ເພື່ອສືບຕໍ່ຄໍາຢືນຢັນ ຈະເລັ່ງແກ້ໄຂຫາງສຽງວິພາກວິຈານຂອງສັງຄົມ ທີ່ມີເຈົ້າໜ້າທີ່ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນເຮັດປຶ້ມສໍາມະໂນຄົວສູງເກີນກໍານົດທີ່ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໃຫ້ສໍາພາດຕໍ່ນັກຂ່າວກະຊວງປ້ອງກັນຄວາມສະຫງົບ ໃນກາງເດືອນທີ່ຜ່ານມາ; ເຊິ່ງສັງຄົມ ໄດ້ໃຫ້ຄວາມສົນໃຈຕໍ່ການແກ້ໄຂບັນຫາດັ່ງກ່າວ.

ມາຮອດວັນທີ 26 ສິງຫາ 2019, ທ່ານໄດ້ໃຫ້ສໍາພາດເປັນຄັ້ງທີ 2 ໂດຍຢືນຢັນສືບຕໍ່ແກ້ໄຂຢ່າງເຂັ້ມງວດ ພ້ອມຊີ້ແຈງ ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການຕໍ່ຜູ້ລະເມີດ.

ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການປະຕິບັດຕໍ່ຜູ້ລະເມີດ
ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການປະຕິບັດຕໍ່ຜູ້ລະເມີດ

ພົຈວ ຄໍາສາຍ ຈັນທະວົງ ຢືນຢັນວ່າ: ເພື່ອສືບຕໍ່ການແກ້ໄຂຫາງສຽງວິພາກວິຈານຂອງສັງຄົມ ທີ່ມີເຈົ້າ ໜ້າທີ່ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນເຮັດປຶ້ມສໍາມະໂນຄົວສູງເກີນກໍານົດ ແລະ ທັງເປັນການຊຸກຍູ້ໃຫ້ບັນດາກົມກອງທ້ອງຖິ່ນ, ພະນັກງານ-ນັກຮົບທີ່ເຮັດວຽກງານດັ່ງກ່າວ ປະຕິບັດໜ້າທີ່ວຽກງານໃຫ້ມີຄວາມເຂັ້ມງວດ ແລະ ສອດຄ່ອງກັບຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1234/ປກສ, ລົງວັນທີ 24 ມິ ຖຸນາ 2019 ວ່າດ້ວຍຄ່າທໍານຽມ, ຄ່າບໍລິການໃນວຽກງານວິຊາສະເພາະຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານຢ່າງເຂັ້ມງວດ, ແນໃສ່ລົບລ້າງຫາງສຽງທີ່ບໍ່ດີຕໍ່ກັບການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ໂດຍສະເພາະແມ່ນເຈົ້າໜ້າທີ່ຕໍາຫຼວດ ກະຊວງ ປກສ ທີ່ເຮັດວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຶ່ງໄດ້ຊີ້ແຈງຢ່າງລະອຽດດັ່ງລຸ່ມນີ້.

ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ບັດປະຈໍາຕົວ ມີດັ່ງນີ້:

  • ໃບຄໍາຮ້ອງຂໍຈົດທະບຽນສໍາມະໂນຄົວ
  • ປຶ້ມບັນທຶກແຈ້ງຄົນມີໜ້າຢູ່ໃນຄອບຄົວ (ຮ່າງໃຫຍ່)
  • ປື້ມທະບຽນປະຫວັດບຸກຄົນສໍາລັບຜູ້ມີອາຍຸ 15 ປີ ຂຶ້ນໄປ ( ຮ່າງນ້ອຍ ),
  • ຮູບຖ່າຍຂະໜາດ 3×4 ຜູ້ລະ 4 ໃບ (ນັບແຕ່ 6 ເດືອນຂຶ້ນໄປ),
  • ກໍລະນີຈະເອົາເດັກໄປຕ່າງປະເທດຕ້ອງຕິດຮູບ ນັບແຕ່ມື້ເກີດ (ພື້ນສີຂາວ, ບໍ່ໃຫ້ໃສ່ເສື້ອສີຂາວ),
  • ໃບຢັ້ງຢືນພົນລະເມືອງ,
  • ໃບຄໍາຮ້ອງຂໍ້ຍົກຍ້າຍ (ສໍາລັບຜູ້ຍົກຍ້າຍມາຢູ່ໃໝ່),
  • ສໍາເນົາສໍາມະໂນຄົວ ແລະ ບັດປະຈໍາຕົວ (ສໍາລັບຜູ້ຈົດທະບຽນສໍາມະໂນຄົວມາກ່ອນ),
  • ສໍາເນົາໃບຈົດທະບຽນການເກີດ (ສໍາລັບເດັກເກີດໃໝ່),
  • ສໍາເນົາໃບຢັ້ງຢືນການເອົາເດັກມາ ເປັນລູກລ້ຽງຈາກຂະແໜງຍຸຕິທໍາເມືອງ (ຖ້າມີ),
  • ສໍາເນົາໃບຈົດທະບຽນການແຕ່ງດອງ-ໃບຢ່າຮ້າງ (ສໍາລັບຜູ້ມາເປັນໃພ້-ເປັນເຂີຍ),
  • ໃບທະບຽນການປ່ຽນຊື່ ຫຼື ນາມສະກຸນ ຈາກຂະແໜງພາຍໃນເມືອງ (ສໍາລັບຜູ້ທີ່ປ່ຽນຊື່ ແລະ ນາມສະ ກຸນ),
  • ໃບຢັ້ງຢືນຈາກເອກອັກຄະລັດຖະທູດ ຫຼື ສະຖານກົງສູນໃຫຍ່ ແລະ ພາກສ່ວນທີ່ກ່ຽວຂ້ອງ (ສໍາລັບຄົນຕ່າງດ້າວ),
  • ຂໍ້ຕົກລົງອະນຸຍາດຢູ່ລາວຖາວອນຂອງລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ສໍາລັບຄົນຕ່າງ ດ້າວ ແລະ ຄົນບໍ່ມີສັນຊາດ),
  • ໃບແຈ້ງການຈົດທະບຽນສໍາມະໂນຄົວຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ (ສໍາລັບຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ).

