ປະທານກອງປະຊຸມປຶກສາຫາລືການ ເຝົ້າລະວັງ ການລະບາດຂອງພະຍາດ ອະຫິວາໝູ
ປະທານກອງປະຊຸມປຶກສາຫາລືການ ເຝົ້າລະວັງ ການລະບາດຂອງພະຍາດ ອະຫິວາໝູ

ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄົ້ນຄວ້າ-ປຶກສາຫາລືການ ເຝົ້າລະວັງ ການຕ້ານ ແລະ ສະກັດກັ້ນພະຍາດອະຫິວາໝູ ໃນວັນທີ 13 ສິງຫາ 2019; ເປັນປະທານໂດຍ ທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເຂົ້າຮ່ວມໂດຍ ທ່ານ ບຸນສົດ ອິນທະປັນຍາ ຮອງເຈົ້າເມືອງ, ມີຫົວໜ້າຫ້ອງ ການທີ່ກ່ຽວຂ້ອງ, ກຸ່ມລ້ຽງໝູ, ນັກທຸລະກິດຜູ້ປະກອບການຂ້າ ສັດ ແລະ ກຸ່ມສະໜອງຊີ້ນປ່ອນຕະຫຼາດ ເຂົ້້າຮ່ວມ.

ພະນັກງານກ່ຽວຂ້ອງຮ່ວມປະຊຸມປຶກສາຫາລື ປະທານກອງປະຊຸມປຶກສາຫາລືການເຝົ້າລະວັງການລະບາດຂອງພະຍາດອະຫິວາໝູ
ພະນັກງານກ່ຽວຂ້ອງຮ່ວມປະຊຸມປຶກສາຫາລື ປະທານກອງປະຊຸມປຶກສາຫາລືການເຝົ້າລະວັງການລະບາດຂອງພະຍາດອະຫິວາໝູ

ທ່ານ ທອງສຸກ ຈັນປະເສີດ ໄດ້ເຜີຍແຜ່ແຈ້ງການຂອງກະຊວງກະສິກຳ ແລະ ປ່າໄມ້ ກ່ຽວກັບ ການສະກັດກັ້ນຫ້າມນຳເຂົ້າໝູ, ຜະລິດຕະພັນໝູທຸກຊະນິດ ລວມທັງຜະລິດຕະພັນທີ່ປຸ່ງແຕ່ງ ເບື້ອງຕົ້ນຈາກປະເທດຈີນ, ຫວຽດນາມ ເຂົ້າສູ່ປະເທດເຮົາ ເພື່ອຕ້ານ ແລະ ສະກັດກັ້ນພະຍາດອະຫິວາໝູ ແລະ ແຈ້ງການຂອງທ່ານເຈົ້າແຂວງໄຊຍະບູລີ ເລື່ອງການເພີ່ມທະວີ ຄວາມຮັບຜິດຊອບໃນການກະກຽມຕ້ານໄພແຫ້ງແລ້ງ-ຕ້ານໄພນໍ້າຖ້ວມ, ການປ້ອງກັນກຳຈັດບົ້ງຝູງສາລີ ແລະ ຕິດຕາມເຝົ້າລະວັງການປ້ອງກັນພະຍາດອາຫິວາໝູ.

ໂອກາດດັ່ງກ່າວ, ທ່ານ ບຸນສົດ ອິນທະປັນຍາ ຮອງເຈົ້າເມືອງໆເງິນ ໄດ້ເໜັ້ນໜັກພາກສ່ວນທີ່ ກ່ຽວຂ້ອງ ໂດຍສະເພາະນັກທຸລະກິດຜູ້ປະກອບການໃຫ້ມີສະຕິເຝົ້າລະວັງຕ້ານພະຍາດອະຫິວາໝູຢ່າງໃກ້ຊິດ, ຕິດຕາມການເຄື່ອນຍ້າຍສັດເຂົ້າ-ອອກເມືອງຢ່າງເຄັ່ງຄັດ; ພ້ອມທັງຕິດຕາມ-ກວດກາທຸກໆຄັ້ງໃນການນຳເອົາສັດເຂົ້າເຕົາຂ້າ ແລະ ສະໜອງຊີ້ນປ່ອນຕະຫຼາດ ພາຍໃນເມືອງ ເພື່ອຮັບປະກັນໃຫ້ຜູ້ບໍລິໂພກມີຄວາມປອດໄພ.