ທ່ານ ຄຳໝັ້ນ ພູວົງສີ ແລະ  ພັທ ສຸລິວົງ ສີລິມະໂນທຳ  2 ປະທານຮ່ວມການ ສະຫຼຸບຖອດຖອນບົດຮຽນ ໃນຄັ້ງນີ້
ທ່ານ ຄຳໝັ້ນ ພູວົງສີ ແລະ ພັທ ສຸລິວົງ ສີລິມະໂນທຳ 2 ປະທານຮ່ວມການ ສະຫຼຸບຖອດຖອນບົດຮຽນ ໃນຄັ້ງນີ້

ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ກ່ຽວກັບວຽກງານການດຳເນີນຄະດີອາຍາ ແລະ ວຽກ ງານຄ້າຍຄຸມຂັງ-ດັດສ້າງ ລະຫວ່າງອົງການໄອຍະການປະຊາຊົນເຂດ 2 ແລະ ເຈົ້າໜ້າທີ່ສືບສວນ-ສອບສວນກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ປະຈຳ 6 ເດືອນຕົ້ນປີ 2019 ໄດ້ຈັດຂຶ້ນໃນວັນທີ 13 ສິງຫາ 2019; ເປັນປະທານໂດຍ ທ່ານ ຄຳໝັ້ນ ພູວົງສີ ຫົວໜ້າຫ້ອງການອົງການໄອຍະການປະຊາຊົນເຂດ ll ແລະ ພັທ ສຸລິວົງ ສີລິມະໂນທຳ ຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ, ມີບັນດາພະນັກງານຫຼັກແຫຼ່ງ, ພະນັກງານວິຊາການຈາກສອງພາກສ່ວນເຂົ້າຮ່ວມ.

ບັນດາພະນັກງານຫຼັກແຫຼ່ງຂອງທັງສອງພາກສ່ວນ
ບັນດາພະນັກງານຫຼັກແຫຼ່ງຂອງທັງສອງພາກສ່ວນ

ການ ສະຫຼຸບຖອດຖອນບົດຮຽນ ຄັ້ງນີ້, ທັງສອງພາກສ່ວນໄດ້ພ້ອມກັນສະຫຼຸບວຽກງານຮອບດ້ານໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ດຳເນີນຄະດີອາຍາ, ການກວດກາ, ການຄຸ້ມຄອງຜູ້ຖືກສົງໄສ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ແລະ ນັກໂທດ, ຢູ່ຄ້າຍຄຸມຂັງ-ດັດສ້າງ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ; ເຊິ່ງເຈົ້າໜ້າທີ່ຕຳຫຼວດໄດ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ຮ່ວມກັບອົງການໄອຍະການດ້ວຍຄວາມຮັບຜິດຊອບສູງ, ມີຜົນສຳເລັດໃນຫຼາຍໆດ້ານ ຮັບປະກັນໃນການປະຕິບັດລະບຽບກົດໝາຍ ເປັນຕົ້ນການຈັບຕົວ, ການກັກຕົວ, ການກວດຄົ້ນເຄຫະສະຖານ, ການເກັບກຳຂໍ້ມູນຫຼັກຖານ, ການວິເຄາະ, ພິສູດຫຼັກຖານ, ການເຮັດບົດບັນທຶກເອົາຄຳໃຫ້ການ, ການເກັບກໍາປະຫວັດຂອງຜູ້ຖືກຫາ, ການຊັນນະສູດສະຖານທີ່ເກີດເຫດ, ການສະຫຼຸບຄະດີ, ການຄຸ້ມຄອງຜູ້ຖືກຫາ-ນັກໂທດ ແລະ ຜູ້ຖືກດັດສ້າງ.

ການປະສານກັບເຈົ້າໜ້າທີ່ທຳມະໂລງ, ເຈົ້າໜ້າທີ່ປ້ອງກັນ, ເຈົ້າໜ້າທີ່ສືບສວນ-ສອບສວນ ໄດ້ຮັບການປັບປຸງເຂົ້າສູ່ລະບຽບຫຼັກການ, ຮັດກຸມ ແລະ ຮັບປະກັນຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍຫຼາຍຂຶ້ນ, ສ້າງ ເງື່ອນໄຂເຮັດໃຫ້ການສັ່ງຟ້ອງຂອງອົງການໄອຍະການປະຊາຊົນມີຄວາມສະດວກ ສະແດງອອກໃນ 6 ເດືອນຕົ້ນປີ 2019 ມີຄະດີອາຍາເສດຖະກິດເກີດຂຶ້ນທັງໝົດ 33 ເລື່ອງ, ດຳເນີນສຳເລັດ 21 ເລື່ອງ, ພວມສືບຕໍ່ 12 ລາຍ, ສາມາດມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 12 ເລື່ອງ, ດຳເນີນຄະດີສຳເລັດ 10 ເລື່ອງ, ພວມສືບຕໍ່ 2 ເລື່ອງ, ຢຶດຂອງກາງປະເພດຢາເສບຕິດ (ຢາບ້າ) ໄດ້ທັງໝົດ ຈຳນວນ 1.164 ເມັດ, ພາຫານະລົດຈັກ 8 ຄັນ, ອາວຸດປືນເແກັບ ຈຳນວນ 9 ກະບອກ, ຈັກສະຕິນ 5 ເຄື່ອງ, ໂທລະຊັບ 12 ໜ່ວຍ, ປະເພດເງິນບາດ ຈຳນວນ 73.000 ກວ່າ ບາດ, ເງິນກີບຈຳນວນ 2.600.000 ກວ່າກີບ ແລະ ວັດຖຸຂອງກາງອື່ນໆຈໍານວນໜຶ່ງ.

ພ້ອມນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ, ຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເພື່ອຍົກສູງຄຸນນະພາບ, ພາລະບົດບາດສິດ ແລະ ໜ້າທີ່ຂອງຕົນ ກ່ຽວກັບການດຳເນີນຄະດີ ແລະ ວຽກງານຄຸມຂັງ-ດັດສ້າງໃຫ້ມີຄວາມເຂັ້ມແຂງໜັກແໜ້ນທາງດ້ານການຈັດຕັ້ງ, ມີຄວາມໂປ່ງໃສ ແລະ ຍຸດຕິທຳ, ມີຄວາມເປັນລະບຽບຮຽບຮ້ອຍ ແນໃສ່ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ທັງສອງອົງການ.