ນຳເອົາ ສຳນວນຄະດີຄ້າຂາຍຢາເສບຕິດ ພິຈາລະນາຕັດສິນໃນຂັ້ນສານ
ນຳເອົາ ສຳນວນຄະດີຄ້າຂາຍຢາເສບຕິດ ພິຈາລະນາຕັດສິນໃນຂັ້ນສານ

ໃນວັນທີ 27 ສິງຫາ 2019, ສານປະຊາຊົນຂັ້ນຕົ້ນ ນຳເອົາ ສຳນວນຄະດີຄ້າຂາຍຢາເສບຕິດ ໂດຍມີຈຳເລີຍຊື່ ທ້າວ ສູນທອນ ອາຍຸ 27 ປີ ຢູ່ບ້ານໜອງພົງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມາພິຈາລະນາຕັດສິນຈຳຄຸກ 5 ປີ ແລະ ປັບໃໝ 10.000.000 ກີບ.

ຈຳເລີຍທີ່ຖືກ ຕັດສິນລົງໂທດໃນຄັ້ງນີ້ ຖືກດຳເນີນຄະດີ ມາຕັ້ງແຕ່ວັນທີ 8 ມິຖຸນາ 2018 ເຊິ່ງກໍຜ່ານມາເປັນເວລາ 1 ປີ, ອົງການໄອຍະການ ຈຶ່ງສະຫຼຸບສຳນວນຄະດີອາຍາຂັ້ນຕົ້ນ ສະບັບເລກທີ 11/ອຍກ ໂດຍຄົ້ນຄວ້າໄຈ້ແຍກການກະທໍາຜິດຕົວຈິງຂອງຈໍາເລີຍ ຕໍ່ ຄະນະສານອາຍາຂັ້ນຕົ້ນ ໂດຍຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີ ຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ດັ່ງນີ້:

ຈຳເລີຍເລີ່ມເສບຢາເສບຕິດປະເພດຢາບ້າ ມາເເຕ່ປີ 2012 ຈົນເຖິງປະຈຸບັນ, ຢາບ້າທີ່ເອົາມາແຕ່ລະຄັ້ງ ແມ່ນບໍ່ໄດ້ໄປຊື້ເອງ ແຕ່ເອົາເງິນໃຫ້ໝູ່ເປັນຄົນໄປຊື້ມາເສບ ໂດຍເສບມື້ລະ 1-2 ເມັດ ແລ້ວນຳໄປເສບຢູ່ເຮືອນ ຫຼື ຢູ່ຕາມປ່າແຄມທາງ; ມາຮອດປີ 2015, ຈຳເລີຍໄດ້ໄປຊື້ຢາບ້ານໍາ ທ້າວ ທັນ ຄົນບ້ານດຽວກັນ ຈຳນວນ 2 ເມັດ ມາເສບກັບໝູ່ ແລະ ຊື້ມາແລ້ວຫຼາຍຄັ້ງບໍ່ສາມາດຈື່ໄດ້.

ນອກນີ້, ຈຳເລີຍຍັງໄດ້ຊື້ຢາບ້ານຳ ທ້າວ ເປັດ ຢູ່ບ້ານດຽວກັນ ຄັ້ງລະ 10 ເມັດ ແລະ ຊື້ມາແລ້ວ 6 ຄັ້ງ ເຊິ່ງຈະນຳມາແບ່ງເສບຈຳນວນໜຶ່ງ ແລະ ຂາຍໃຫ້ກັບໄວລຸ້ນພາຍໃນບ້ານ; ມາຮອດວັນທີ 8 ມິຖຸນາ 2018 ເວລາປະມານ 7:00 ໂມງ, ຈຳເລີຍໄປຊື້ຢາບ້ານໍາ ທ້າວ ທັນ ຈໍານວນ 3 ເມັດ ແລ້ວກັບມາເຮືອນ ແລະ ຮອດເວລາ 8:00 ໂມງ ຈຳເລີຍຈຶ່ງຖືກເຈົ້າໜ້າທີ່ ເຂົ້າຈັບຕົວ ພ້ອມດ້ວຍຂອງກາງຈໍານວນ 3 ເມັດ ມາດໍາເນີນຄະດີ.

ຈາກຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ:

ການກະທໍາຂອງ ທ້າວ ສູນທອນ ( ຈຳເລີຍ ) ເປັນການກະທໍາຜິດທາງອາຍາ ໃນສະຖານຄ້າຂາຍຢາເສບຕິດ ຊຶ່ງແຕະຕ້ອງຕໍ່ ສະຖຽນລະພາບທາງດ້ານເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ຕາມກົດໝາຍ ວ່າດ້ວຍ ການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ແລະ ມາດຕາ 75, 76 ຂອງກົດໝາຍ ວ່າດ້ວຍ ຢາເສບຕິດ ມາດຕາ 2.

ສານປະຊາຊົນຂັ້ນຕົ້ນ ນຳເອົາ ສຳນວນຄະດີຄ້າຂາຍຢາເສບຕິດ ມາພິຈາລະນາຕັດສິນ ໂດຍມີຈຳເລີຍຊື່ ທ້າວ ສູນທອນ
ສານປະຊາຊົນຂັ້ນຕົ້ນ ນຳເອົາ ສຳນວນຄະດີຄ້າຂາຍຢາເສບຕິດ ມາພິຈາລະນາຕັດສິນ ໂດຍມີຈຳເລີຍຊື່ ທ້າວ ສູນທອນ

ຈຳເລີຍໄດ້ກະທໍາຜິດ ໂດຍເຈດຕະນາ ເນື່ອງດ້ວຍວ່າ ຈໍາເລີຍມີຄວາມຕັ້ງໃຈຊື້ຢາເສບຕິດມາໄວ້ຄອບຄອງ ເພື່ອຂາຍ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ທັງໆທີ່ຈໍາເລີຍກໍຮູ້ດີວ່າ ຢາເສບຕິດຜິດຕໍ່ກົດໝາຍ, ຫ້າມຜະລິດ, ຫ້າມມີໄວ້ໃນຄອບຄອງ, ຫ້າມຄ້າຂາຍ ແລະ ຈໍາໜ່າຍ ໂດຍເດັດຂາດ ແຕ່ຈຳເລີຍຍັງກະທຳຜິດ. ນອກນີ້, ຈຳເລີຍຍັງມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາ; ສະນັ້ນ, ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ສານຈຶ່ງໄດ້ຕັດສິນລົງໂທດ ທ້າວ ສູນທອນ ຈຳຄຸກ 5 ປີ ປັບໃໝ 10.000.000 ກີບ ໂດຍອີງຕາມ ກົດໝາຍ ວ່າດ້ວຍ ການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ແລະ ມາດຕາ 75, 76 ຂອງກົດໝາຍ ວ່າດ້ວຍ ຢາເສບຕິດ ມາດຕາ 2 ຂໍ້ 2 ວັກ 1.

ສຳລັບເປົ້າໝາຍທີ່ຈຳເລີຍ ໃຫ້ການຊັດທອດຫາ ວ່າ: ເປັນຜູ້ຂາຍຢາບ້າໃຫ້ຈຳເລີຍ ຄື ທ້າວ ທັນ ແລະ ທ້າວ ເປັດ, ປັດຈຸບັນ ທາງເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໄດ້ຂຶ້ນບັນຊີເປັນ ເປົ້າໝາຍຕິດຕາມກັກຕົວ ມາດຳເນີນຄະດີ ຕາມພາຍຫຼັງ.