ການລະເມີດກົດລະບຽບ ແລະ ກົດໝາຍຈະລາຈອນທາງບົກ ເປັນປັດໃຈທີ່ສໍາຄັນພາໃຫ້ເກີດອຸບັດຕິເຫດ ສະນັ້ນ, ເຈົ້າໜ້າທີ່ສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວໄດ້ ອາດຈະຊ່ວຍເຮັດໃຫ້ອຸ ບັດຕິເຫດຫຼຸດລົງ.

ສະກັດກັ້ນ ການລະເມີດກົດລະບຽບຈະລາຈອນ ອຸບັດຕິເຫດກໍຫຼຸດລົງ
ສະກັດກັ້ນ ການລະເມີດກົດລະບຽບຈະລາຈອນ ອຸບັດຕິເຫດກໍຫຼຸດລົງ

ຖ້າຢາກແກ້ໄຂຜູ້ລະເມີດລະບຽບ ແລະ ກົດໝາຍຈະລາຈອນທາງບົກເຈົ້າ ໜ້າທີ່ຕໍາຫຼວດຈະລາຈອນ ຕ້ອງໄດ້ຫັນກໍາລັງລົງປະຈໍາຈຸດຫຼ່ໍແຫຼມ, ແຕ່ລະປ້ອມຕາມສາຍທາງທີ່ເຫັນວ່າມີຄວາມຈໍາເປັນ ເພື່ອສັງເກດກວດກາ, ຕີລາຄາສະພາບການເຄື່ອນໄຫວການສັນຈອນ ແລະ ແກ້ໄຂຜູ້ລະເມີດກົດລະບຽບ, ກົດໝາຍສັນຈອນທາງບົກ; ຈັດຕັ້ງສາຍກວດຕາມສາຍທາງ ແລະ ຜູ້ຂັບຂີ່ທີ່ລ່ວງລະເມີດກົດລະບຽບຈະລາຈອນທາງບົກ, ໂດຍສະເພາະແມ່ນເອກະສານລົດ, ເຕັກນິກລົດ, ຕໍ່ຜູ້ຂັບຂີ່ແມ່ນກວດກາໃບຂັບ ຂີ່, ໃນຄວາມໄວ, ກວດທາດເຫຼົ້າ ແລະ ສິ່ງມຶນເມົາອື່ນໆ ໃນກໍລະນີພົບເຫັນມີ ການລະເມີດຕ້ອງແກ້ໄຂຢ່າງທັນການ. ຄຽງຄູ່ກັນນີ້ກໍຄວນນໍາໃຊ້ວິຊາສະເພາະມາດຕະການການທາງດ້ານກົດໝາຍ ໃນການແກ້ໄຂ ຜູ້ລະເມີດກົດລະບຽບ, ກົດໝາຍສັນ ຈອນທາງບົກໃຫ້ເຂັ້ມງວດກວ່າເກົ່າ ເຊັ່ນ: ການແນະນໍາສາລະບານເດີນລົດ, ການສຶກສາອົບຮົມ, ຕັກເຕືອນປັບໃໝຕາມລະບຽບການ ຫຼື ດໍາເນີນການສືບສວນ-ສອບສວນ ໃຫ້ກະຈ່າງ ແຈ້ງກ່ຽວກັບພຶດຕິກໍາເປັນການກະທໍາ ຜິດທີ່ລະເມີດລະບຽບ, ກົດໝາຍວ່າ ດ້ວຍການສັນຈອນ ທາງບົກ.

ສະກັດກັ້ນ ການລະເມີດກົດລະບຽບຈະລາຈອນ ອຸບັດຕິເຫດກໍຫຼຸດລົງ
ສະກັດກັ້ນ ການລະເມີດກົດລະບຽບຈະລາຈອນ ອຸບັດຕິເຫດກໍຫຼຸດລົງ

ນອກນັ້ນ, ການປະຈໍາການຄອຍເຫດຕະຫຼອດ 24 ຊົ່ວໂມງ ຢູ່ຕາມແຕ່ ລະປ້ອມຍາມເພື່ອເຮັດໜ້າທີ່ສັງເກດ ສະພາບການເຄື່ອນໄຫວສັນຈອນຂອງຜູ້ໃຊ້ລົດ-ໃຊ້ຖະໜົນ ຢູ່ຕາມຈຸດສາມແຍກ, ສີ່ແຍກ ຫຼື ຈຸດຊຸມຊົນທີ່ມີຄວາມສ່ຽງສູງທີ່ມັກເກີດອຸບັດຕິເຫດ ແລະ ໃນກໍລະນີພົບເຫັນການສັນຈອນຕິດຂັດເຈົ້າໜ້າທີ່ປະຈໍາຢູ່ຈຸດດັ່ງກ່າວ ຕ້ອງ ລົງໄປປະຕິບັດໜ້າທີ່ ເພື່ອລະບາຍການສັນຈອນໃຫ້ຄ່ອງຕົວດີຂຶ້ນ; ໄປພ້ອມກັບການເຮັດໜ້າທີ່ວຽກງານໂຄສະນາຢູ່ ຕາມສໍານັກງານ, ອົງການ, ໂຮງຈັກ, ໂຮງງານ, ສະຖາບັນການສຶກສາຕ່າງໆດ້ວຍຫຼາຍຮູບຫຼາຍວິທີການ ເພື່ອເຮັດໃຫ້ຜູ້ຂັບຂີ່ຮູ້ໄດ້ກົດລະບຽບການສັນຈອນ ພ້ອມທັງຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖ້າວ່າສະກັດກັ້ນ ແລະ ແກ້ໄຂບັນຫາລະເມີດລະບຽບ ແລະ ກົດໝາຍການ ສັນຈອນແຕ່ຫົວທີໄດ້ ເຊື່ອແນ່ວ່າບັນຫາການເສຍຊີວິດຈາກອຸບັດຕິເຫດທີ່ ເກີດຂຶ້ນຕາມທ້ອງຖະໜົນກໍຈະຫຼຸດລົງ ເທື່ອລະກ້າວ.