ໃນວັນທີ 2 ກັນຍາ 2019, ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີ ໄຂສົກຮຽນໃໝ່ ສົກປີ 2019-2020; ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ມີບັນດາການນໍາຂອງແຂວງ, ເມືອງໄຊຍະບູລີ, ມີອໍານາດການປົກຄອງ ບ້ານເທດສະບານເມືອງ, ມີສະມາຄົມພໍ່-ແມ່ນັກຮຽນ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ເຂົ້າຮ່ວມພິທີ ໄຂສົກຮຽນໃໝ່ 2019-2020 ຂອງແຂວງ
ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ເຂົ້າຮ່ວມພິທີ ໄຂສົກຮຽນໃໝ່ 2019-2020 ຂອງແຂວງ

ທ່ານ ພັນ ດວງຕາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ກ່າວວ່າ: ການກະກຽມໃຫ້ແກ່ການໄຂສົກຮຽນໃໝ່ ສົກປີ 2019-2020 ນີ້, ພະແນກສືກສາທິການ ແລະ ກິລາແຂວງ ໄດ້ສົມທົບກັບອໍານາດການປົກຄອງແຕ່ລະຂັ້ນ ເພື່ອປຸກລະດົມພໍ່-ແມ່-ຜູ້ປົກຄອງໃຫ້ເອົາລູກ-ຫຼານມາເຂົ້າໂຮງຮຽນໃຫ້ໄດ້ຕາມຄາດໝາຍ; ພ້ອມທັງບູລະນະສ້ອມແປງອາຄານສະຖານທີ່ຮໍ່າຮຽນທີ່ເປ່ເພໃຫ້ກັບມານໍາໃຊ້ໄດ້ປົກກະຕິ ແລະ ພຽງພໍ, ໂດຍສະເພາະແມ່ນຊັ້ນປະຖົມ, ໄດ້ຂະຫຍາຍຊັ້ນ ມ ຕົ້ນ 2 ແຫ່ງ ແລະ ມັດທະຍົມສົມບູນ 5 ແຫ່ງ, ໄດ້ຈັດສົ່ງວັດຖຸອຸປະກອນການສຶກສາໃຫ້ ແຕ່ລະເມືອງ; ເປັນຕົ້ນແມ່ນປຶ້ມແບບຮຽນ, ປຶ້ມຄູ່ມື, ໄດ້ຈັດຝຶກອົບຮົມຄູສອນຊັ້ນ ປ 1 ແລະ ອໍານວຍການຊັ້ນປະຖົມໃນທົ່ວແຂວງ; ພ້ອມດຽວກັນ, ກໍໄດ້ວິເຄາະ, ວິໄຈສະພາບການສຶກສາ ແລະ ກິລາ ຕາມ 15 ຄາດໝາຍ, ໄດ້ເຊື່ອມຊຶມມະຕິວ່າດ້ວຍວຽກງານພັດທະນາຊັບພະຍາກອນມະນຸດ; ໃນນີ້, ໄດ້ລົງເລິກ 17 ມາດຕະການແກ້ໄຂບັນຫາຄູເຫຼືອບໍ່ພໍ, ການສັບຊ້ອນ-ຈັດສັນຄູ ແລະ ແກ້ໄຂບັນຫາຄູອາສາ ສະໝັກ.

ພິທີຕັດແຖບຜ້າ ແລະ ປ່ອຍປູມເປົ້າ ເພື່ອສຳເລັດພິທີໄຂສົກຮຽນໃໝ່ 2019-2020

ໃນໂອກາດໄຂສົກຮຽນດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ໄດ້ຮຽກຮ້ອງມາຍັງການນໍາທຸກອົງການຈັດຕັ້ງພັກ-ລັດ, ນັກທຸລະກິດ, ຜູ້ປະກອບການ, ຜູ້ປົກຄອງນັກຮຽນ, ອໍານາດການປົກຄອງບ້ານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈົ່ງສືບຕໍ່ເອົາໃຈໃສ່ໃນການພັດທະ ນາການສືກສາ ແລະ ກິລາຢ່າງຮອບດ້ານ, ສ້າງໃຫ້ມີໂຮງຮຽນຕົວແບບ, ສີຂຽວ, ປອດສິ່ງເສບຕິດ; ພ້ອມທັງຮັກສາມູນເຊື້ອນັກຮຽນເກັ່ງໄວ້ຕະຫຼອດໄປ, ສືບຕໍ່ໃຫ້ການ ສະໜັບສະໜູນຊ່ວຍເຫຼືອການສຶກສາ ແລະ ກິລາຢູ່ແຕ່ລະທ້ອງຖິ່ນ, ເພີ່ມທະວີປະສານສົມທົບລະຫວ່າງ 3 ສະຖາບັນ ຄື: ໂຮງຮຽນ, ສັງຄົມ ແລະ ຄອບຄົວໃຫ້ແໜ້ນແຟ້ນ, ໂດຍສະເພາະແມ່ນຄອບຄົວ ຕ້ອງເອົາໃຈໃສ່ໃນການສຶກສາອົບຮົມລູກ-ຫຼານຂອງຕົນ ເພື່ອສະກັດກັ້ນ ແລະ ຫຼີກລ່ຽງບໍ່ໃຫ້ມີສິ່ງຫຍໍ້ທໍ້ດ້ານຕ່າງໆເກີດຂຶ້ນ; ເຮັດໃຫ້ນັກຮຽນແຕ່ລະຄົນຮຽນດີ, ຮຽນເກັ່ງ ກາຍເປັນພົນລະເມືອງດີຂອງຊາດ ແລະ ຜູ້ສືບທອດພາລະກິດປະຕິວັດໃນອະນາຄົດ, ສືບຕໍ່ຍູ້ຂະບວນການສິລະປະ-ວັນນະຄະດີ ແລະ ກິລາ ໃຫ້ເປັນຂະບວນຟົດຟື້ນ ແລະ ໃນຕອນທ້າຍຂອງພິທີ ໄດ້ມີການຕັດແຖບຜ້າ ແລະ ປ່ອຍປຸມເປົ້າເປີດການຮຽນ-ການສອນຢ່າງເປັນທາງການ.