ໃນໄລຍະອາທິດຜ່ານມາ, ເປັນປະເດັ່ນຮ້ອນແຮງ ແລະ ພົ້ນເດັ່ນໃນສື່ສັງຄົມອອນລາຍ ເມື່ອມີຄົນໂພດ ຂ່າວບໍ່ມີຄວາມຈິງທາງ Facebook ກ່ຽວກັບ ສະຖານະການຄວາມບໍ່ສະຫງົບໃນບໍລິເວນຊາຍແດນ ລາວ-ກຳປູເຈຍ ລະຫວ່າງ ແຂວງຈຳປາສັກ ແລະ ແຂວງເພຣຍວິເຮຍ ( ກະແສຂ່າວປອມ ) ເພື່ອຕ້ອງການຍອດໄລ້ ຫຼື ຜົນປະໂຫຍດໃດໜຶ່ງເທົ່ານັ້ນ ເຮັດໃຫ້ມີການແຊຕໍ່ກັນ ແລະ ມີຄົນເຂົ້າໄປອ່ານຂ່າວຫຼາຍແສນຄົນ ແລ້ວມີການເຂົ້າໃຈຜິດໄປຕ່າງໆນາໆ ເຊິ່ງສ້າງຄວາມປັ່ນປ່ວນທາງດ້ານສື່ສັງຄົມອອນລາຍ. ສະນັ້ນ, ບັນດາຜູ້ອ່ານຂ່າວ ຄວນໃຊ້ວິຈາລະນະຍານໃນການຮັບຟັງຂໍ້ມູນຂ່າວສານ ແລະ ຢ່າຫຼົງເຊື່ອຂ່າວທີ່ບໍ່ມີບ່ອນອ້າງອີງ ຫຼື ຢັ້ງຢືນ ເພາະຈະເຮັດໃຫ້ເຮົາເຂົ້າໃຈຜິດຕາມໆກັນໄປ.

ຂ່າວລືດັ່ງກ່າວ ໄດ້ສ້າງຄວາມປັ່ນປ່ວນໃນສື່ສັງຄົມອອນລາຍຢ່າງຫຼວງຫຼາຍ ເຊິ່ງໄດ້ບີບຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການກວດສອບຫາຄວາມຈິງ ເພື່ອອອກມາຊີ້ແຈງຕໍ່ສັງຄົມໃຫ້ກະຈ່າງແຈ້ງ ວ່າຄວາມຈິງເປັນຢ່າງໃດແທ້.

ທ່ານ ອານຸສິນ ຂັດຕິຍະລາດ ຮອງຫົວໜ້າຫ້ອງການ ຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຊີ້ແຈງ ກ່ຽວບກັບ ບັນຫາ ກະແສຂ່າວປອມ
ທ່ານ ອານຸສິນ ຂັດຕິຍະລາດ ຮອງຫົວໜ້າຫ້ອງການ ຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຊີ້ແຈງ ກ່ຽວບກັບ ບັນຫາ ກະແສຂ່າວປອມ

ຫຼ້າສຸດໃນຕອນເຊົ້າ ວັນທີ 27 ສິງຫາ 2019 ທີ່ ກະຊວງການຕ່າງປະເທດ, ທ່ານ ອານຸສິນ ຂັດຕິຍະລາດ ຮອງຫົວໜ້າຫ້ອງການ ຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຊີ້ແຈງວ່າ:

ໃນອາທິດທີ່ຜ່ານມາ, ໄດ້ມີ ກະແສຂ່າວປອມ ທີ່ແຜ່ກະຈາຍໃນສື່ອອນລາຍ ກ່ຽວກັບ ສະຖານະການຄວາມບໍ່ສະຫງົບ ໃນບໍລິເວນຊາຍແດນ ລາວ-ກຳປູເຈຍ ເຂດຍອດເຊລຳເພົາ, ເຊິ່ງເບື້ອງລາວຂຶ້ນກັບ ເມືອງມູນລະປະໂມກ ແຂວງຈຳປາສັກ ແລະ ເບື້ອງກຳປູເຈຍຂຶ້ນກັບ ເມືອງແສບ ແຂວງເພຣຍວິເຮຍ.

ຜ່ານການປະສານງານກັບ ພາກສວນທີ່ກ່ຽວຂ້ອງ ແລ້ວ, ບໍລິເວນດັ່ງກ່າວ ແມ່ນຢູ່ໃນສະພາວະປົກກະຕິ, ບໍ່ໄດ້ມີການປະເຊີນໜ້າກັນ, ບໍ່ມີຄວາມເຄັ່ງຕຶງ, ບໍ່ມີບັນຫາຮ້າຍແຮງ, ບໍ່ມີການປະທະກັນດ້ວຍກຳລັງ ແລະ ບໍ່ມີເຫດການທີ່ບໍ່ເພິ່ງປາຖະໜາເກີດຂຶ້ນແຕ່ປະການໃດ ຕາມທີ່ຂ່າວລືໄດ້ເຜີຍແຜ່.

