ວັນທີ 21 ສິງຫາ 2019, ວິທະຍາຄານຕຳຫຼວດ ປະຊາຊົນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ນຳໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອຳນວຍການວິທະຍາຄານຕຳຫຼວດປະຊາຊົນ ແລະ ວິທະຍາຄານຕຳຫຼວດ ແຫ່ງຣາຊະອະນາຈັກ ກຳປູເຈຍ ນຳໂດຍ ພົທ ຊຸ່ນ ຊ໋ອກເພັງ ຮອງອຳນວຍການວິທະຍາຄານຕຳຫຼວດ ແຫ່ງ ຣາຊະອະນາຈັກກຳປູເຈຍ ພ້ອມດ້ວຍຄະນະ ໄດ້ພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານວິຊາສະເພາະ ຕາມການເຊື້ອເຊີນຂອງວິທະຍາຄານຕຳຫຼວດປະຊາຊົນ ສປປ ລາວ.

ວິທະຍາຄານຕຳຫຼວດ ລາວ-ກຳປູເຈຍ ແລກປ່ຽນບົດຮຽນ
ວິທະຍາຄານຕຳຫຼວດ ລາວ-ກຳປູເຈຍ ແລກປ່ຽນບົດຮຽນ

ໃນກອງປະຊຸມ ໄດ້ລາຍງານກ່ຽວກັບຜົນຂອງການເປັນເຈົ້າພາບ ຈັດກອງປະຊຸມອຳນວຍການວິທະຍາຄານຕຳຫຼວດ ຈີນ-ອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ ຄັ້ງທີ III ໃນລະຫວ່າງວັນທີ 17-20 ມິຖຸ ນາ 2019 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ເພື່ອໃຫ້ວິທະຍາຄານຕຳຫຼວດແຫ່ງຣາຊາ ອະນາຈັກກຳປູເຈຍ ນຳໄປເປັນບົດຮຽນໃນການເປັນເຈົ້າພາບປີໜ້າ, ເຊິ່ງກອງປະຊຸມໄດ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ ແລະ ໄດ້ຮັບການສັນລະເສີນວ່າ ມີການກະກຽມດີ, ມີເນື້ອໃນອຸດົມສົມບູນ, ຫົວຂໍ້ກອງປະຊຸມໄດ້ເສີມສ້າງຂີດຄວາມສາມາດ, ປະຕິບັດກົດໝາຍຂອງເຈົ້າໜ້າທີ່ຕຳຫຼວດ, ເປັນໂອກາດໃຫ້ແກ່ ສະຖາບັນສຶກສາຕຳ ຫຼວດຂອງບັນດາປະເທດ, ເຫັນໄດ້ຄວາມຈຳເປັນຕ້ອງຮ່ວມມືພັດທະນາກຳລັງຕຳຫຼວດ ເພື່ອຮັບມືກັບພວກອາຊະຍາກຳໃໝ່ (ອາຊະຍາກຳໄຮ້ມູນເຊື້ອ) ຕາມທິດ 4 ຮ່ວມ ຄື: ຮ່ວມກັນສຶກສາ, ຮ່ວມກັນກໍ່ສ້າງ, ຮ່ວມ ກັນຄົ້ນຄວ້າ ແລະ ຮ່ວມກັນໄດ້ຜົນປະໂຫຍດມີຜົນສຳເລັດ.

ວິທະຍາຄານຕຳຫຼວດລາວ-ກຳປູເຈຍ ແລກປ່ຽນບົດຮຽນ
ວິທະຍາຄານຕຳຫຼວດລາວ-ກຳປູເຈຍ ແລກປ່ຽນບົດຮຽນ

ຕະຫຼອດໄລຍະຜ່ານມາ, ວຽກງານກໍ່ສ້າງກຳລັງຢູ່ວິທະຍາຄານຕຳຫຼວດ ປະຊາຊົນລາວ ຍັງບໍ່ທັນສົມບູນແບບ, ຄວາມຊຳນິຊຳນານທາງດ້ານວິຊາສະເພາະຍັງບໍ່ໄດ້ຮັບການຍົກລະດັບສູງ, ຄວາມຮູ້ດ້ານພາສາຕ່າງປະເທດຍັງຈຳກັດ, ການປະກອບເຕັກນິກ ຮັບໃຊ້ການສອນ-ການຮຽນ ແລະ ພາຫະນະບໍ່ພຽງພໍ, ຄວາມສາມາດນຳໃຊ້ຜົນສຳ ເລັດທາງດ້ານວິທະຍາສາດ-ເຕັກໂນໂລຊີ ຍັງບໍ່ທັນສູງ, ການເລືອກເຟັ້ນ ແລະ ການນຳໃຊ້ບົດຮຽນຈາກຕ່າງປະເທດເຂົ້າໃນການກໍ່ສ້າງກຳລັງຕຳຫຼວດ ສປປ ລາວ ຍັງບໍ່ ທັນໂດດເດັ່ນ. ດັ່ງນັ້ນ, ໃນຕໍ່ໜ້າວິທະຍາຄານຕຳ ຫຼວດປະຊາຊົນລາວ ຈຶ່ງໄດ້ສະເໜີສອງສະຖາບັນ ຈົ່ງຮ່ວມມືກັນແລກປ່ຽນ, ເຂົ້າຮ່ວມບັນຍາກາດເຊື່ອມສານພາກພື້ນສາກົນຢ່າງເຂັ້ມແຂງ, ເຮັດໃຫ້ສອງວິທະຍາຄານລາວ-ກຳປູເຈຍ ເປັນຄູ່ຮ່ວມຕາມທິດ 4 ຮ່ວມຕາມວິ ໄສທັດຂອງກອງປະຊຸມອຳນວຍການວິທະຍາຄານຕຳຫຼວດ ຈີນ- ອາຊຽນ ແນໃສ່ຮັບປະກັນໃຫ້ການກໍ່ສ້າງບຸກຄະລາກອນຂອງສອງວິທະຍາຄານຕຳຫຼວດລາວ – ກຳປູເຈຍ ມີຄວາມຮູ້, ຄວາມສາມາດສູງ ສາມາດຕອບສະ ໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານການເມືອງ ໃນໄລຍະໃໝ່ ພົຈວ ປອ ບຸນຊູ ນາມມະຈັກ ກ່າວ.

ວິທະຍາຄານຕຳຫຼວດລາວ-ກຳປູເຈຍ ແລກປ່ຽນບົດຮຽນ
ວິທະຍາຄານຕຳຫຼວດລາວ-ກຳປູເຈຍ ແລກປ່ຽນບົດຮຽນ