ການສະແດງຄວາມພ້ອມຂອງບັນດາ ນາງສາວລາວ (MISS UNIVERSE LAOS 2019) ທັງ 30 ຄົນ ພາຍ ຫຼັງຈາກທີ່ໄດ້ຜ່ານການຝຶກແອບທັງຄວາມຮູ້ – ຄວາມສາມາດ, ທັດສະນະຄະຕິ, ບຸກຄະລິກະພາບ ແລະ ທັກສະທີ່ຈໍາເປັນຕໍ່ເວທີການປະກວດ ໃນວັນທີ 22 ສິງຫາຜ່ານມາ, ບັນດານ້ອງໆນາງສາວລາວ ໄດ້ເຜີຍຄວາມສະຫງ່າ ງາມ ດ້ວຍຊຸດປະຈໍາຊາດ ໃນຮອບ Preview Day ເພື່ອເປັນການເອີ້ນຄະແນນສຽງຈາກຜູ້ຊົມ ແລະ ຄະນະກໍາ ມະການກ່ອນຈະເຖິງວັນປະກວດຕົວຈິງ ໃນວັນທີ 24 ສິງຫາ ທີ່ຈະມາເຖິງນີ້.

ນາງສາວລາວ ເຜີຍຄວາມສະຫງ່າງາມດ້ວຍຊຸດປະຈໍາຊາດ
ນາງສາວລາວ ເຜີຍຄວາມສະຫງ່າງາມດ້ວຍຊຸດປະຈໍາຊາດ

ທ່ານ ຈັນທະເສນ ພິມມະສອນ ປະທານໂຄງການປະກວດ ທັງເປັນປະທານ ບໍລິສັດພັດທະນາເສດຖະກິດລາວລ້ານຊ້າງ ຈໍາກັດ ໄດ້ຖະແຫຼງວ່າ: ພາຍຫຼັງທີ່່ນາງສາວລາວໄດ້ຜ່ານການຝຶກແອບທີ່ທາງກອງປະກວດໄດ້ຈັດຂຶ້ນສໍາເລັດແລ້ວ ແລະ ໃນຄັ້ງນີ້ ແມ່ນໄດ້ນໍານ້ອງນາງສາວ ຈໍານວນ 30 ນາງສາວ ອອກມາເຜີຍຄວາມສະຫງ່າງາມ ໃນຮອບ Preview Day ດ້ວຍຊຸດປະຈໍາຊາດ ທີ່ເປັນເອກະລັກ ແລະ ພາກພູມໃຈຂອງປວງຊົນລາວທົ່ວປະ ເທດ ເພື່ອເປັນການປະຊາສໍາພັນໃຫ້ຄົນທົ່ວໂລກໄດ້ຮັບຮູ້ ແລະ ເຫັນເຖິງວັດທະນະທໍາ-ຮີດຄອງປະເພນີ, ຄວາມງົດງາມ, ຄວາມສາມາດຂອງແມ່ຍິງລາວ ແລະ ຍັງຄຽງຄູ່ຂອງຄວາມເປັນລາວ. ເຊິ່ງການຝຶກແອບຢ່າງເຂັ້ມງວດໃນດ້ານຕ່າງໆໃຫ້ກັບຜູ້ທີ່ເຂົ້າປະກວດນີ ກໍເພື່ອເປັນການກະກຽມຂັ້ນພື້ນຖານເພື່ອກ້າວເຂົ້າສູ່ເວທີລະດັບສາກົນ.

ນາງສາວລາວ ເຜີຍຄວາມສະຫງ່າງາມດ້ວຍຊຸດປະຈໍາຊາດ
ນາງສາວລາວ ເຜີຍຄວາມສະຫງ່າງາມດ້ວຍຊຸດປະຈໍາຊາດ

ພິທີດັ່ງກ່າວ, ຈັດຂຶ້ນຢູ່ທີ່ໂຮງແຮມ ແລນມາກ ຣີເວີ້ໄຊ ໂຮເທວ  ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ມີປະທານໂຄງການປະກວດ ພ້ອມທັງຜູ້ຮ່ວມສະໜັບສະໜູນ ແລະ ສື່ມ່ວນຊົນເຂົ້າຮ່ວມ.

ນາງສາວລາວ ເຜີຍຄວາມສະຫງ່າງາມດ້ວຍຊຸດປະຈໍາຊາດ
ນາງສາວລາວ ເຜີຍຄວາມສະຫງ່າງາມດ້ວຍຊຸດປະຈໍາຊາດ