ໃນປັດຈຸບັນ, ສະພາບຄົນຮ້າຍ ຫຼື ໂຈນ ເຄື່ອນໄຫວຊອກທຸບແວ່ນລົດໃຫຍ່ ເພື່ອລັກເອົາຊັບສິນຢູ່ພາຍໃນລົດ ( ສະພາບການທຸບແວ່ນເອົາຊັບ ) ເປັນໜຶ່ງໃນປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນ ຢູ່ຕົວເມືອງໃຫຍ່ ໂດຍສະເພາະ ນະຄອນຫຼວງວຽງຈັນ. ເຊິ່ງໃນໄລຍະຜ່ານມາ, ມີຜູ້ເສຍຫາຍຫຼາຍສົມຄວນ ເຂົ້າແຈ້ງຄວາມຕໍ່ ເຈົ້າໜ້າທີ່ ກ່ຽວກັບ ຄົນຮ້າຍທຸບແວ່ນເອົາຊັບ ເຊິ່ງມີວັດຖຸມີຄ່າ ແລະ ເງິນ-ຄໍາ ເສຍຫາຍຈໍານວນບໍ່ໜ້ອຍ ບັນຫານີ້ ເຮັດໃຫ້ເກີດຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.

ຕໍ່ກັບສະພາບການດັ່ງກ່າວ, ເຈົ້າໜ້າທີ່ ປກສ ສາມາດຕິດຕາມຈັບ ຕົວຜູ້ກະທໍາຜິດ ໄປດໍາເນີນຄະດີໄດ້ຈໍານວນໜຶ່ງ ຈຶ່ງເຮັດໃຫ້ບັນຫານີ້ມິດງຽບໄປເດືອນກວ່າ. ແຕ່ຫຼ້າສຸດ, ພວກມິດສາຊີບດັ່ງກ່າວ ໄດ້ມີການເຄື່ອນໄຫວອີກ ໂດຍພວກໂຈນແມ່ນເຄື່ອນໄຫວຊອກເປົ້າໝາຍລັກຊັບເປັນ ລົດໃຫຍ່ ແລະ ລົດເຈົ້າໜ້າທີ່ຕໍາຫຼວດ, ທະຫານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ທີ່ສາມາດຄອບຄອງປືນໄດ້ ໂດຍການກໍ່ເຫດຂອງພວກເຂົາ ນອກຈາກຈະເອົາຊັບສິນມີຄ່າແລ້ວ ຍັງມີອາວຸດປືນເສຍຫາຍ ມາແລ້ວຈໍານວນໜຶ່ງ.

ປະກົດການຫຍໍ້ທໍ້ ຄົນຮ້າຍທຸບແວ່ນເອົາຊັບ
ປະກົດການຫຍໍ້ທໍ້ ຄົນຮ້າຍທຸບແວ່ນເອົາຊັບ

ຕາມການສາລະພາບຂອງຄົນຮ້າຍທີ່ຖືກ ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ຈັບມາດຳເນີນຄະດີ ໃນໄລຍະຜ່ານມາ ໃຫ້ຮູ້ວ່າ:

ວິທີການຂອງພວກເຂົາ ໃນການກໍ່ເຫດແຕ່ລະຄັ້ງ ແມ່ນໄດ້ຂັບຂີ່ລົດຈັກ ຫຼື ຍ່າງເລາະຕາມເສັ້ນທາງຊຸມຊົນ ແລະ  ສ່ວນຫຼາຍແມ່ນມຸ່ງເປົ້າໃສ່ບັນດາຮ້ານອາຫານ, ຮ້ານຂາຍເຄື່ອງ ທີ່ເຫັນວ່າ: ມີລົດໃຫ້ຈອດຢູ່ຫຼາຍຄັນ ເຊິ່ງເລັງໃສ່ລົດທີ່ລາຄາແພງ ແລ້ວໄຂເບິ່ງປະຕູລົດ.

ໃນກໍລະນີ ເຈົ້າຂອງລົດລືມລັອກ ແມ່ນເຂົ້າໄປຄົ້ນເອົາຊັບສິນແລ້ວໜີໄປ, ແຕ່ກໍລະນີລົດລັອກ ກໍເອົາວັດຖຸແຂງທຸບແວ່ນລົດ ແລ້ວໄຂຕູເຂົ້າໄປຄົ້ນເອົາຊັບສິນມີຄ່າ; ເຊິ່ງຜ່ານມາ, ກໍ່ເຫດລັກເອົາຊັບສິນ ແລະ ປືນທີ່ເຊື່ອງຢູ່ໃນລົດມາແລ້ວຫຼາຍຄັນ. ໃນນັ້ນ, ພວກເຂົາໄດ້ວາວຸດປືນໄປ 15 ກະບອກ ແລະ ສ່ວນຫຼາຍ ເຈົ້າຂອງລົດແມ່ນລືມລັອກລົດ.

