ພິທີມອບ – ຮັບໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງອັດຕະປື ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ສິງຫາ 2019 ຢູ່ທີ່ຫ້ອງປະຊຸມ ກອງບັນຊາການ ປກສ ແຂວງ ພາຍໃຕ້ການເຂົ້າຮ່ວມໂດຍ ພັທ ໂພໄຊ ສຸລິວົງສາ ຄະນະພັກ ຮອງກອງບັນຊາການ ປກສ ແຂວງ, ມີ ພັທ ບຸນຍົງ ແກ້ວສຸດທິຈັກ ຫົວໜ້າຫ້ອງການເມືອງ ຜູ້ເກົ່າ, ພັທ ສີອຸດົມ ອາລົມຈິດ ຫົວໜ້າຫ້ອງການເມືອງ ຜູ້ໃໝ່, ມີແຂກຖືກເຊີນຈາກຫ້ອງອ້ອມຂ້າງ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດຂອງ ຫ້ອງການເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ແຕ່ງຕັ້ງ ພັທ ສີອຸດົມ ອາລົມຈິດ ຮອງຫ້ອງການເມືອງ ຂຶ້ນເປັນ ຫົວໜ້າຫ້ອງການເມືອງ ຜູ້ໃໝ່ ແລະ ແຕ່ງຕັ້ງ ພັທ ບຸນຍົງ ແກ້ວສຸດທິຈັກ ຫົວໜ້າຫ້ອງການເມືອງ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງພັນເຄື່ອນທີ່ ປກສ ແຂວງ
ແຕ່ງຕັ້ງ ພັທ ສີອຸດົມ ອາລົມຈິດ ຮອງຫ້ອງການເມືອງ ຂຶ້ນເປັນ ຫົວໜ້າຫ້ອງການເມືອງ ຜູ້ໃໝ່ ແລະ ແຕ່ງຕັ້ງ ພັທ ບຸນຍົງ ແກ້ວສຸດທິຈັກ ຫົວໜ້າຫ້ອງການເມືອງ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງພັນເຄື່ອນທີ່ ປກສ ແຂວງ

ທ່ານ ພັທ ສຳລີ ສະພັງສີ ຫົວໜ້າພະແນກໂຄສະນາ – ຂ່າວສານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1556/ປກສ, ລົງວັນທີ 12 ສິງຫາ 2019 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ກອງບັນຊາການ ປກສ ແຂວງອັດຕະປຶ ໂດຍໄດ້ແຕ່ງຕັ້ງ ພັທ ສີອຸດົມ ອາລົມຈິດ ຮອງຫ້ອງການເມືອງ ຂຶ້ນເປັນ ຫົວໜ້າຫ້ອງການເມືອງ ຜູ້ໃໝ່ ແລະ ແຕ່ງຕັ້ງ ພັທ ບຸນຍົງ ແກ້ວສຸດທິຈັກ ຫົວໜ້າຫ້ອງການເມືອງ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງພັນເຄື່ອນທີ່ ປກສ ແຂວງ.

ພັທ ໂພໄຊ ສຸລິວົງສາ ຄະນະພັກ ຮອງກອງບັນຊາການ ປກສ ແຂວງ
ພັທ ໂພໄຊ ສຸລິວົງສາ ຄະນະພັກ ຮອງກອງບັນຊາການ ປກສ ແຂວງ

ການສັບຊ້ອນ – ຍົກຍ້າຍນາຍຕຳຫຼວດໃນຄັ້ງນີ້ ກໍເພື່ອເປັນການປັບປຸງກົງຈັກການຈັດຕັ້ງຂັ້ນຫ້ອງ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການຈັດຕັ້ງ, ເຮັດໜ້າທີ່ຊີ້ນຳ – ບັນຊາ ຕາມພາລະບົດບາດ, ສິດ, ໜ້າທີ່ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ເປັນຕົ້ນແມ່ນ: ວຽກງານການເມືອງນຳພາແນວຄິດ, ວຽກງານວິຊາສະເພາະ ແລະ ວຽກງານອື່ນໆ ໃຫ້ມີຄວາມກ້າວໜ້າຂື້ນເລື້ອຍໆ.

ຫຼັງຈາກນັ້ນ, ໃນພິທີກໍໄດ້ມີການເຊັນບົດບັນທຶກມອບ – ຮັບໜ້າທີ່ ຫົວໜ້າຫ້ອງການເມືອງ ປກສ ແຂວງອັດຕະປື ຢ່າງເປັນທາງການ.

ໃນຕອນທ້າຍ, ພັທ ໂພໄຊ ສຸລິວົງສາ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາ ຂອງ ຫົວໜ້າຫ້ອງການເມືອງ ຜູ້ເກົ່າ ທີ່ໄດ້ຊີ້ນຳບັນຊາຢ່າງໃກ້ຊິດຕິດແທດ ແລະ ທົ່ວເຖິງ, ເຮັດໃຫ້ພະນັກງານ – ນັກຮົບທຸກສະຫາຍ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈູບຈ້າວຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າ, ມີຄວາມສາມັກຄີເປັນປຶກແຜ່ນ, ສາມາດເຮັດສຳເລັດທຸກວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ ຫົວໜ້າຫ້ອງການເມືອງ ຜູ້ໃໝ່ ຈົ່ງສືບຕໍ່ເຮັດໜ້າທີ່ຕາມພາລະບົດບາດຂອງຕົນ, ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນຳ – ນຳພາ, ສ້າງຄວາມສາມັກຄີພາຍໃນກົມກອງໃຫ້ໜັກແໜ້ນຍິ່ງຂຶ້ນ, ສ້າງໃຫ້ພະນັກງານ – ນັກຮົບມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີລະບຽບວິໄນ ສົມກັບເປັນ ກຳລັງປະກອບອາວຸດປະຊາຊົນ.

ເຊັນບົດບັນທຶກມອບ - ຮັບໜ້າທີ່ ຫົວໜ້າຫ້ອງການເມືອງ ປກສ ແຂວງອັດຕະປື ຢ່າງເປັນທາງການ
ເຊັນບົດບັນທຶກມອບ – ຮັບໜ້າທີ່ ຫົວໜ້າຫ້ອງການເມືອງ ປກສ ແຂວງອັດຕະປື ຢ່າງເປັນທາງການ