ໜ່ວຍພັກເຕັກນິກ ກົມສື່ສານ ກະຊວງ ປກສ ໄດ້ກຳນົດທິດທາງ ໜ້າທີ່ລວມໃນຊຸມປີຕໍ່ໜ້າ ໂດຍຈະສຸມໃສ່ຊີ້ ນຳ-ນຳພາສະມາຊິກພັກ ແລະ ພະນັກງານ-ນັກຮົບ ເປັນເຈົ້າການພັດທະນາລະບົບເຄືອຂ່າຍວິທະຍຸສື່ສານ, ການຄຸ້ມຄອງບູລະນະ, ການສ້ອມແປງປ່ຽນຖ່າຍບັນດາເຄື່ອງຈັກ, ອຸປະກອນເຕັກນິກຂອງກຳລັງ ປກສ ໃຫ້ມີຄວາມ ຮັບປະກັນຮັບໃຊ້ໃຫ້ແກ່ການປະຕິບັດໜ້າທີ່ຂອງບັນດາກົມກອງ, ທ້ອງຖິ່ນໃນກຳລັງ ປກສ ໄລຍະປັດຈຸບັນ ແລະ ສະເພາະໜ້າໃຫ້ມີຜົນສຳເລັດຍິ່ງຂຶ້ນ.

ໜ່ວຍພັກເຕັກນິກ ກົມສື່ສານ ສຸມໃສ່ພັດທະນາລະບົບເຄືອຂ່າຍວິທະຍຸສື່ສານໃຫ້ທັນສະໄໝ
ໜ່ວຍພັກເຕັກນິກ ກົມສື່ສານ ສຸມໃສ່ພັດທະນາລະບົບເຄືອຂ່າຍວິທະຍຸສື່ສານໃຫ້ທັນສະໄໝ

ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກເຕັກນິກ ທີ່ຈັດຂຶ້ນໃນວັນທີ 21 ສິງຫາ 2019 ໂດຍມີສະຫາຍ ພົຈວ ພິມພາ ສີໂພໄຊ ຄະນະພັກກະຊວງ ເລຂາຄະນະ ພັກຮາກຖານ ຫົວໜ້າກົມສື່ສານ ພ້ອມດ້ວຍແຂກຮັບເຊີນ ແລະ ສະມາຊິກພັກພາຍໃນໜ່ວຍພັກເຕັກນິກເຂົ້າຮ່ວມ; ສະຫາຍ ພັທ ສຸວັນ ແວງວັນ ເລຂາໜ່ວຍພັກ ຫົວໜ້າພະແນກເຕັກນິກ ໃຫ້ຮູ້ວ່າ: ເພື່ອບັນລຸທິດທາງໜ້າທີ່ລວມດັ່ງກ່າວ, ຄະນະໜ່ວຍພັກເຕັກນິກ ຈະເຊີດຊູບົດບາດການນຳພາຂອງໜ່ວຍພັກ ເຂົ້າໃນຂົງເຂດວຽກ ງານວິຊາສະເພາະທີ່ຮັບຜິດຊອບ ໂດຍການສືບຕໍ່ຊີ້ນຳ-ນຳພາພະນັກງານຄົ້ນຄວ້າຊອກຫາບັນດາຂໍ້ມູນດ້ານເຕັກນິກຂອງລະບົບສູນວິທະຍຸ, ເຄື່ອງວິທະຍຸ ແລະ ອຸປະ ກອນ ເຕັກນິກອັນໃໝ່ທີ່ທັນສະໄໝ ເພື່ອເປັນການຮອງຮັບໃຫ້ແກ່ການພັດທະນາລະບົບເຄືອຂ່າຍວິທະຍຸສື່ ສານຂອງກຳລັງ ປກສ ພ້ອມທັງນຳພາຄົ້ນຄວ້າຂຽນຄູ່ມືການນຳໃຊ້ບັນດາເຄື່ອງຈັກ, ອຸປະກອນເຕັກນິກທີ່ນໍາເຂົ້າມາແຕ່ລະໄລຍະ ຄຽງຄູ່ກັບການຕິດຕັ້ງ, ສ້ອມແປງ-ປ່ຽນຖ່າຍ ແລະ ການເຂົ້າໂປຼແກຼມ ບັນດາເຄື່ອງຈັກ, ອຸປະກອນເຕັກນິກຂອງບັນດາກົມກອງ ແລະ ທ້ອງຖິ່ນທົ່ວປະເທດ.

