ເພາະຮັກຂ້າງດຽວ ເປັນສາເຫດໃຫ້ຄາດຕະກຳ ເສຍຊີວິດຢ່າງອາໜາດ ກ່ອນຂ້າຕົວຕາຍຕາມ ep 2/2

0
1740

ການສະແດງອອກເຖິງຄວາມຮັກໄຄ່ຂອງ ທ້າວ ຕຽນ ເພື່ອໃຫ້ ນາງ U ຮັບຮູ້ຫຼາຍຄັ້ງ ແຕ່ກໍຖືກປະຕິເສດຈາກນາງ ພ້ອມທັງເວົ້າໃສ່ຕໍ່ໜ້າວ່າ: ພວກເຮົາ 2 ຄົນ ບໍ່ສົມກັນ, ໄປນຳກັນບໍ່ໄດ້ດອກ, ແຕ່ ທ້າວ ຕຽນ ກໍບໍ່ສົນໃຈ ໂດຍມີຄວາມຫວັງວ່າ ມີຈັກມື້ໜຶ່ງ ນາງຈະຍອມຮັບໃນຄວາມຮັກທີ່ມີຕໍ່ນາງ ແລະ ຍ້ອນຄວາມຊູຊີຂອງ ທ້າວ ຕຽນ ນີ້, ມີບາງຄັ້ງໄດ້ເຮັດໃຫ້ ນາງ U ເກີດມີແນວຄິດຊັງຫຼາຍຂຶ້ນອີກ.

ສະນັ້ນແລ້ວ, ເພື່ອຫາທາງຫຼີກ ຄວາມພະຍາຍາມລົບກວນຂອງ ທ້າວ ຕຽນ, ມາຕົ້ນປີ 2019 ນາງ U ກໍໄດ້ຊອກຫາທາງຫຼົບຫຼີກຈາກ ທ້າວ ຕຽນ ດ້ວຍການຊອກຫາເຊົ່າຫ້ອງພັກໃໝ່ ໂດຍຍ້າຍໄປທີ່ຫ້ອງແຖວ ໃນຮ່ອມເຂດໃກ້ກັບ ຖະໜົນແບັກດັ່ງ ເຂດບິ່ງແທ້ງ ຢູ່ຮ່ວມກັບໝູ່ສະໜິດ ທີ່ເປັນຄົນບ້ານດຽວກັບຕົນເອງ.

ຫຼັງຈາກທີ່ ທ້າວ ຕຽນ ສາມາດຊອກຫາສະຖານທີ່ຍ້າຍໄປພັກເຊົາໃໝ່ຂອງ ນາງ U, ທ້າວ ຕຽນ ກໍນຳໄປເຊົ່າຫ້ອງຢູ່ໃກ້ກັນນັ້ນອີກ ໂດຍມີຈຸດປະສົງໄດ້ຢູ່ໃກ້ຊິດກັບຄົນທີ່ຕົນຮັກ. ມີບາງຄັ້ງທີ່ ທ້າວ ຕຽນ ເຂົ້າໄປພົບ ນາງ U ທີ່ຫ້ອງ ແຕ່ກໍໄດ້ຮັບຄຳປະຕິເສດແບບເກົ່າ ແລະ ຍັງບອກວ່າ ລຳຄານ ພ້ອມທັງສະແດງທ່າທີບໍ່ມັກອອກມາໃຫ້ເຫັນ ແຕ່ ທ້າວ ຕຽນ ບໍ່ສົນໃຈ ແລະ ຈະພະຍາຍາມຕໍ່ໄປຈົນກວ່າ ນາງ U ຈະຍອມຮັກຕົນເອງ.

ແຕ່ຍ້ອນການນຳມາຢູ່ໃກ້ກັນ ໃນສະຖານທີ່ຫ້ອງເຊົ່າ ໃນບ່ອນດຽວກັນ ແລະ ຍ້ອນວ່າຮັກ ແຕ່ກໍຍັງຖືກປະຕິເສດຢູ່ຕະຫຼອດເວລາ, ຄວາມເຈັບປວດໃນໃຈຂອງ ທ້າວ ຕຽນ ຈຶ່ງນັບມື້ນັບມີແນວຄິດໄປຫຼາຍຢ່າງ ຈົນປ່ຽນຈາກການງອນກັນ ມາເປັນການຜິດຖຽງກັບ ນາງ U ແລະ ສຸດທ້າຍ, ຄວາມຮັກຂ້າງດຽວຂອງຜູ້ກ່ຽວ ກໍບໍ່ສົມຫວັງ  ຈົນນຳໄປສູ່ການກໍ່ເຫດຄາດຕະກຳທີ່ໜ້າສະຫຼົດໃຈນີ້ຂຶ້ນ.

