ອາຄາເດມິກ ໂລໂມໂນຊອບ ເລີ່ມອອກເດີນທາງຈາກເມືອງເມີມັນ ໂດຍມີເຮືອລາກແກ່ 3 ລຳ
ອາຄາເດມິກ ໂລໂມໂນຊອບ ເລີ່ມອອກເດີນທາງຈາກເມືອງເມີມັນ ໂດຍມີເຮືອລາກແກ່ 3 ລຳ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 26 ສິງຫາ ວ່າ: ລັດເຊຍ ເລີ່ມໃຊ້ງານໂຮງງານໄຟຟ້ານິວເຄຣຍລອຍນໍ້າ ເຊິ່ງຈະເດີນທາງໃນມະຫາສະໝຸດອາກຕິກ ເປັນໄລຍະທາງ 5.000 ກິໂລແມັດ ຈາກທ່າເຮືອເມືອງເມີມັນ ( Murmansk ) ໄປຍັງ ເມືອງຊູຄອດກາ ( Chukotka ) ໃນພາກພື້ນຕາເວັນອອກຂອງປະເທດ.

ສຳນັກງານນິວເຄຣຍ Rosenergoatom ລະບຸວ່າ:

ການເດີນທາງຂອງອາຄາເດມິກ ໂລໂມໂນຊອບ ຈະຊ່ວຍປ່ອຍໄຟຟ້າໃນພື້ນທີ່ທີ່ຢູ່ຫ່າງໄກ ເຊິ່ງໜຶ່ງໃນເປົ້າໝາຍຂອງ ໂຮງງານໄຟຟ້ານິວເຄຣຍລອຍນໍ້າ ຄື ການໃຫ້ພະລັງງານທີ່ເມືອງຄາວ-ບີລີບິນ ( Chaun-Bilibin ) ໃນຊູຄອດກາ ເຊິ່ງມີການຂຸດຄົ້ນບໍ່ແຮ່ຄຳທີ່ນັ້ນ.

ທາງດ້ານກຣີນພີສ ເຫັນວ່າ: ການເດີນທາງໃນທະເລທີ່ມີສະພາບອາກາດປ່ຽນແປງປະຈຳ ຈະເຮັດໃຫ້ໂຄງການນີ້ມີຄວາມສ່ຽງສູງ; ເຊິ່ງຜູ້ບໍ່ເຫັນດ້ວຍກັບໂຄງການນີ້ ລວມເຖິງ ກຣີນພີສ ໄດ້ອ້າງເຖິງອຸບັດຕິເຫດນິວເຄຍທີ່ເກີດຂຶ້ນ ກ່ອນໜ້ານີ້ ໃນລັດເຊຍ ແລະ ສະໄໝທີ່ເປັນ ໂຊວຽດ ພ້ອມທັງຍັງເຕືອນວ່າ: ພາລະກິດຂອງອາຄາເດມິກ ໂລໂມໂນຊອບ ຈະເພີ່ມຄວາມສ່ຽງທີ່ຈະເຮັດໃຫ້ເກີດມົນລະພິດໃນອາກຕິກ ເຊິ່ງເປັນພາກພື້ນທີ່ຢູ່ຫ່າງໄກ, ມີປະຊາຊົນໜ້ອຍ ແລະ ບໍ່ມີສະຖານທີ່ຂະໜາດໃຫຍ່ໃນການກຳຈັດມົນລະພິດຕ່າງໆ.

ການເດີນທາງຂອງ ໂຮງງານໄຟຟ້ານິວເຄຣຍລອຍນໍ້າຂອງລັດເຊຍ ເກີດຂຶ້ນພຽງ 2 ອາທິດ ຫຼັງຈາກທີ່ເຄື່ອງຈັກພະລັງງານນິວເຄຣຍລະເບີດ ຢູ່ທີ່ຖານທົດສອບທາງທະເລຂອງລັດເຊຍ ໃນອາກຕິກ ເຮັດໃຫ້ມີວິສະວະກອນເສຍຊີວິດ 5 ຄົນ ແລະ ປ່ອຍສານກຳມັນຕະລັງສີອອກມາ ແຕ່ຍັງທຽບບໍ່ໄດ້ກັບໄພພິບັດເຊີໂນບິວ ໃນປີ 1986.

ເຊື້ອໄຟກຳມັນຕະລັງສີຂອງ ໂຮງງານໄຟຟ້ານິວເຄຣຍລອຍນໍ້າ ຈະຖືກເກັບໄວ້ພາຍໃນ ໂຮງງານໄຟຟ້ານິວເຄຣຍລອຍນໍ້າ ທີ່ມີລູກລັກສະນະຄ້າຍຄືກັນ ໃນເຮືອອີກຫຼາຍລຳ ແລະ ຈະຖືກນໍາໄປໃຊ້ສົ່ງພະລັງງານ ໃນພື້ນທີ່ທີ່ຢູ່ຫ່າງໄກອື່ນໆ ຕໍ່ໄປ.