ໜ່ວຍພັກເຕັກນິກ ກົມສື່ສານ ສຸມໃສ່ພັດທະນາລະບົບເຄືອຂ່າຍວິທະຍຸສື່ສານໃຫ້ທັນສະໄໝ
ໜ່ວຍພັກເຕັກນິກ ກົມສື່ສານ ສຸມໃສ່ພັດທະນາລະບົບເຄືອຂ່າຍວິທະຍຸສື່ສານໃຫ້ທັນສະໄໝ

ໃນຊຸມປີຜ່ານມາ, ຄະນະໜ່ວຍພັກເຕັກນິກ ໄດ້ຊີ້ນຳ-ນຳພາພະນັກງານປະຕິບັດໜ້າທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍ ອັນພົ້ນເດັ່ນແມ່ນໄດ້ຕິດຕັ້ງລະບົບສູນວິທະຍຸໂຄງການສື່ສານທັນສະໄໝ ຮັບໃຊ້ວຽກງານ ປກສ ສຳເລັດ 150 ຈຸດໃນທົ່ວປະເທດປະຕິບັດ ໄດ້ 100%, ກວດກາສ້ອມແປງປ່ຽນຖ່າຍເຄື່ອງຈັກ-ອຸປະກອນ ເຕັກນິກສຳເລັດ 350 ເຄື່ອງ ແລະ ເຂົ້າໂປຼແກຼມເຄື່ອງຈັກ ເພື່ອປະກອບໃຫ້ກົມກອງທ້ອງຖິ່ນໄດ້ 7.600 ກວ່າເຄື່ອງ, ສ້າງຄູ່ມືນຳໃຊ້ເຄື່ອງຈັກ-ອຸປະກອນເຕັກນິກໄດ້ 13 ສະບັບ.

ໜ່ວຍພັກເຕັກນິກກົມສື່ສານ ສຸມໃສ່ພັດທະນາລະບົບເຄືອຂ່າຍວິທະຍຸສື່ສານໃຫ້ທັນສະໄໝ
ໜ່ວຍພັກເຕັກນິກກົມສື່ສານ ສຸມໃສ່ພັດທະນາລະບົບເຄືອຂ່າຍວິທະຍຸສື່ສານໃຫ້ທັນສະໄໝ

ກອງປະຊຸມໃນຄັ້ງນີ້, ບັນດາສະມາຊິກພັກ ໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກເຕັກນິກຊຸດໃໝ່, ຜ່ານການປ່ອນບັດ ເລືອກໄດ້ສະຫາຍ ພັທ ສຸວັນ ແວງວັນ ເປັນເລຂາ, ສະຫາຍ ພັທ ໂອວາດ ວົງມຸນຕິກະ ເປັນຮອງເລຂາ, ພັທ ບຸນເສົາ ອິນທະວົງ ເປັນປະທານກວດກາ.

ໜ່ວຍພັກເຕັກນິກກົມສື່ສານ ສຸມໃສ່ພັດທະນາລະບົບເຄືອຂ່າຍວິທະຍຸສື່ສານໃຫ້ທັນສະໄໝ
ໜ່ວຍພັກເຕັກນິກກົມສື່ສານ ສຸມໃສ່ພັດທະນາລະບົບເຄືອຂ່າຍວິທະຍຸສື່ສານໃຫ້ທັນສະໄໝ