ທ່ານ ອານຸສິນ ຂັດຕິຍະລາດ ຍັງໄດ້ຢືນຢັນຕື່ມວ່າ:

ບັນຫາຊາຍແດນ ລາວ-ກຳປູເຈຍ ບໍ່ໄດ້ເປັນດັ່ງທີ່ສື່ບາງແຫ່ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ອອກຂ່າວຜ່ານທາງສື່ອອນລາຍ ໃນໄລຍະຜ່ານມາ, ເຊິ່ງເປັນການສ້າງສະຖານະການ ເພື່ອເຮັດໃຫ້ 2 ປະເທດ ລາວ ແລະ ກຳປູເຈຍ ມີຄວາມເຂົ້າໃຈຜິດຕໍ່ກັນ, ທັງເປັນການທຳລາຍພາບພົດທີ່ດີ ລະຫວ່າງ 2 ປະເທດ ທີ່ມີຕໍ່ກັນມາໂດຍຕະຫຼອດ ແລະ 2 ປະເທດ ຍາມໃດກໍຖືວ່າເປັນບ້ານແກ້ວເມືອງດອງ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ເຄີຍຮ່ວມທຸກຮ່ວມສຸກນຳກັນມາ, ທັງ 2 ປະເທດ ແມ່ນໃຫ້ຄວາມເຄົາ ລົບຄວາມເປັນເອກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນແລະກັນ.

+ ສຳລັບການແກ້ໄຂບັນຫາຊາຍແດນ ລະຫວ່າງ ລາວ ແລະ ກຳປູເຈຍ, 2 ຝ່າຍ ແມ່ນຍຶດໜັ້ນຕາມແນວທາງສັນຕິວິທີ ໂດຍຜ່ານການເຈລະຈາ ເພື່ອເຮັດໃຫ້ຊາຍແດນຮ່ວມຂອງ 2 ປະເທດ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.

ຕໍ່ກັບ ກະແສຂ່າວປອມ, ຫຼາຍຄົນກໍໄດ້ໃຫ້ທັດຊະນະ ວ່າ:

ການທີ່ສື່ສັງຄົມອອນລາຍ ໄດ້ເຜີຍແຜ່ຂ່າວດັ່ງກ່າວນັ້ນ ເບິ່ງໃນດ້ານບວກ ຖືວ່າດີໄປອີກແບບໜຶ່ງ ຕາມການຄອມເມັ້ນ ຫຼື ຄໍາເຫັນຂອງຜູ້ອ່ານຂ່າວ; ສ່ວນຫຼາຍແມ່ນສະແດງໃຫ້ເຫັນເຖິງຄວາມຮັກຊາດ, ຄວາມຫວງແຫນຂອງປວງຊົນລາວທັງຊາດ ໃນການປົກປັກຮັກສາເຂດນໍ້າແດນດິນຂອງລາວ; ຫຼາຍຄົນຍາກອາສາສະໜັກໄປຕໍ່ສູ້ເອງ ແລະ ໃຫ້ກໍາລັງໃຈກໍາລັງທະຫານທີ່ປະຈໍາຢູ່ເຂດດັ່ງກ່າວ ຖືວ່າ ຊົມເຊີຍອີ່ຫຼີ ທາງດ້ານຄວາມຄິດເຫັນ, ແຕ່ຖ້າເກີດແທ້ຈະເປັນແບບໃດ.

ກະແສຂ່າວປອມ ທີ່ແຜ່ກະຈາຍໃນສື່ອອນລາຍ ກ່ຽວກັບ ສະຖານະການຄວາມບໍ່ສະຫງົບ ໃນບໍລິເວນຊາຍແດນ ລາວ-ກຳປູເຈຍ ເຂດຍອດເຊລຳເພົາ
ກະແສຂ່າວປອມ ທີ່ແຜ່ກະຈາຍໃນສື່ອອນລາຍ ກ່ຽວກັບ ສະຖານະການຄວາມບໍ່ສະຫງົບ ໃນບໍລິເວນຊາຍແດນ ລາວ-ກຳປູເຈຍ ເຂດຍອດເຊລຳເພົາ

