ພະແນກຍຸຕິທໍາ ແຂວງຜົ້ງສາລີ ໄດ້ລົງໂຄສະນາ ເຜີຍແຜ່ກົດໝາຍ ໃຫ້ພະນັກງານ-ລັດຖະກອນ ອ້ອມຂ້າງເມືອງຜົ້ງສາລີ ໃນວັນທີ 14 ສິງຫາ 2019, ເຂົ້າຮ່ວມເຜີຍແຜ່ໂດຍ ທ່ານ ສົມຈິດ ລາວຈຸງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ມີ ທ່ານ ພວງສັກ ແສງ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ມີຫົວໜ້າຫ້ອງການ-ຮອງຫົວໜ້າ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕະຫຼອດຮອດ ພະນັກງານວິຊາການຂັ້ນແຂວງ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງເມືອງສາລີ ເຂົ້າຮ່ວມ.

ບັນດາພະນັກງານ-ລັດຖະກອນ ທີ່ເຂົ້າຮ່ວມຮັບຟັງການ ເຜີຍແຜ່ກົດໝາຍ
ບັນດາພະນັກງານ-ລັດຖະກອນ ທີ່ເຂົ້າຮ່ວມຮັບຟັງການ ເຜີຍແຜ່ກົດໝາຍ

ການເຜີຍແຜ່ຄັ້ງນີ້, ລວມມີ 5 ກົດໝາຍ ຄື: ກົດໝາຍ ວ່າດ້ວຍການສ້າງນິຕິກໍາ, ກົດໝາຍ ວ່າດ້ວຍຄອບຄົວ ແລະ ທະບຽນຄອບຄົວ, ກົດໝາຍ ວ່າດ້ວຍທະບຽນສານ, ກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ກົດໝາຍ ວ່າດ້ວຍການປະຕິບັດຄຳຕັດສິນຂອງສານ; ຈຸດປະສົງຂອງການເຜີຍແຜ່ກົດໝາຍໃນຄັ້ງນີ້, ເພື່ອແນໃສ່ເຮັດໃຫ້ພະນັກງານ-ລັດຖະກອນໃນທົ່ວເມືອງ ມີຄວາມຮັບຮູ້-ເຂົ້າໃຈຕໍ່ກົດໝາຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ການເຄື່ອນໄຫວຖືືກຕ້ອງ ແລະ ແທດເໝາະກັບສະພາບການໃນປັດຈຸບັນ.

ໃນໂອກາດດັ່ງກ່າວ, ທ່ານ ພວງສັກ ແສງແກ້ວປະເສີດ ໄດ້ຮຽກຮ້ອງມາຍັງແຕ່ລະພາກສ່ວນ ຈົ່ງສືບຕໍ່ຫັນເອົາວຽກງານໂຄສະນາ-ເຜີຍແຜ່ກົດໝາຍ ເປັນແຜນວຽກອັນລະອຽດ, ໂດຍການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເຜີຍແຜ່ກົດໝາຍໃຫ້ພະນັກງານ-ລັດຖະກອນ, ພະນັກງານ-ນັກຮົບໃນຫ້ອງການ ແລະ ກົມກອງຂອງຕົນ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ເພື່ອຮັບຮູ້-ເຂົ້າໃຈຕໍ່ກົດໝາຍຢ່າງທົ່ວເຖິງ.