະ ພາຫະນະປະເພດອື່ນໆທີ່ຕໍ່າ ຈະສັນຈອນລຳບາກ.

ບັນຫານໍ້າຖ້ວມຂັງ ໃນ ນວ ເກີດຈາກ ທໍ່ລະລາຍນໍ້າອຸດຕັນ
ບັນຫານໍ້າຖ້ວມຂັງ ໃນ ນວ ເກີດຈາກ ທໍ່ລະລາຍນໍ້າອຸດຕັນ

ເສັ້ນທາງທີ່ຖືກຜົນກະທົບນໍ້າຖ້ວມ ຫຼາຍກວ່າ ເສັ້ນທາງອື່ນໆ ແມ່ນ ເຂດ 4 ແຍກໄຟແດງ ທາດຫຼວງ, ດົງໂດກ, ໄຟແດງຫຼັກ 5 ແລະ ຕາມເສັ້ນທາງ ໄກສອນພົມວິຫານ, ເສັ້ນທາງໜອງພະຍາ, ເສັ້ນທາງນາທົ່ມ ແລະ ເສັ້ນທາງໂພນຕ້ອງ ຢູ່ຈຸດຄ້ອຍໄຟແດງໂພນຕ້ອງ ( ເຂດຮ້ານອາຫານສາຍໃຈ ) ແລະ ເສັ້ນທາງອື່ນໆຫຼາຍຈຸດ ລ້ວນແຕ່ພົບກັບ ບັນຫານໍ້າຖ້ວມຂັງ ຫຼາຍຊົ່ວໂມງ.

ສ່ວນເສັ້ນທາງຈຸດ 4 ແຍກໄຟແດງ ທາດຫຼວງ ເປັນບ່ອນທີ່ເກີດນໍ້າຖ້ວມຂັງເລື້້ອຍໆ, ເພາະນອກຈາກຫົນທາງກາຍເປັນບ່ອນໄຫຼຂອງນໍ້າ ແທນຄອງລະບາຍນໍ້າແລ້ວ, ນໍ້າຍັງໄຫຼລົ້ນຂອບທາງ ເຂົ້າຖ້ວມເຮືອນຊານປະຊາຊົນ ທີ່ຢູ່ບ່ອນຕໍ່າຕາມແຄມທາງ ເຊິ່ງສ້າງຄວາມເດືອດຮ້ອນຈໍານວນບໍ່ໜ້ອຍ; ນອກນັ້ນ, ຈຸດດັ່ງກ່າວ ກໍເປັນທີ່ຮູ້ດີວ່າ: ລົດອັ່ງອໍທຸກມື້ ເມື່ອນໍ້າຖ້ວມຂັງ ຄືດັ່ງວ່າ ຄວາມແອອັດ ຍິ່ງເພີ່ມທະວີ.

ນໍ້າຖ້ວມຂັງກະທັນຫັນ ຕາມເສັ້ນທາງ ແລະ ເຮືອນຊານຜູ້ທີ່ຢູ່ແຄມທາງບາງເຂດ ເນື່ອງຈາກບ່ອນລະບາຍນໍ້າ ບໍ່ພຽງພໍ
ນໍ້າຖ້ວມຂັງກະທັນຫັນ ຕາມເສັ້ນທາງ ແລະ ເຮືອນຊານຜູ້ທີ່ຢູ່ແຄມທາງບາງເຂດ ເນື່ອງຈາກບ່ອນລະບາຍນໍ້າ ບໍ່ພຽງພໍ

ເຊິ່ງຫຼາຍຄົນກໍຮູ້ສາເຫດ ວ່າ: ບັນຫານໍ້າຖ້ວມຂັງ ຖະໜົນຫົນທາງ ຈົນກາຍເປັນນໍ້າແກ່ງຢາມຝົນນີ້ ກໍເນື່ອງມາຈາກ ຄອງລະບາຍນໍ້າ ທີ່ສ້າງຂຶ້ນຄູ່ຂະໜານກັບເສັ້ນທາງ ບໍ່ເຮັດວຽກ ຫຼື ອຸດຕັນ, ເຊິ່ງເກີດມາຈາກ ການຂາດການບົວລະບັດຮັກສາອະນາໄມ ເປັນປະຈໍາ, ການທັບຖົມຄອງນໍ້າ ທີ່ບໍ່ມີໃຜຫົວຊາ ແລະ ຮ່ອງລະບາຍນໍ້າ ກໍນ້ອຍ, ເຊິ່ງບໍ່ມີການຂະຫຍາຍອອກ ເມື່ອທຽບໃສ່ປະລິມານນໍ້າຝົນ ທີ່ນັບມື້ນັບເພີ່ມຂຶ້ນ ແມ່ນຍັງບໍ່ພຽງພໍ.

