ໃນວັນທີ 28 ສິງຫາ ທີ່ຜ່ານມາ, ສຳນັກຂ່າວ NHK ລາຍງານ ສະຖານະການອຸທົກກະໄພ ຢູ່ທີ່ເກາະຄິວຊູ ປະເທດຍີ່ປຸ່ນ ທີ່ກວມເອົາ ແຂວງຊາງະ, ຟູກຸໂອກະ ແລະ ນາງາຊາກິ ໂດຍຫຼາຍພື້ນທີ່ມີປະລິມານນໍ້າຝົນສູງກວ່າ 100 ມິນລີແມັດ ໃນເວລາພຽງ 1 ຊົ່ວໂມງ.

ຂະນະດຽວກັນ, ພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 1 ຄົນ ເປັນຊາຍໃນແຂວງຊາງະ ຖືກກະແສນໍ້າຮຸນແຮງໄຫຼຖະຫຼົ່ມລະຫວ່າງຂັບລົດ. ເບື້ອງຕົ້ນ ທາງການທ້ອງຖິ່ນ ສັ່ງການໃຫ້ປະຊາຊົນປະມານ 1,6 ລ້ານຄົນ ໃນພື້ນທີ່ສ່ຽງໄພນໍ້າຖ້ວມ ເລັ່ງອົບພະຍົບໄປຍັງສູນພັກອາໄສຊົ່ວຄາວ.

ສະຖານະການອຸທົກກະໄພ ຢູ່ທີ່ເກາະຄິວຊູ ປະເທດຍີ່ປຸ່ນ
ສະຖານະການອຸທົກກະໄພ ຢູ່ທີ່ເກາະຄິວຊູ ປະເທດຍີ່ປຸ່ນ

ທາງດ້ານ ທ່ານ ຢາສຸຊິ ຄາຈິຮາຣະ ຈາກສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດ ຍີ່ປຸ່ນ ຖະແຫຼງວ່າ:

ມີຄວາມເປັນໄປໄດ້ສູງທີ່ຈະເກີດດິນເຈື່ອນ ແລະ ນໍ້າຖ້ວມສູງໃນໄລຍະນີ້ ພ້ອມທັງແນະນຳໃຫ້ປະຊາຊົນຕິດຕາມສະຖານະການ ແລະ ປະກາດຂອງທາງການຢ່າງໃກ້ຊິດ ເພື່ອຫຼີກລ່ຽງພື້ນທີ່ອັນຕະລາຍ ລວມເຖິງວາງແຜນການເດີນທາງລ່ວງໜ້າ.

ຫຼາຍພື້ນທີ່ມີປະລິມານນໍ້າຝົນສູງກວ່າ 100 ມິນລີແມັດ ໃນເວລາພຽງ 1 ຊົ່ວໂມງ
ຫຼາຍພື້ນທີ່ມີປະລິມານນໍ້າຝົນສູງກວ່າ 100 ມິນລີແມັດ ໃນເວລາພຽງ 1 ຊົ່ວໂມງ

ຫຼັງຈາກ ບໍລິສັດລົດໄຟ ຖະແຫຼງຢຸດການໃຫ້ບໍລິການລົດໄຟທຸກສາຍ ທາງພາກເໜືອຂອງເກາະຄິວຊູ ເຊັ່ນດຽວກັບ ທາງດ່ວນບາງສາຍທີ່ປິດເສັ້ນທາງ ເພາະຖືກນໍ້າຖ້ວມສູງ ແລະ ຮ້ານຄ້າຫຼາຍແຫ່ງ ປະກາດຢຸດເປັນການຊົ່ວຄາວແລ້ວ.