ທີ່ຈິງແລ້ວ ເມື່ອອາຍຸຫຼາຍຂຶ້ນເຖິງຂັ້ນມີລູກມີຫຼານ ແມ່ນຄວນຈະເປັນແບບຢ່າງໃຫ້ລູກຫຼານ ໃຫ້ມີການດຳລົງຊີວິດທີ່ດີ, ມີສຸຂະພາບແຂງແຮງ, ດຳລົງຊີວິດຢ່າງມີປະໂຫຍດ, ແຕ່ກົງກັນຂ້າມ ກໍຍັງມີບາງຈຳນວນບັນດາປ້າລຸງ ຫຼື ພໍ່ຕູ້ – ແມ່ຕູ້ ທີ່ຫຼົງໄຫຼກັບວັດຖຸສິ່ງຂອງ, ຄວາມຢາກຮັ່ງຢາກລວຍ ເຊິ່ງເປັນເຫດໃຫ້ເສຍຊື່ສຽງ ແລະ ຊັບສິນຈົນໝົດຕົວ.

ພໍ່ຕູ້ ບຸ່ຍວັນ Q ເກີດປີ 1943 ຢູ່ເຂດແທັງຊວັນ ນະຄອນຫຼວງຮ່າໂນ້ຍ, ເປັນບຸກຄົນໜຶ່ງທີ່ລູກຫຼານໃຫ້ຄວາມເຄົາລົບນັບຖື ຍ້ອນວ່າ ພໍ່ຕູ້ ບຸ່ຍວັນ Q ເປັນຜູ້ທີ່ມີຄວາມຮູ້ດ້ານໄອທີ. ນອກຈາກລາວເປັນຄົນທີ່ສາມາດພິມເອກະສານໄດ້ຢ່າງວ່ອງໄວ, ເຂົ້າຫຼິ້ນເນັດ, ຂຽນຂໍ້ຄວາມສົ່ງທາງອີເມວ ໄດ້ຢາງຄ່ອງແຄ້ວແລ້ວ ການແຊັດຂໍ້ຄວາມກໍບໍໄດ້ນ້ອຍໜ້າ, ຜູ້ເປັນເມຍ ແມ່ນໄດ້ເສຍຊີວິດໃນກ່ອນໜ້ານີ້ແລ້ວ, ສ່ວນລູກໃຜໆກໍມີວຽກເຮັດໝົດແລ້ວ; ສະນັ້ນ, ບັນດາລູກຫຼານ ຈຶ່ງມີຄວາມສຸກແບບງຽບໆ ເມື່ອເຫັນພໍ່ສາມາດເຂົ້າຫຼິ້ນອິນເຕີເນັດ ແລະ ມີບັນດາໝູ່ຄູ່ຈຳນວນຫຼາຍ.

ພໍ່ຕູ້ ບຸ່ຍວັນ Q ຖືກ ນາງ thuong thoung ຫຼອກລວງເອົາຫຼາຍຄັ້ງ
ພໍ່ຕູ້ ບຸ່ຍວັນ Q ຖືກ ນາງ thuong thoung ຫຼອກລວງເອົາຫຼາຍຄັ້ງ

ມີມື້ໜຶ່ງ ພໍ່ຕູ້ ບຸ່ຍວັນ Q ໄດ້ເອີ້ນລູກຊາຍກົກມາປຶກສາ, ໂດຍເວົ້າວ່າ ຢາກໄປຫຼິ້ນຕ່າງປະເທດຈັກທິດສອງທິດ, ສະມາຊິກໃນຄອບຄົວໃຜກໍປະຫຼາດໃຈ ແຕ່ສຸດທ້າຍທຸກຄົນແມ່ນໃຫ້ການສະໜັບສະໜູນ ເພາະຄິດວ່າເພິ່ນກໍຍັງຢູ່ນຳໄດ້ອີກບໍ່ພໍເທົ່າໃດ, ການໄປທ່ຽວກໍແມ່ນເພີ່ມກຳລັງໃຈໃຫ້ເພິ່ນຕື່ມອີກ. ຫຼັງຈາກທີ່ມີຄວາມເຫັນດີຕົກລົງກັນໄດ້ແລ້ວ, ມື້ຕໍ່ມາລູກໃພ້ໄດ້ໄປສັ່ງຈອງປີ້ຍົນ ພ້ອມທັງມີການກະກຽມເຄື່ອງອອກເດີນທາງ. ກ່ອນອອກເດີນທາງ ບັນດາລູກຫຼານຍັງໄດ້ມອບເງິນໃຫ້ຜູ້ລະເລັກລະໜ້ອຍ ເພື່ອໃຫ້ຜູ້ເປັນພໍ່ໄດ້ເອົາໄປຊື້ກິນ ໃນຂະນະທີ່ທ່ອງທ່ຽວ.