ຍິ່ງກວ່ານັ້ນ, ປະຊາຊົນທີ່ອາໄສຕາມແຄມທາງ ຫຼື ຢູ່ໃກ້ຄອງລະບາຍນໍ້າ ອາດເຫັນຜົນກະທົບແລ້ວວ່າ: ບັນດາຖົງຢາງ, ເສດອາຫານ, ເຄື່ອງຂອງທີ່ເຂົາເຈົ້າຖິ້ມລົງໄປໃນຄອງລະບາຍນໍ້ານັ້ນ ຈະເຮັດໃຫ້ຕົນເອງ ແລະ ຜູ້ຄົນຈໍານວນຫຼາຍ ຕ້ອງຮັບຜົນກະທົບ ເຊັ່ນນີ້.

ນອກນີ້, ເມື່ອທວງເຖິງ ພາກສ່ວນທີ່ຮັບຜິດຊອບວຽກງານນີ້ ໂດຍກົງ ກໍແມ່ນ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ເຖິງວ່າ ພວກເພິ່ນຈະພະຍາຍາມສຸດຄວາມສາມາດ ໃນການປະຕິບັດໜ້າທີ່ຂອງຕົນ ໃນການນໍາພາປະຊາຊົນເຮັດອະນາໄມຄອງນໍ້າ, ເກັບຂີ້ເຫຍື້ອຕາມຈຸດຕ່າງໆ ແຕ່ມັນກໍຍັງບໍ່ທັນພຽງພໍທີ່ຈະເຮັດໃຫ້ ຄອງນໍ້າທົ່ວທຸກແຈມຸມຂອງ ນະຄອນຫຼວງວຽງຈັນ ໄຫຼສະດວກໄດ້ໝົດ.

ອີກຢ່າງໜຶ່ງ, ຍ້ອນການເພີ່ມຂຶ້ນຂອງພົນລະເມືອງ ເຮັດໃຫ້ມີການທັບຖົມຮ່ອງ, ຄອງ, ໜອງ ແລະ ບຶງ ຈໍານວນຫຼາຍ ແຕ່ວ່າ ການວາງທໍ່ລະບາຍນໍ້າ ພັດບໍ່ໄດ້ຜ່ານພາກສ່ວນທີ່ກ່ຽວຂ້ອງ ວາງໃສ່ໃຜລາວ ບໍ່ໄດ້ມາດຕະຖານ, ກໍລະນີຝົນຕົກ ຈຶ່ງມີນໍ້າຖ້ວມຂັງອັ່ງອໍໄປຢູ່ພື້ນທີ່ຕໍ່າ ກໍຄື ເຮືອນປະຊາຊົນທີ່ເຮັດກ່ອນແລ້ວ.

ສະນັ້ນ, ການຮັກສາຄອງນໍ້າ ເປັນໜ້າທີ່ຮັບຜິດຊອບຂອງໝົດທຸກຄົນຊ່ວຍກັນ ໂດຍສະເພາະ ຜູ້ອາໄສໃກ້ກັບຄອງນໍ້ານັ້ນ, ນອກຈາກບໍ່ຖິ້ມຂີ້ເຫຍື້ອຕ່າງໆ ທີ່ອາດຈະເກີດການອຸດຕັນຄອງລະບາຍນໍ້າແລ້ວ ກໍຍັງຕ້ອງໄດ້ອະນາໄມເປັນປະຈໍາ.

ບໍ່ພຽງເທົ່ານັ້ນ, ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ມີການກວດກາຕິດຕາມສະພາບຂອງ ບັນດາຄອງນໍ້າຕ່າງໆ ໂດຍສະເພາະແມ່ນ ຈຸດທີ່ມີ ນໍ້າຖ້ວມຂັງກະທັນຫັນ, ເມື່ອຝົນຕົກລົງມາ ຕ້ອງມີການອະນາໄມ ແລະ ບົວລະບັດເປັນຢ່າງດີ.