ໃນວັນທີ 10 ສິງຫາ 2019, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ຈັດກໍາລັງຕໍາຫຼວດວິຊາສະເພາະ ລົງສະກັດ ກວດຄົ້ນລົດຈັກ ເປົ້າໝາຍຢູ່ເສັ້ນທາງເຂດບ້ານສະໜາມໄຊ ເມືອງອຸທຸມພອນ, ຜ່ານການກວດກາພົບຢາບ້າ 14.500 ເມັດ ພ້ອມທັງກັກຕົວຜູ້ຖືກຫາ 2 ຄົນໄປດຳເນີນຄະດີ.

ກວດຄົ້ນລົດຈັກ ເປົ້າໝາຍພົບຢາບ້າ 14.500 ເມັດ
ກວດຄົ້ນລົດຈັກ ເປົ້າໝາຍພົບຢາບ້າ 14.500 ເມັດ

ຜູ້ຖືກຫາ ທັງ 2 ຄົນ ຊື່ ທ້າວ ແສງພະຈັນ ອາຍຸ 27 ປີ ບ້ານສະໜາມໄຊ ແລະ ທ້າວ ບົວພາ ຫຼື ເບີດ ອາຍຸ 25 ປິ ບ້ານໄຊສົມບູນ ທັງ 2 ຄົນຢູ່ເມືອງອຸທຸມພອນ ແຂວງສະຫວັນນະຂດ. ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ພວກກ່ຽວເປັນເປົ້າໝາຍຕິດຕາມຕົວຂອງເຈົ້າໜ້າທີ່ມາໄລຍະໜຶ່ງແລ້ວ. ຈົນຮອດວັນທີ 10 ສິງຫາ ໄດ້ສືບຮູ້ວ່າ: ພວກກ່ຽວເອົາຢາບ້າຈໍານວນຫຼາຍໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ເທດສະບານເມືອງປະທຸມພອນ ໂດຍນໍາໃຊ້ລົດຈັກປະເພດຮອນດ້າ ສີຟ້າບໍ່ມີປ້າຍທະບຽນ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ຈັດກໍາລັງຕໍາຫຼວດວິຊາສະເພາະ ລົງສະກັດກວດຄົ້ນຢູ່ເສັ້ນທາງເຂດບ້ານສະໜາມໄຊ ເມືອງອຸທຸມພອນ. ຮອດເວລາປະມານ 14:00 ໂມງຂອງວັນດຽວກັນ ກໍພົບເຫັນເປົ້າໜາຍ 2 ຄົນຂີ່ລົດຜ່ານມາ ຈຶ່ງລັດກວດຄົ້ນລົດຈັກ ແລະ ຕົນຕົວພົບຢາບ້າ ຈຳນວນ 7 ມັດ ກັບ 500 ເມັດ ເທົ່າກັບ 14.500 ເມັດ ແລະ ໂທລະສັບ 2 ເຄື່ອງ.

ກວດຄົ້ນລົດຈັກເປົ້າໝາຍພົບຢາບ້າ 14.500 ເມັດ
ກວດຄົ້ນລົດຈັກເປົ້າໝາຍພົບຢາບ້າ 14.500 ເມັດ

ພວກກ່ຽວ ໄດ້ຮັບສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນໄດ້ຊື້ມາຈາກຢູ່ຂອບເຂດເມືອງອາດສະພັງທອງ ແຂວງສະຫວັນນະເຂດ ເພື່ອເອົາໄປສົ່ງໃຫ້ຜູ້ຮ່ວມຂະບວນການນຳກັນ ແຕ່ບໍ່ທັນໄດ້ສົ່ງ ຖືກເຈົ້າໜ້າທີ່ກັກຕົວກ່ອນ.

ກວດຄົ້ນລົດຈັກເປົ້າໝາຍພົບຢາບ້າ 14.500 ເມັດ
ກວດຄົ້ນລົດຈັກເປົ້າໝາຍພົບຢາບ້າ 14.500 ເມັດ