ໂດຍລໍຖ້າມື້ໃດໜຶ່ງທີ່ຜູ້ກ່ຽວນອນຫຼັບ, ທ້າວ H ແມ່ນໄດ້ໃຊ້ຫຼານໄປເອົາຄອມພິວເຕີໂນດບຸກຂອງຜູ້ກ່ຽວ ຈາກນັ້ນກໍໄດ້ເປີດ ແລະ ເຂົ້າໄປຕາມໜ້າເວັບໄຊ ທີ່ຜູ້ກ່ຽວມັກເຂົ້າໄປ. ປະມານເຄິ່ງຊົ່ວໂມງ ທ້າວ H ແລະ ເມຍ ກໍຕົກສະເງີ້ ເມື່ອກວດພົບ ແລະ ຮູ້ວ່າ ພໍ່ຂອງຕົນມີເມຍນ້ອຍຢູ່ທີ່ປະເທດສິງກະໂປ. ຫຼາຍກວ່ານັ້ນແມ່ນ ໃນຕອນໜຶ່ງຂອງຂໍ້ຄວາມທີ່ແຊັດກັບເມຍນ້ອຍນັ້ນ ໄດ້ເວົ້າວ່າ: ໃຫ້ ພໍ່ຕູ້ ບຸ່ຍວັນ Q ກຽມເງິນໄວ້ປະມານ 30.000 – 40.000 ໂດລາ ເພື່ອເຮັດວຽກໃດໜຶ່ງ.

ເຖິງບັ້ນທີ່ລູກໃພ້ ຕ້ອງໄດ້ລົງມືເຮັດການສອບຖາມຫຼາຍມື້ຫຼາຍວັນ, ຜູ້ກ່ຽວຈຶ່ງຍອມຮັບ ແລະ ເລົ່າເລື່ອງທັງໝົດໃຫ້ລູກຫຼານຟັງ. ທ້າວ H ໄດ້ຟ້າວໄປແຈ້ງຄວາມຕໍ່ ເຈົ້າໜ້າທີ່ຕຳຫຼວດ, ແຕ່ເບິ່ງແລ້ວ ມັນກໍຊ້າເກີນໄປເສຍແລ້ວ.

ມິດສາຊີບທາງອອນລາຍ ມີທຸກຮູບແບບ ຕ້ອງຮູ້ຈັກລະວັງ ບໍ່ເຊັ່ນນັ້ນອາດຕົກເປັນຜູ້ເຄາະຮ້າຍໄດ້
ມິດສາຊີບທາງອອນລາຍ ມີທຸກຮູບແບບ ຕ້ອງຮູ້ຈັກລະວັງ ບໍ່ເຊັ່ນນັ້ນອາດຕົກເປັນຜູ້ເຄາະຮ້າຍໄດ້

ຕາມການເລົ່າຂອງ ພໍ່ຕູ້ ບຸ່ຍວັນ Q ຮູ້ວ່າ:

ປະມານໄລຍະກາງປີ 2015, ຕົນເອງໄດ້ເຮັດຄວາມລຶ້ງເຄີຍກັບ ຜູ້ທີ່ມີຊື່ໃນອິນເຕີເນັດວ່າ ນາງ thuong thoung. ຫຼັງຈາກຫຼາຍຄັ້ງທີ່ມີການໂອ້ລົມສົນທະນາກັນ ຜ່ານການແຊັດສົ່ງຂໍ້ຄວາມ, ທັງສອງຝ່າຍແມ່ນເກີດມີແນວຄິດມັກຮັກກັນ ແລະ ນາງ thuong thoung ໄດ້ຮຽກຮ້ອງໃຫ້ຕົນເດີນທາງໄປປະເທດສິງກະໂປ ແລະ ໃນນັ້ນ ນາງ thuong thoung ກໍຍັງໄດ້ເວົ້າກັບຕົນວ່າ ເປັນຜູ້ທີ່ມີກິດຈະການຫາກິນແບບພໍໄປໄດ້ ແລະ ໄດ້ຊວນໃຫ້ຕົນເອງຮ່ວມກິດຈະການດັ່ງກ່າວ.

