ກະຊວງພາຍໃນ ຮ່ວມກັບ ທະນາຄານໂລກ ໄດ້ຈັດກອງປະຊຸມເປີດກວ້າງ ເພື່ອເຜີຍແຜ່ ເຊື່ອມຊຶມ ຍຸດທະສາດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016- 2025 ແລະ ກົດໝາຍ ວ່າດ້ວຍ ທະບຽນຄອບຄົວ ( ສະ ບັບປັບປຸງ 2018 ) ໃນລະຫວ່າງ ວັນທີ 22- 23 ສິງຫາ 2019 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານ ຮ່ວມຂອງ ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ນິກໂຄລາ ພອນຕາຣາ ຫົວໜ້າທະນາຄານໂລກ ປະຈໍາ ສປປ ລາວ, ມີບັນດາຫົວໜ້າຫ້ອງການ-ກົມກະຊວງພາຍໃນ, ຫົວໜ້າກົມຂອງບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໃນຂອບ ເຂດທົ່ວປະເທດ ເຂົ້າຮ່ວມ.

ເຊື່ອມຊຶມຍຸດທະສາດ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025
ເຊື່ອມຊຶມຍຸດທະສາດ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025

ທ່ານ ສີພຸກ ວົງພັກດີ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະ ພາບໃຫ້ແກ່ບັນດາຂະແໜງການທີ່ກ່ຽວຂ້ອ,ງ ເຊິ່ງໄດ້ເຊື້ອເຊີນເອົາບັນດາຂະແໜງການຕ່າງໆເຂົ້າຮ່ວມ ເຊັ່ນ: ຂະ ແໜງຍຸຕິທໍາ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ແຜນການ ແລະ ການລົງທຶນ, ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ-ສັງຄົມ, ຂະແໜງພາຍໃນ ເພື່ອເປັນການຈັດ ຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງ ໂດຍສະເພາະວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ທັງຂັ້ນສູນ ກາງ ແລະ ທ້ອງຖິ່ນ, ທີ່ສໍາຄັນແມ່ນແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນບັນດາເຜົ່າໄດ້ເຂົ້າ ເຖິງການບໍລິການຂອງພັກ-ລັດ ໃນວຽກງານຈົດທະບຽນຄອບຄົວຢ່າງທົ່ວເຖິງ; ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການເຜີຍແຜ່ ບັນດານິຕິກຳລຸ່ມກົດໝາຍທີ່ຕິດພັນກັບຂະແໜງການກ່ຽວ ຂ້ອງ, ຜົນຂອງການລົງເກັບກໍາຂໍ້ມູນປະເມີນຜົນການຈັດຕັ້ງປະຕິບັດວຽກງານການຈົດທະບຽນຢູ່ 9 ແຂວງ; ເຊິ່ງຈະເປັນບ່ອນອີງໃນການວາງແຜນຈັດຕັ້ງປະຕິບັດຍຸດທະສາດ ແລະ ກົດໝາຍໃນຕໍ່ໜ້າ.

ເຊື່ອມຊຶມຍຸດທະສາດ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025
ເຊື່ອມຊຶມຍຸດທະສາດ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025

ນອກນັ້ນ; ທ່ານຮອງລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ຮັບຟັງການນໍາສະເໜີນິຕິກໍາໃນຫົວຂໍ້ຕ່າງໆ, ບັນຫາໃດບໍ່ເຂົ້າໃຈໃຫ້ຍົກຂຶ້ນມາສົນທະນາແລກປ່ຽນບົດຮຽນກັນຢ່າງມີຈຸດສຸມ, ສ້າງສັນ ແລະ ກົງໄປ -ກົງມາ ເພື່ອເປັນບ່ອນອີງສໍາຄັນໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງໃນການປັບປຸງ ແລະ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງ ໂດຍສະເພາະແມ່ນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງໃຫ້ເຂົ້າສູ່ລະບົບ, ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເພື່ອຍາດແຍ່ງເອົາທຶນຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງສາກົນເຂົ້າໃນການຈັດຕັ້ງປະ ຕິບັດບັນດາກິດຈະກໍາດັ່ງ ກ່າວ ໃຫ້ໄດ້ຮັບຜົນດີ ແລະ ເຮັດໃຫ້ກອງປະຊຸມບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.