ສໍາລັບກໍານົດເວລາໃນ ການຈົດທະບຽນ ແລະ ເຮັດປຶ້ມສໍາມະໂນຄົວ ມີຄື: ພາຍຫຼັງປະກອບເອກະສານຂໍຈົດທະບຽນສໍາມະໂນຄົວ ແມ່ນໄດ້ເຊັນຫົວໜ້າຄອບຄົວ, ຜູ້ຄໍ້າປະກັນ, ນາຍບ້ານ, ປກສ ກຸ່ມບ້ານ, ມາຍື່ນຕໍ່ເຈົ້າ ໜ້າທີ່ທະບຽນຄອບຄົວ ປກສ ເມືອງ ເປັນຜູ້ກວດກາ, ຄົ້ນຄວ້າເອກະສານ ນໍາສະເໜີກອງບັນຊາການ ປກສ ເມືອງ ອະນຸຍາດຈົດທະບຽນສໍາມະໂນຄົວຕາມກົດໝາຍ ແລະ ລະບຽບການ ພາຍໃນ 5 ວັນລັດຖະການ (ນັບແຕ່ມື້ໄດ້ຮັບເອກະສານ).

ພ້ອມກັນນີ້, ພົຈວ ຄໍາສາຍ ຈັນທະວົງ ຍັງໄດ້ຊີ້ແຈງ ເຖິງມາດຕະການປະຕິບັດຕໍ່ຜູ້ລະເມີດຢ່າງເຂັ້ມງວດ ຄື: ສໍາລັບບຸກຄົນ, ນິບຸກຄົນ ຫຼື ການຈັດຕັ້ງຈະຕ້ອງໄດ້ສຶກສາອົບຮົມ, ກ່າວເຕືອນ ໂດຍການຈັດຕັ້ງທີ່ກ່ຽວຂ້ອງ, ມີການໂຈະນະໂຍບາຍຕ່າງໆ 1 ສະໄໝ, ປົດຊັ້ນ, ປົດຕໍາແໜ່ງ ແລະ ຍົກຍ້າຍໜ້າທີ່. ຖ້າຫາກກໍລະນີຮ້າຍແຮງ ຈະໄດ້ສະເໜີຂັ້ນເທິງປະຕິບັດວິໄນອອກຈາກກໍາລັງ ແລະ ດໍາເນີນຄະດີຕາມກົດໝາຍ.

ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການປະຕິບັດຕໍ່ຜູ້ລະເມີດ
ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການປະຕິບັດຕໍ່ຜູ້ລະເມີດ

ໃນການແກ້ໄຂບັນຫາດັ່ງກ່າວ, ຄະນະນໍາກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ມີການປະສານສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະໄດ້ເປີດກອງປະຊຸມຮ່ວມກັບກົມການເງິນ ກົມໃຫຍ່ພະລາທິການ ກະຊວງ ປກສ ເພື່ອປຶກສາຫາລືສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຂໍ້ຕົກລົງ 1234/ປກສ ຂອງລັດຖະມົນຕີກະຊວງ ປກສ, ໄດ້ສ້າງເປັນບົດແນະນໍາຂອງລັດຖະມົນຕີກະຊວງ ປກສ ເພື່ອແນະນໍາກົມກອງທ້ອງຖິ່ນຈັດຕັ້ງປະຕິບັດເປັນເອກະພາບລວມເປັນປະຕູດຽວ, ຍົກສູງ, ຊຸກຍູ້ບັນດາກອງບັນຊາການ ປກສ ແຂວງ, ປກສ ເມືອງ, ພະນັກງານ-ນັກຮົບ ຍົກສູງຄວາມຮັບຜິດຊອບ, ຍົກສູງຄວາມເປັນເຈົ້າການປະຕິບັດຂໍ້ຕົກລົງຂອງລັດຖະມົນຕີ ແລະ ໄດ້ສົ່ງພະນັກງານລົງຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານດັ່ງກ່າວ; ເຊິ່ງເຫັນວ່າຫາງສຽງຕໍ່ບັນຫາດັ່ງກ່າວໄດ້ຫຼຸດລົງຈາກເມື່ອກ່ອນຫຼາຍສົມຄວນ.

ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການປະຕິບັດຕໍ່ຜູ້ລະເມີດ
ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການປະຕິບັດຕໍ່ຜູ້ລະເມີດ