ຢູ່ທີ່ຫ້ອງນອນຂອງໂຮງແຮມແຫ່ງໜຶ່ງ, ຜູ້ຍິງຄົນດັ່ງກ່າວ ພ້ອມດ້ວຍຜູ້ຊາຍອີກຄົນໜຶ່ງ ທີ່ເປັນຄົນຕ່າງປະເທດ ໄດ້ເອົາເຈ້ຍຂາວຕັບໜຶ່ງມາໃຫ້ຕົນເບິ່ງ ແລ້ວກໍເກັບເອົາໄວ້ຄືນ; ຫຼັງຈາກນັ້ນ, ພວກເຂົາໄດ້ເອົາຕຸກນ້ຳອອກມາຈາກຕູ້ ຕໍ່ມາກໍເອົານ້ຳໃນຕຸກນັ້ນຢອດໃສ່ເຈ້ຍຈຳນວນດັ່ງກ່າວ. ສຸດທີ່ແປກປະຫຼາດໃຈ ເມື່ອເວລາຜ່ານໄປບໍ່ຮອດ 5 ນາທີ, ເຈ້ຍທີ່ຖືກນ້ໍາດັ່ງກ່າວນັ້ນ ໄດ້ກັບກາຍເປັນເງິນໃບລະ 100 ໂດລາ ແລະ ດ້ວຍຄວາມທີ່ຢ້ານຕົນບໍ່ເຊື່ອ ຜູ້ຊາຍຄົນດັ່ງກ່າວນັ້ນ ຍັງໄດ້ເຮັດໃຫ້ເບິ່ງອີກຫຼາຍຄັ້ງ.

ຫຼັງຈາກຄັ້ງນັ້ນ, ເມື່ອຕົນກັບມາ ຫວຽດນາມ ໄດ້ມາທ້ອນເບິ່ງເງິນໃນບັນຊີທະນາຄານ ໃນບັນຊີຝາກປະຢັດຂອງຕົນ ມີເງິນທັງໝົດປະມານ 30.000 ໂດລາ. ຕໍ່ມາ, ຕົນກໍໄດ້ຖອນເອົາເງິນດັ່ງກ່າວນີ້ໄປໃຫ້ເມຍນ້ອຍ; ເຖິງຢ່າງໃດກໍຕາມ, ເປົ້າໝາຍທັງສອງຄົນ ຍັງໄດ້ເວົ້າໃຫ້ຕົນຟັງຕື່ມວ່າ: ເຄື່ອງເຮັດເງິນປອມນີ້ ແມ່ນກຳລັງສັ່ງຈອງຈາກປະເທດອາເມລິກາ; ສະນັ້ນ, ມື້ໃດທີ່ເຄື່ອງມາຮອດ ຈຶ່ງຈະບອກໃຫ້ຕົນກັບມາປະເທດສິງກະໂປ ເພື່ອເອົາເງິນຕົ້ນທຶນ ແລະ ເງິນກຳໄລ.

ພໍ່ຕູ້ ບຸ່ຍວັນ Q ຖືກ ນາງ thuong thoung ຫຼອກລວງເອົາຫຼາຍຄັ້ງ
ພໍ່ຕູ້ ບຸ່ຍວັນ Q ຖືກ ນາງ thuong thoung ຫຼອກລວງເອົາຫຼາຍຄັ້ງ

ຈາກນັ້ນຕໍ່ມາ, ຜູ້ຍິງຄົນດັ່ງກ່າວນັ້ນ ແມ່ນໄດ້ມີການສົ່ງຂໍ້ຄວາມມາຫາຕົນ ເພື່ອຂໍເງິນໄປຈ່າຍຄ່າທຳນຽມຈຳນວນຫຼາຍສິບພັນໂດລາ. ດ້ວຍເລ່ລ່ຽມດັ່ງກ່າວ ຜູ້ຍິງຄົນນັ້ນ ຈຶ່ງໄດ້ຖອນເອົາເງິນຂອງ ພໍ່ຕູ້ ບຸ່ຍວັນ Q ທັງໝົດ 8 ຄັ້ງ, ລວມເງິນທີ່ເສຍໄປຫຼາຍກວ່າ 4 ຕື້ດົ່ງ. ໃນນັ້ນ, ຕົນໄດ້ກັບຄືນມາພຽງຄັ້ງລະ 500 ໂດລາ, ສ່ວນເງິນປີ້ຍົນ ແລະ ຄ່າການກິນຢູ່ທີ່ຕ່າງປະເທດ ແມ່ນ ພໍ່ຕູ້ ບຸ່ຍວັນ Q ຕ້ອງຮັບຜິດຊອບທັງໝົດ.

ຫຼັງຈາກທີ່ໄດ້ຖອນເອົາເງິນທັງໝົດແລ້ວ, ຜູ້ຍິງຄົນດັ່ງກ່າວນັ້ນ ແມ່ນໄດ້ລົບຂໍ້ມູນທັງໝົດທີ່ມີໃນອິນເຕີເນັດ ລວມທັງຮູບພາບ, ເບີໂທຕິດຕໍ່ ແລະອື່ນໆ, ສ່ວນ ພໍ່ຕູ້ ບຸ່ຍວັນ Q ແມ່ນນັ່ງຄອຍທາງຢ່າງບໍ່ມີຄວາມຫວັງ.

ແປ ແລະ ຮຽງຮຽບໂດຍ: ສ.ວົງໄຊ