ກ່ອນໜ້າທີ່ເຫດການຄາດຕະກຳນີ້ ເກີດຂຶ້ນ, ທັງ 2 ຄົນ ທ້າວ ຕຽນ ແລະ ນາງ U ຍັງມີການຜິດຖຽງກັນຂຶ້ນຕໍ່ເນື່ອງ ຈົນເຖິງຂັ້ນ ທ້າວ ຕຽນ ໄດ້ເກັບເຄື່ອງຂອງໜີອອກຈາກເຮືອນເຊົ່າດັ່ງກ່າວ ດ້ວຍຄວາມຜິດຫວັງ ແລະ ຄິດໃນໃຈວ່າ: ຈະລືມທຸກສິ່ງທຸກຢ່າງທີ່ກ່ຽວກັບ ນາງ U, ແຕ່ສຸດທ້າຍ ຍ້ອນຕົນເອງຮັກເຂົາຫຼາຍ ຍິ່ງພະຍາມຍາມລືມເທົ່າໃດ ຍິ່ງເຮັດໃຫ້ຕົນເອງຄິດຮອດ; ສະນັ້ນແລ້ວ, ເປັນໄປໄດ້ວ່າ: ຜູ້ກ່ຽວຄິດວ່າ ຍ້ອນຮັກຫຼາຍ ຈຶ່ງບໍ່ຍອມໃຫ້ຄົນຮັກຂອງຕົນໄປເປັນຂອງຄົນອື່ນ ເລີຍຕັດສິນໃຈຄາດຕະກຳ ເພື່ອຫວັງວ່າ ຖ້າຕົນຕາຍຕາມໄປ ກໍຈະສົມຫວັງໃນຄວາມຮັກຂອງຕົນ.

ໃນວັນເກີດເຫດ ຄື ວັນທີ 8 ກໍລະກົດ 2019, ທ້າວ ຕຽນ ໄດ້ຕັດສິນໃຈກັບໄປທີ່ຫ້ອງພັກຂອງຕົນ ເກັບເອົາເຄື່ອງຂອງທັງໝົດ ແລ້ວຊອກຫາ ນາງ U ທີ່ຫ້ອງພັກ ແລະ ເມື່ອພົບເຫັນ ນາງ U ຢູ່ຫ້ອງຄົນດຽວ ຈຶ່ງລົງມືກໍ່ເຫດຄາດຕະກຳ; ຫຼັງຈາກນັ້ນ, ຈຶ່ງຂີ່ລົດຈັກຫຼົບໜີໄປທາງຖະໜົນ ຍຽວລົກ – ທິແຫງ່ ແລ້ວຂຶ້ນເມືອນັ່ງຢູ່ຄົນດຽວ ແລ້ວເມື່ອຄິດເຖິງຄວາມຜິດທີ່ຕົນໄດ້ກະທຳລົງໄປນັ້ນຂຶ້ນມາ ກໍບໍ່ຢາກຢູ່ໃນໂລກນີ້ອີກຕໍ່ໄປ ຜູ້ກ່ຽວ ຈຶ່ງຕັດສິນໃຈໂດດລົງຈາກຕຶກດັ່ງກ່າວ ເພື່ອຂ້າຕົວຕາຍ.

ຍາດພີ່ນ້ອງທາງຝ່າຍ ນາງ U ໂດຍສະເພາະແມ່ຂອງນາງ ໄດ້ເວົ້າວ່າ:

ຄວາມເຈັບປວດ ແລະ ການສູນເສຍໃນຄັ້ງນີ້ ຫາທີ່ປຽບບໍ່ໄດ້ ແລະ ເລື່ອງແບບນີ້ກໍບໍ່ໜ້າຈະເກີດຂຶ້ນກັບລູກສາວຂອງຕົນ ເພາະວ່າ ທຸກຄັ້ງທີ່ລູກກັບມາບ້ານໃນໄລຍະພັກຮຽນ ກໍບໍ່ເຄີຍເວົ້າວ່າມີຜູ້ບ່າວ ຫຼື ພາຊາຍໃດກັບມາບ້ານ ແລະ ທີ່ສຳຄັນ ລູກກໍບໍ່ເຄີຍເລົ່າສູ່ຟັງວ່າ ມີ ທ້າວ ຕຽນ ແອບມັກ ແລະ ຕິດຕາມຕະຫຼອດ.

ເຖິງຢ່າງໃດກໍຕາມ, ແນວໃດລູກສາວກໍເສຍຊີວິດໄປແລ້ວ ທາງຄອບຄົວກໍບໍ່ທັນໄດ້ຫວັງຫຍັງຫຼາຍຈາກຄອບຄົວຜູ້ກໍ່ເຫດ ຂໍພຽງໃຫ້ມາຂໍຂະມາຂໍໂທດ ເພື່ອໃຫ້ວິນຍານຂອງລູກສາວ ຈະໄດ້ໄປສູ່ສຸຂະຕິເທົ່ານັ້ນກ່ອນ ( ແມ່ທັງເວົ້າທັງເຊັດນ້ຳຕາ ).

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