ລັດຖະບານ ມີນະໂຍບາຍໃຫ້ຄົນຕ່າງປະເທດເຂົ້າມາດໍາເນີນທຸລະກິດ ຢູ່ ສປປ ລາວ ໄດ້ ແຕ່ຕ້ອງໃຫ້ສອດຄ່ອງ ກັບ ລະບຽບກົດໝາຍຂອງລາວ ວາງອອກ ຢ່າງເຂັ້ມງວດ, ຖ້າຫາກເຄື່ອນໄຫວຜິດລະບຽບກົດໝາຍ ກໍຈະຖືກດໍາເນີນຄະດີ, ເຊິ່ງໄລຍະຜ່ານມາ ເຫັນວ່າ: ມີຊາວຕ່າງປະເທດ ເຂົ້າມາເຮັດທຸລະກິດຍັງບໍ່ຖືກຕ້ອງ, ລັກລອບຄ້າຂາຍຂອງຜິດກົດໝາຍ ຫຼື ຂອງເຖື່ອນ ໂດຍມີຫຼາຍຮູບແບບ.

ຫຼ້າສຸດ ໃນວັນທີ 13 ສິງຫາ 2019, ເຈົ້າໜ້າທີ່ ຕໍາຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ຈັບເປົ້າໝາຍ 2 ຄົນ, ເຊິ່ງເປັນຊາວຕ່າງປະເທດ ລັກລອບຄ້າຂາຍຢາເສບຕິດ ໂດຍມີຂອງກາງຢາບ້າ ເກືອບ 6.000 ເມັດ ຢູ່ຈຸດກວດກາຂົວຫ້ວຍນໍ້າຫງາງໃຫຍ່ ເຂດບ້ານທົ່ງແປ ເມືອງຄໍາເກີດ.

ຜູ້ຖືກຫາທັງ 2 ຄົນ ຊື່: ທ້າວ ຫງຽນດິງຢຸ້ຍ ອາຍຸ 45 ປີ ຢູ່ບ້ານກິມເຊິນ ແລະ ທ້າວ ກາວວັນຈຽນ ອາຍຸ 28 ປີ ຢູ່ບ້ານລາງເຊິນໄຕ ທັງ 2 ຄົນ ຢູ່ເມືອງເຮືອງເຊິນ ແຂວງຮ່າຕິ່ງ ສສ ຫວຽດນາມ, ເຊິ່ງຂອງກາງທີ່ຢຶດໄດ້ມີ ຢາບ້າຈໍານວນ 3 ມັດ ມີ 5.978 ເມັດ ແລະ ເງິນ 161.000 ກີບ, 8.270.000 ດົງ, ໂທລະສັບ 4 ເຄື່ອງ, ພາດສະປອດ 1 ຫົວ, ປຶ້ມຜ່ານແດນ 1 ຫົວ ແລະ ເອກະສານລົດ 1 ຊຸດ.

ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ໃຫ້ຮູ້ວ່າ:

ໃນເວລາປະມານ 15:00 ໂມງ ຂອງວັນທີ 13 ສິງຫາ 2019, ໄດ້ຮັບການລາຍງານຈາກແຫຼ່ງຂ່າວວ່າ: ຈະມີຄົນຈໍານວນໜຶ່ງ ຂົນສົ່ງຢາເສບຕິດອອກຈາກເທດສະບານເມືອງຄໍາເກີດ, ຈຸດປະສົງ ກໍເພື່ອນໍາອອກສູ່ປະເທດໃກ້ຄຽງ ໂດຍນໍາໃຊ້ລົດຕູ້ສະຕາເເລັກ ສີປອນເງິນ ໝາຍເລກທະບຽນ ກຕ 9305 ກໍາແພງນະຄອນ ເປັນພາຫະນະ.

ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ອອກຕິດຕາມກວດກາ ແລະ ໄດ້ຈັດວາງກໍາລັງຕາມຈຸດເສັ້ນທາງ ເລກ 8 B ລະຫວ່າງ ບ້ານທົ່ງແປ ຫາ ດ່ານສາກົນນໍ້າພາວ.

  • ພໍຮອດເວລາປະມານ 16:00 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ ທີ່ຕັ້ງຈຸດກວດກາ ຢູ່ຂົວຫ້ວຍນໍ້າຫງາງໃຫຍ່ ເຂດບ້ານທົ່ງແປ ເມືອງຄໍາເກີດ ໄດ້ພົບເຫັນລົດເປົ້າໝາຍ ແລ່ນມາດ້ວຍຄວມໄວ; ພໍຮອດດ່ານກວດກາ, ເຈົ້າໜ້າທີ່ ຈຶ່ງໄດ້ລັດລົດຄັນດັ່ງກ່າວ ເພື່ອກວດກາ.
  • ຜ່ານການກວດຄົົ້ນລົດ ພົບເຫັນຢາບ້າ ແລະ ເງິນຈໍານວນດັ່ງກ່າວ ຈຶ່ງກັກຕົວ ທ້າວ ຫງຽນດິງຢຸ້ຍ ແລະ ທ້າວ ກາວວັນຈຽນ ໄປສອບສວນ.

ຜ່ານການສອບສວນ, ພວກກ່ຽວ ຮັບສາລະພາບ ວ່າ:

ໄດ້ເຄື່ອນໄຫວຄ້າຂາຍຢາບ້າຢູ່ລາວ ມາແລ້ວຫຼາຍຄັ້ງ, ເຊິ່ງຄັ້ງນີ້ ແມ່ນຈະເອົາໄປສົ່ງໃຫ້ ຜູ້ສັ່ງຊື້ ຢູ່ປະເທດຫວຽດນາມ ແຕ່ກໍຖືກກັກຕົວກ່ອນ.

ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ ພວມດໍາເນີນການສືບສວນ – ສອບສວນ ຂະຫຍາຍຜົນຫາ ຜູ້ຮ່ວມຂະບວນການດຽວກັນ ເພື່ອຕິດຕາມຈັບຕົວໄປດໍາເນີນຄະດີ ຕາມກົດໝາຍຕໍ່ໄປ.