ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ກອງບັນຊາການ ປກສ ແຂວງຄຳມ່ວນ ມອບລົດຄືນເຈົ້າຂອງເດີມ ປະເພດລົດກະບະ DAEHAN ( ແດຮັນ ) ສີຂາວ ໝາຍເລກທະບຽນ ກສ 0652 ສະຫວັນນະເຂດ; ກ່າວມອບໂດຍ ຮອ ສີທາ ແກ້ວສະຫວັນ ພະນັກງານວິຊາການ ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງຄຳມ່ວນ ແລະ ກ່າວຮັບໂດຍ ທ່ານ ແສງຈັນ ອາຍຸ 52 ປີ ຢູ່ບ້ານສຸນັນທາ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໃນວັນທີ 21 ສິງຫາ 2019.

ມອບລົດຄືນເຈົ້າຂອງເດີມ ທີ່ຢຶດໄດ້ຈາກຜູ້ຖືກຫາ ຊື່ ທ້າວ ເຈີ່ນເຟືອງຫ່າວ
ມອບລົດຄືນເຈົ້າຂອງເດີມ ທີ່ຢຶດໄດ້ຈາກຜູ້ຖືກຫາ ຊື່ ທ້າວ ເຈີ່ນເຟືອງຫ່າວ

ຮອ ສີທາ ແກ້ວສະຫວັນ ໃຫ້ຮູ້ວ່າ:

ໃນວັນທີ 12 ມິຖຸນາ 2019, ທາງເຈົ້າໜ້າທີ່ ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງຄຳມ່ວນ ໄດ້ຮັບແຈ້ງຄວາມຈາກ ທ້າວ ແສງຈັນ ໄຊຍະວົງ ວ່າ: ໃນວັນທີ 9 ມິຖຸນາ 2019, ໄດ້ມີຄົນຮ້າຍບໍ່ຮູ້ຊື່ ຈຳນວນ 4 ຄົນ ມາທຳຮ້າຍຮ່າງກາຍ ພ້ອມທັງບັງຄັບເອົາລົດຄັນດັ່ງກ່າວໄປ; ຈາກນັ້ນ, ຈຶ່ງໄດ້ຈັດກຳລັງວິຊາສະເພາະ ລົງກວດກາເກັບກຳຂໍ້ມູນຫຼັກຖານ ພ້ອມຄັດຈ້ອນເປົ້າໝາຍຜູ້ກະທຳຜິດ ຈຶ່ງຮູ້ວ່າຜູ້ລົງມືກໍ່ເຫດແມ່ນ ທ້າວ ເຈີ່ນເຟືອງຫ່າວ ອາຍຸ 48 ປີ ສັນຊາດຫວຽດນາມ ຢູ່ບ້ານບັກຫຼີ ນະຄອນດົງເຮີຍ ແຂວງກວາງບິ່ງ ສສ ຫວຽດນາມ ເຊົ່າເຮືອນຢູ່ບ້ານໂພນຄຳ ເມືອງຍົມມະລາດ ແຂວງຄຳມ່ວນ ເປັນໜຶ່ງໃນຈໍານວນ 4 ຄົນຮ້າຍ.

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ສືບສວນ-ສອບສວນ ຜູ້ຖືກຫາ ຄະດີລັກຊອບພົນລະເມືອງ
ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ສືບສວນ-ສອບສວນ ຜູ້ຖືກຫາ ຄະດີລັກຊອບພົນລະເມືອງ

ມາຮອດວັນທີ 6 ສິງຫາ 2019, ທາງເຈົ້າໜ້າທີ່ວິຊາສະເພາະ ໄດ້ສົມທົບກັບ ເຈົ້າໜ້າທີ່ ປກສ ເມືອງຍົມມະລາດ ກັກຕົວ ທ້າວ ເຈີນເຟືອງຫ່າວ ໄປດຳເນີນຄະດີຕາມລະບຽບກົດໝາຍ; ສຳຫຼັບຄະດີດັ່ງກ່າວ, ເຈົ້າໜ້າທີ່ພວມດໍາເນີນການຕິດຕາມຕົວພວກຮ່ວມກະທໍາຜິດໃນຄັ້ງນີ້ ເພື່ອນຳຕົວມາລົງໂທດຕາມລະບຽບກົດໝາຍຕໍ່ໄປ.

ມອບລົດຄືນເຈົ້າຂອງເດີມ ທີ່ຢຶດໄດ້ຈາກຜູ້ຖືກຫາ ຊື່ ທ້າວ ເຈີ່ນເຟືອງຫ່າວ
ມອບລົດຄືນເຈົ້າຂອງເດີມ ທີ່ຢຶດໄດ້ຈາກຜູ້ຖືກຫາ ຊື່ ທ້າວ ເຈີ່ນເຟືອງຫ່າວ