+ ເບິ່ງອີກດ້ານໜຶ່ງ ຖືວ່າເປັນການສ້າງກະແສປັ່ນປ່ວນ, ສ້າງພາບພົດທີ່ບໍ່ດີໃຫ້ແກ່ປະເທດຊາດ, ເຮັດໃຫ້ການພົວພັນລະຫວ່າງປະເທດ ມີຄວາມເສື່ອມເສຍ ຍ້ອນກຸ່ມຄົນຈໍານວນໜຶ່ງ ຫຼື ສື່ອອນລາຍບາງສໍານັກທີ່ຕ້ອງການຍອດໄລ້ ພຽງເພື່ອຜົນປະໂຫຍດເລັກໜ້ອຍ ໂດຍບໍ່ຄໍານຶງເຖິງຜົນກະທົບທີ່ຈະຕາມມາ ເປັນຕົ້ນແມ່ນ:

ໄດ້ຕົວະຍົວະປັ່ນປ່ວນໃຫ້ປະຊາຊົນຈໍານວນຫຼາຍ ໂດຍສະເພາະຜູ້ບໍ່ຮູ້ເທົ່າບໍ່ເຖິງການ ຫຼົງເຊື່ອຂ່າວແບບງ່າຍດາຍ ແລະ ມີການແຊຕໍ່ກັນ ພ້ອມທັງມີການເວົ້າປາກຕໍ່ປາກກັນໄປ ເຮັດໃຫ້ປະຊາຊົນບໍ່ມີຄວາມເຊື່ອໜັ້ນ ໃນການນໍາພາຂອງພັກ-ລັດ ລວມໄປເຖິງໃສ່ຮ້າຍປ້າຍສີໃສ່ ລັດຖະບານ.

ນອກຈາກຂ່າວແບບນີ້, ຍັງມີຫຼາຍຂ່າວໃນ Facebook ແມ່ນລົງຂ່າວແບບບໍ່ມີຄວາມຈິງ ເປັນຕົ້ນໄລຍະນີ້ ສະຖານະການນໍ້າຖ້ວມຢູ່ຈຸດນັ້ນ, ຢູ່ຈຸດນີ້ ແລະ ປະຊາຊົນໄດ້ຮັບຜົນກະທົບ ໜັກໜາສາຫັດອີ່ຫຼີ ເຊິ່ງຫຼາຍບ່ອນກໍມີແທ້; ແຕ່ຄົນຈໍານວນໜຶ່ງຖືເອົາໂອກາດນີ້ ໂພດພາບນໍ້າຖ້ວມເຮືອນປະຊາຊົນ ແລະ ຫົນທາງຫຼາຍຈຸດ ເຊິ່ງເກີດແຕ່ປີຜ່ານໆມາ ເອົາມາລົງຂ່າວ ເພື່ອສ້າງສະຖານະການ ຫຼື ເພີ່ມຍອດໄລ້ໃຫ້ຫຼາຍ; ສ່ວນຜູ້ອ່ານຂ່າວ ກໍບໍ່ໃຊ້ວິຈາລະນະຍານໃນການອ່ານ ພາກັນແຊຕໍ່ໆກັນໄປ ໂດຍບໍ່ອ່ານເບິ່ງວັນເດືອນປີ ທີ່ໂພດລົງເຟສບຸກ ແລະ ບາດຮູ້ຕາມຫຼັງ ແມ່ນກະຈາຍໄປຢ່າງກວ້າງຂວາງແລ້ວ.

ຢ່າງໃດກໍຕາມ, ປະຊາຊົນຄວນໃຊ້ວິຈາລະນະຍານ ໃນການຮັບຟັງຂໍ້ມູນຂ່າວສານຜ່ານອິນເຕິເນັດ ແລະ ເຄືອຂ່າຍສັງຄົມອອນລາຍ, ຄວນກວດສອບທີ່ມາຂອງຂ່າວ ໂດຍສະເພາະ ຕ້ອງມີຜູ້ຢັ້ງຢືນຄັກແນ່ ຈຶ່ງສາມາດເຊື່ອຖືໄດ້. ທາງໜ່ວຍງານທີ່ກ່ຽວຂ້ອງດ້ານຄວາມໜັ້ນຄົງ ກໍຕ້ອງມີການກວດສອບ ແລະ ມີການດໍາເນີນການທາງດ້ານກົດໝາຍ ກັບບັນດາສື່ທີ່ໃຫ້ຂ່າວປອມນີ້ ຢ່າງເດັດຂາດ ເພາະຖ້າປ່ອຍປະລະເລີຍແບບນີ້ ເຊື່ອວ່າບໍ່ມີຜົນດີແນ່ນອນຕໍ່ປະເທດຊາດ.