ທ້າຍອາທິດຜ່ານມາ, ພັອ ໄກສອນ ແກ້ວມະນີ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງໄຊສົມບູນ, ໃຫ້ກຽດຕ້ອນຮັບໂດຍ ພັອ ບົວພັນ ອິນທະປັນຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານກອງພັນປ້ອງກັນເຄື່ອງທີ່ ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພັນໃຫ້ກຽດຕ້ອນ ຮັບຢ່າງອົບອຸ່ນ.

ໃນພິທີ ພັທ ບຸນ ພັນທະວົງ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ຂຶ້ນຜ່ານບົດສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກ ງານວິຊາເພາະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2019 ໃຫ້ຮູ້ວ່າ:

ຕະຫຼອດໄລຍະ 6 ເດືອນຜ່ານມາ, ຄະນະພັກ-ຄະນະນຳກອງພັນປ້ອງກັນເຄື່ອນທີ່ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາດ້ານວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ແລະ ເປັນປົກກະຕິ; ໂດຍນຳພາກຳລັງລົງປ້ອງກັນສຳນັກງານ, ອົງການ ແລະ ໂຄງ ການກໍ່ສ້າງເຂື່ອນໄຟຟ້ານໍ້າຜາໃຫຍ່ ມີຈຳນວນ 33 ແຮງງານ, ປ້ອງກັນທະນາຄານເອົາເງິນເຂົ້າຕູ້ ATM 72 ຄັ້ງ, ອອກກວດກາລາດຕະເວນ ແລະ ຕິດຕາມສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງ ຄົມ ຢູ່ພາຍໃນເທດສະບານແຂວງ ຈຳນວນ 72 ຄັ້ງ ມີ 360 ແຮງງານ, ປ້ອງກັນແຂກການນຳຂັ້ນສູງທີ່ລົງມາເຮັດຢູ່ແຂວງໄຊສົມບູນ; ງານບຸນສຳຄັນຂອງພັກ-ຂອງຊາດ, ງານບຸນປະເພນີ ໄດ້ 36 ຄັ້ງ ແລະ ດ້ານວຽກງານອື່ນໆ ໄດ້ເອົາໃຈໃສ່ແກ້ໄຂ, ປັບປຸງໃຫ້ດີຂຶ້ນເທື່ອ ລະກ້າວ; ພ້ອມນັ້ນ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳຄິດ-ຄຳເຫັນຕໍ່ບົດສະຫຼຸບ ເພື່ອເຮັດໃຫ້ເນື້ອໃນອຸດົມສົມບູນຂຶ້ນກວ່າເກົ່າ.

ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ເຄື່ອນໄຫວພົບປະຢ້ຽມຢາມ ປກສ ແຂວງໄຊສົມບູນ
ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ເຄື່ອນໄຫວພົບປະຢ້ຽມຢາມ ປກສ ແຂວງໄຊສົມບູນ

ໃນໂອກາດຂອງການລົງພົບປະຢ້ຽມຢາມໃນຄັ້ງນີ້, ພັອ ໄກສອນ ແກ້ວມະນີ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະນຳກອງພັນປ້ອງກັນ ເຄື່ອນທີ່-ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ-ນັກຮົບ ຕັ້ງໜ້າເຮັດໜ້າທີ່ວຽກງານວິຊາສະເພາະມີຜົນສຳເລັດຕະຫຼອດໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໜັກໃຫ້ສຸມໃສ່ເຮັດວຽກງານງານສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ ພະນັກງານ-ນັບຮົບຢ່າງທົ່ວເຖິງ, ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ເປັນ ພະນັກງານທີ່ດີເຂັ້ມແຂງ; ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ເອົາໃຈໃສ່ປັບປຸງຍົກລະດັບແບບແຜນ ວິທີນຳພາ-ບັນຊາເບື້ອງພັກ-ເບື້ອງ ລັດ, ເວົ້າລວມ-ເວົ້າສະເພາະ ກໍເພື່ອເຮັດໃຫ້ກຳລັງກອງພັນປ້ອງກັນເຄື່ອນທີ່ມີຄວາມເຂັ້ມແຂງ ຮອບດ້ານ ແລະ ກຽມພ້ອມສູ້ຮົບ ຕະຫຼອດ 24 ຊົ່ວໂມງ ເພື່ອເຮັດໃຫ້ແຂວງໄຊສົມບູນມີຄວາມສະຫງົບສຸກດີ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.