ຄະນະໜ່ວຍພັກບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈະສືບຕໍ່ນໍາພາພໍ່-ແມ່ປະຊາຊົນພາຍໃນບ້ານປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ກາຍເປັນໜ້າທີ່ຂອງທົ່ວປວງຊົນຮອບດ້ານ ເພື່ອເຮັດໃຫ້ບ້ານມີຄວາມສະຫງົບ-ປອດໄພໂດຍພື້ນຖານ.

ກອງປະຊຸມບ້ານທົ່ງກາງ ສືບຕໍ່ນຳພາປະຊາຊົນປະຕິບັດວຽກງານ ປກຊ-ປກສ
ກອງປະຊຸມບ້ານທົ່ງກາງ ສືບຕໍ່ນຳພາປະຊາຊົນປະຕິບັດວຽກງານ ປກຊ-ປກສ

ສະຫາຍ ນາງ ອໍາມາລາ ໄຊຍະສິດ ເລຂາໜ່ວຍພັກບ້ານທົ່ງກາງ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກບ້ານທົ່ງກາງທີ່ຈັດຂຶ້ນໃນ ວັນທີ 21 ສິງຫາ 2019 ໂດຍມີ ສະຫາຍ ປອ ທິນນະກອນ ທອງຄໍາ ຄະນະປະຈໍາພັກເມືອງ ເລຂາພັກບ້ານ ວັດນາກ ທັງເປັນຜູ້ຊີ້ນໍາວຽກງານ 3 ບ້ານ ພ້ອມດ້ວຍສະມາຊິກພັກພາຍ ໃນບ້ານເຂົ້າຮ່ວມວ່າ: ທິດທາງແຜນການໃນຕໍ່ໜ້າ, ຄະນະໜ່ວຍພັກຈະສືບຕໍ່ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ກາຍເປັນ ຂອງທົ່ວປວງຊົນຮອບດ້ານຂອງພັກ, ປັບປຸງກໍ່ສ້າງກໍາລັງ ປກສ ບ້ານ ທັງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ລະບົບແບບແຜນວິທີເຮັດວຽກ, ສືບຕໍ່ບໍາລຸງສິລະປະຍັດ-ຍຸດທະວິທີ ແກ່ອ້າຍນ້ອງໃຫ້ໜັກແໜ້ນ-ເຂັ້ມແຂງ ໂດຍສະເພາະແມ່ນວຽກງານວິຊາສະເພາະ ແລະ ຄວາມຫ້າວຫັນຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນ; ຈະສືບຕໍ່ປະຕິບັດວຽກງານຄຸ້ມຄອງພົນລະເມືອງລາວ; ຄົນເຂົ້າ-ອອກ, ຮັບແຈ້ງຄົນພັກເຊົາ ແລະ ຕິດຕາມກຸ່ມເປົ້າໝາຍໃຫ້ໄດ້ດີຂຶ້ນກວ່າເກົ່າ, ສືບຕໍ່ເກັບກໍາຂໍ້ມູນຊາວຕ່າງປະເທດ ທີ່ມາພັກເຊົາ ຫຼື ເຊົ່າເຮືອນຢູ່ພາຍໃນບ້ານ ໃຫ້ລະອຽດຈະແຈ້ງ, ຖ້າມາຂາຍແຮງງານ ກໍຕ້ອງໃຫ້ຖືກຕ້ອງຕາມກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ກອງປະຊຸມບ້ານທົ່ງກາງ ສືບຕໍ່ນຳພາປະຊາຊົນປະຕິບັດວຽກງານ ປກຊ-ປກສ
ກອງປະຊຸມບ້ານທົ່ງກາງ ສືບຕໍ່ນຳພາປະຊາຊົນປະຕິບັດວຽກງານ ປກຊ-ປກສ

ໃນໄລຍະຜ່ານມາ, ຄະນະໜ່ວຍພັກໄດ້ນໍາພາພໍ່-ແມ່ປະຊາຊົນປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໂດຍສຸມໃສ່ແກ້ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ; ຜ່ານມາໄດ້ຊ່ວຍຂັ້ນເທິງໃນການຕິດຕາມແກ້ໄຂ ການລັກລົດ ຢູ່ພາຍໃນບ້ານທົ່ງກາງ ມີເປົ້າໝາຍຜູ້ຕິດຢາເສບຕິດ ຈໍານວນ28 ຄົນ ຍິງ 2 ຄົນ, ໃນນັ້ນ, ເປົ້າໝາຍທີ່ ອອກມາຈາກຄ້າຍຄຸມຂັງມີ 4 ຄົນ, ເປົ້າໝາຍທີ່ຍັງຢູ່ຄ້າຍຄຸມຂັງມີ 7 ຄົນ ຍິງ 2 ຄົນ; ໄດ້ເປີດສຶກສາອົບຮົມປີໜຶ່ງ 2 ຄັ້ງ ໂດຍໄດ້ສົມທົບກັບປກສ ກຸ່ມ ແລະ ປກສ ເມືອງ, ການມ້າງຄະດີໄດ້ຊ່ວຍຂັ້ນເທິງ ໃນການຕິດຕາມແກ້ໄຂຄົນຂີ້ລັກທີ່ມາລີ້ຊ່ອນຢູ່ພາຍໃນບ້ານ; ໄດ້ໃຫ້ຂໍ້ມູນ ແລະ ສຶກສາອົບຮົມໃຫ້ເຂົາເຈົ້າມອບໂຕກັບເຈົ້າໜ້າທີ່ ເພື່ອໄປສືບສວນ-ສອບສວນ, ສາມາດເກັບກູ້ລົດຄືນໄດ້ຈໍາ ນວນໜຶ່ງ ແລະ ໄດ້ມອບຕໍ່ໃຫ້ເຈົ້າຂອງເດີມແລ້ວ.