ພາບຖ່າຍໃນເດືອນພຶດສະພາ 2018 ປັດຈຸບັນ ອາຄາເດມິກ ໂລໂມໂນຊອບ ຖືກທາສີໃໝ່ທັງລຳ
ພາບຖ່າຍໃນເດືອນພຶດສະພາ 2018 ປັດຈຸບັນ ອາຄາເດມິກ ໂລໂມໂນຊອບ ຖືກທາສີໃໝ່ທັງລຳ

ອາຄາເດມິກ ໂລໂມໂນຊອບ ຈະເດີນທາງໄປໃຫ້ພະລັງງານໄຟຟ້າແກ່ ແທ່ນຂຸດເຈາະນໍ້າມັນນອກຝັ່ງ ໃນນ່ານນໍ້າຂອງລັດເຊຍ ໃນມະຫາສະໝຸດອາກຕິກ ດ້ວຍ; ນອກຈາກນີ້, ຍັງມີອີກແນວຄິດໜຶ່ງ ຄື: ການໃຊ້ໂຮງງານໄຟຟ້ານິວເຄຣຍລອຍນໍ້ານີ້ ໄປໃຫ້ພະລັງາານແກ່ ໂຮງງານແຍກເກືອອອກຈາກນໍ້າທະເລ ເພື່ອຜະລິດນໍ້າຈືດ ແລະ ໃນອະນາຄົດ ປະເທດທີ່ເປັນເກາະຕ່າງໆ ອາດໄດ້ໃຊ້ປະໂຫຍດຈາກ ໂຮງງານໄຟຟ້ານິວເຄຣຍ ແບບນີ້.

ເສັ້ນທາງທະເລເໜືອ ເຊິ່ງເຊື່ອມລະຫວ່າງ ລັດເຊຍຝັ່ງຕາເວັນຕົກ ກັບ ທ່າເຮືອໃນຝັ່ງຕາເວັນອອກໄກຂອງລັດເຊຍ ເປັນເສັ້ນທາງທີ່ສາມາດໃຊ້ເດີນທາງໄດ້ດົນນານຂຶ້ນ ເພາະອຸນຫະພູມທີ່ເພີ່ມສູງຂຶ້ນຂອງໂລກ ເຮັດໃຫ້ທະເລທີ່ເຢັນຈົນເປັນນໍ້າແຂງ ຫຼຸດລົງ.

ຫ້ອງຄວບຄຸມສ່ວນກາງ ໃນໂຮງງານໄຟຟ້ານິວເຄຣຍລອຍນໍ້າ
ຫ້ອງຄວບຄຸມສ່ວນກາງ ໃນໂຮງງານໄຟຟ້ານິວເຄຣຍລອຍນໍ້າ

ເຮືອລາກແກ່ 3 ລຳ ຈະລາກ ໂຮງງານໄຟຟ້ານິວເຄຣຍລອຍນໍ້າ ໄປຍັງ ເມືອງເພີວຽກ ( Pevek ) ເຊິ່ງຄາດວ່າຈະເດີນທາງໄປເຖິງ ໃນໄລຍະທ້າຍເດືອນກັນຍານີ້ ໂດຍໃນໄລຍະທີ່ສະພາບອາກາດເປັນໃຈ ມັກຈະເດີນທາງໄປໄດ້ດ້ວຍຄວາມໄວ 4-5 ນັອດ ( 7-9 ກິໂລແມັດຕໍ່ຊົ່ວໂມງ ).

ໂຮງງານໄຟຟ້ານິວເຄຣຍລອຍນໍ້ານີ້ ຖືກສ້າງຂຶ້ນ ໃນນະຄອນເຊັນປີເຕີສ໌ເບີກ ແລະ ມີເຕົາປະຕິກອນນິວເຄຣຍ ທີ່ເຄີຍໃຊ້ໃນເຮືອຕັດນໍ້າແຂງຂອງລັດເຊຍ 2 ເຕົາ ຄື: ເຕົາປະຕິກອນ KLT-40S ເຊິ່ງມີຂີດຄວາມສາມາດໃນການຜະລິດໄຟຟ້າລວມກັນໄດ້ 80 ເມກາວັດ ແລະ ມີລາຍງານວ່າ ຮອງຮັບຄື້ນໃຫຍ່ສຶນາມິໄດ້.

ຫ້ອງເຄື່ອງຈັກສ່ວນກາງ ອາຄາເດມິກ ໂລໂມໂນຊອບ 12 ເມສາ 2019
ຫ້ອງເຄື່ອງຈັກສ່ວນກາງ ອາຄາເດມິກ ໂລໂມໂນຊອບ 12 ເມສາ 2019

ລາຍການ Vesti ເຊິ່ງເປັນລາຍການຂ່າວຂອງລັດເຊຍ ລະບຸວ່າ:

ໂຮງງານໄຟຟ້ານິວເຄຣຍລອຍນໍ້ານີ້ ຈະມີພະລັງງານພຽງພໍໃນການໃຫ້ແສງສະຫວ່າງ ແລະ ໃຫ້ຄວາມອົບອຸ່ນແກ່ເມືອງທີ່ມີຜູ້ຢູ່ອາໄສ ປະມານ 100.000 ຄົນ, ມັນມີຄວາມຍາວ 140 ແມັດ, ກວ້າງ 30 ແມັດ ແລະ ຄາດວ່າ ຈະໃຊ້ງານໄດ້ດົນ 40 ປີ.

ໃນໄລຍະປີ 1968-1976, ກອງທັບສະຫະລັດອາເມລິກາ ເຄີຍໃຊ້ ໂຮງງານໄຟຟ້ານິວເຄຣຍລອຍນໍ້າ ທີ່ຊື່ວ່າ: MH-1A Sturgis ຢູ່ທີ່ຄອງນໍ້າປານາມາ ເພື່ອໃຫ້ພະລັງງານໃນການປະຕິບັດການຂອງຄອງນໍ້າ ແລະ ຕໍ່ມາໄດ້ຖືກດັດແປງໄປເປັນ ເຮືອຂົນສົ່ງສິນຄ້າ ໃນໄລຍະສົງຄາມໂລກ ຄັ້ງທີ 2 ກ່ອນຈະຖືກປົດປະຈຳການໄປ.