ຫຼ້າສຸດ, ເຫດເກີດຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ໃນເວລາ 24:38 ໂມງ ຂອງວັນທີ 24 ສິງຫາ 2019, ໄດ້ມີຄົນຮ້າຍຈໍານວນ 1 ຄົນ ປີນຮົ້ວແລ້ວໃຊ້ໄຟສາຍຢູ່ໃນໂທລະສັບ ເຍືອງເລັງໃສ່ລົດ ແລນກຸຍເຊີ ສີດໍາ ແລ້ວໄຂປະຕູລົດ ( ປະຕູລົດບໍ່ໄດ້ລັອກ ) ຄົ້ນເອົາຊັບສິນ ແຕ່ບໍ່ມີຫຍັງເສຍຫາຍ; ຈາກນັ້ນ, ຄົນຮ້າຍໄດ້ໄປໄຂເບິ່ງປະຕູລົດເກງ ແຄມມາລີ ເຂົ້າໄປຄົ້ນເອົາຊັບສິນ ( ລົດບໍ່ໄດ້ລັອກ ) ທີ່ຈອດຢູ່ຮຽງກັນ ເຊິ່ງເຄື່ອງເສຍຫາຍມີ: ສາຍແອວທອງນາກ 1 ເສັ້ນ ແລະ ແວ່ນຕາ ຊີໂລ 1 ອັນ ລວມມູນຄ່າເສຍຫາຍ 10 ລ້ານກີບ.

ໃນຄືນດຽວກັນ, ມີຄົນຮ້າຍລັກເຂົ້າໄປທຸບແວ່ນລົດຟໍຈູນເນີ ຢູ່ເຮືອນຂອງພະນັກງານ ບ້ານດອນຕິ້ວ ເມືອງໄຊທານີ ມີເຄື່ອງໃນລົດເສຍຫາຍ. ນອກນີ້, ໃນເດືອນກໍລະກົດ ຜ່ານມາ, ຢູ່ເມືອງຈັນທະບູລີ ກໍມີເຫດການຄົນຮ້າຍທຸບແວ່ນລົດມາແລ້ວ 4 ຄັ້ງ ມີເຄື່ອງເສຍຫາຍຈໍານວນໜຶ່ງ ແລະ ມີອີກຫຼາຍເມືອງອ້ອມຂ້າງ ນະຄອນຫຼວງວຽງຈັນ ພົບກັບສະພາບດັ່ງກ່າວ. ສ່ວນຢູ່ຕ່າງແຂວງ ກໍອາດຈະເກີດຂຶ້ນເຊັ່ນກັນ; ສະນັ້ນ, ຜູ້ເປັນເຈົ້າຂອງລົດ ຈົ່ງມີສະຕິຮັກສາຊັບສິນຂອງຕົນເອງ ໃຫ້ຫຼາຍກວ່າເກົ່າ.

ສະພາບການທຸບແວ່ນເອົາຊັບ ໃນ ນວ ຍັງພົ້ນເດັ່ນຢູ່
ສະພາບການທຸບແວ່ນເອົາຊັບ ໃນ ນວ ຍັງພົ້ນເດັ່ນຢູ່

ເຈົ້າໜ້າທີ່ຕໍາຫຼວດ ໄດ້ເຕືອນເຖິງບັນດາປະຊາຊົນ, ພະນັກງານ, ທະຫານ ແລະ ຕໍາຫຼວດ ຈົ່ງມີສະຕິໃນການປົກປັກຮັກສາຊັບສິນຂອງຕົນເປັນຢ່າງດີ, ຢ່າສະລ່າໃຈ ເອົາເຄື່ອງມີຄ່າ ໄປໄວ້ໃນລົດເດັດຂາດ ເພາະສິ່ງຂອງເຫຼົ່ານັ້ນຈະເປັນສິ່ງຢົ້ວຕາຢົ້ວໃຈໃຫ້ກຸ່ມຄົນບໍ່ດີ ທີ່ຫວັງຈະຈອບລັກເອົາຊັບສິນຂອງທ່ານ ແລະ ກ່ອນຈອດລົດໄປໃສ-ມາໃສ ກໍຄວນລັອກລົດຢ່າງຄັກແນ່; ເຊິ່ງຕາມສະຖິຕິແລ້ວ, ເຄື່ອງເສຍຢູ່ໃນລົດ ສ່ວນຫຼາຍເຈົ້າຂອງລົດລືມລັອກ ຫຼື ໃສ່ກຸນແຈລົດ ຈຶ່ງເຮັດໃຫ້ເປັນຊ່ອງຫວ່າງຂອງຄົນຮ້າຍ ລັກເອົາແບບງ່າຍດາຍ.