ຫຼັງຈາກທີ່ໄປມາຄັ້ງທຳອິດ ກໍປະກົດເຫັນວ່າ: ພໍ່ຕູ້ແມ່ນມີຄວາມແຈ່ມໃສກວ່າເກົ່າ ແລະ ຕໍ່ມາປະມານ 2 ອາທິດ ພໍ່ຕູ້ ບຸ່ຍວັນ Q ພັດໄດ້ບອກລູກໃພ້ ໄປສັ່ງຈອງປີ້ຍົນໃຫ້ອີກ ເພື່ອຕົນຈະໄດ້ໄປອີກເປັນຄັ້ງທີສອງ.

ທ້າວ H ລູກຊາຍຂອງ ພໍ່ຕູ້ ບຸ່ຍວັນ Q ໄດ້ເລົ່າໃຫ້ເຈົ້າໜ້າເຮົາຟັງ ວ່າ:

ການໄປທ່ຽວຕ່າງປະເທດອີກຄັ້ງຂອງພໍ່ຕົນເອງ ຈຶ່ງເກີດມີຄວາມສົງໄສວ່າ ພໍ່ຂອງຕົນກັບໄປປະເທດສິງກະໂປ ເປັນສອງຄັ້ງຕິດຕໍ່ກັນນັ້ນ ແມ່ນມີວຽກຫຍັງ; ແຕ່ເມຍຂອງຕົນເອງເວົ້າກັບຕົນວ່າ ອາດຈະເປັນເພາະທາງປະເທດນັ້ນ ມີຄວາມສະອາດ, ຈົບງາມ, ມີຄວາມສີວິໄລກວ່າບ້ານເຮົາ ກໍອາດເປັນປັດໄຈໃຫ້ລາວຢາກໄປອີກກໍເປັນໄປໄດ້; ສະນັ້ນ, ພວກຕົນກໍເອົາປີ້ຍົນໃຫ້ພ່ໍໄປ. ແຕ່ເມື່ອກັບມາໄດ້ອີກໜຶ່ງອາທິດ, ພໍ່ຕູ້ກໍຮຽກຮ້ອງຢາກໄປອີກ ເມື່ອວ່າລູກຫຼານຫ້າມບໍ່ໃຫ້ໄປ ຜູ້ກ່ຽວແມ່ນມີຄວາມບໍ່ພໍໃຈ ແລະ ຜູ້ກ່ຽວກໍເຂົ້າໄປສັ່ງຊື້ປີ້ຍົນໃນອິນເຕີເນັດ ແລະ ມີຄົນເອົາມາສົ່ງໃຫ້ເຖິງເຮືອນ. ຈາກນັ້ນ, ຜູ້ກ່ຽວແມ່ນບໍ່ສົນໃຈໃຜ ແລະ ອອກເດີນທາງຜູ້ດຽວ.

ມິດສາຊີບທາງອອນລາຍ ມີທຸກຮູບແບບ ຕ້ອງຮູ້ຈັກລະວັງ ບໍ່ເຊັ່ນນັ້ນອາດຕົກເປັນຜູ້ເຄາະຮ້າຍໄດ້
ມິດສາຊີບທາງອອນລາຍ ມີທຸກຮູບແບບ ຕ້ອງຮູ້ຈັກລະວັງ ບໍ່ເຊັ່ນນັ້ນອາດຕົກເປັນຜູ້ເຄາະຮ້າຍໄດ້

ຫຼັງຈາກທີ່ກັບມາຄັ້ງນີ້, ທ້າວ H ເກີດມີຄວາມສົງໄສ ເມື່ອເຫັນພໍ່ຂອງຕົນ ເອົາເງິນ 500 ໂດລາ ຫາຫຼານໄປແຕກເປັນເງິນຫວຽດນາມໃຫ້. ເພາະໃນຄັ້ງກ່ອນ, ຕົນກໍເຄີຍເອົາເງິນໂດລາໃຫ້ພໍ່ ແຕ່ວ່າໃບທີ່ມີມູນຄ່າຫຼາຍສຸດ ກໍພຽງແຕ່ໃບ 10 ໂດລາ ເທົ່ານັ້ນ; ເມື່ອເປັນປະກົດການທີ່ໜ້າສົງໄສຄືແນວນັ້ນ, ທາງຄອບຄົວ ທ້າວ H ແມ່ນໄດ້ມີການສອບຖາມຜູ້ເປັນພໍ່ຫຼາຍຄັ້ງ ແຕ່ຜູ້ກ່ຽວກໍບໍ່ຍອມເວົ້າຫຍັງ, ຈົນສຸດທ້າຍ ລູກຊາຍກໍຕ້ອງຄິດແຜນກວດສອບ ຜູ້ເປັນພໍ່.

( ຕິດຕາມຕອນຕໍ່ໄປ… )