ປັດຈຸບັນ, ສະພາບ ປະກົດການຫຍໍ້ທໍ້ ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນຫຼາຍບັນຫາ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ການປຸ້ນຈີ້ – ຊີງຊັບ, ລັກຊັບພົນລະເມືອງ, ຍັກຍອກ – ສໍ້ໂກງຊັບ ແລະອື່ນໆ; ເຊິ່ງສິ່ງດັ່ງກ່າວນີ້ ໄດ້ສ້າງຄວາມເສຍທາງດ້ານຊັບສິນ, ຊີວິດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເຊິ່ງສະແດງອອກໃນ 1 ອາທິດ ທີ່ຜ່ານມາ ຄື: ໄດ້ມີຄະດີເກີດຂຶ້ນທັງໝົດ 40 ກວ່າເລື່ອງ ແລະ ກັກຕົວຜູ້ຖືກຫາໄດ້ຈໍານວນ 69 ຄົນ; ໃນນັ້ນ, ເດັ່ນກວ່າໝູ່ແມ່ນ ຄະດີລັກຊັບພົນລະເມືອງ ເກີດຂຶ້ນ 21 ເລື່ອງ ລວມຜົນເສຍຫາຍ 288.781.000 ກີບ.

ພາບປະກອບ: ຜູ້ຖືກຫາ ໃນຄະດີລັກຊັບພົນລະເມືອງ ໜຶ່ງໃນ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະ ນະຄອນຫຼວງ
ພາບປະກອບ: ຜູ້ຖືກຫາ ໃນຄະດີລັກຊັບພົນລະເມືອງ ໜຶ່ງໃນ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະ ນະຄອນຫຼວງ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ກ່ຽວກັບບັນດາ ປະກົດການຫຍໍ້ທໍ້ ວ່າ:

ສະພາບ ປະກົດການຫຍໍ້ທໍ້ ຢູ່ນະຄອນຫຼວງວງງຈັນ ຍັງສືບຕໍ່ເກີດຂຶ້ນຫຼາຍບັນຫາ ສະແດງອອກ ລະຫວ່າງວັນທີ 21 – 27 ສິງຫາ 2019 ທົ່ວນະຄອນຫຼວງວຽງຈັນ ມີຄະດີເກີດຂຶ້ນ 41 ເລື່ອງ, ກັກຕົວຜູ້ຖືກຫາ 69 ຄົນ ຍິງ 7 ຄົນ ແລະ ສາມາດແກ້ໄຂໄດ້ 22 ເລື່ອງ; ຄະດີທີ່ເກີດຂຶ້ນຫຼາຍກວ່າໝູ່ແມ່ນ ຄະດີລັກຊັບພົນລະເມືອງ ເກີດຂຶ້ນ 21 ເລື່ອງ ໃນນີ້ ລັກເຄື່ອງ 1 ເລື່ອງ, ລັກລົດຈັກ 12 ເລື່ອງ, ງັດແງະ 7 ເລື່ອງ ແລະ ທຸບແວນລົດ 1 ເລື່ອງ.

ສະພາບ ປະກົດການຫຍໍ້ທໍ້ ໃນ ນວ - ຄະດີທຸບແວ່ນລົດເອົາຊັບ
ສະພາບ ປະກົດການຫຍໍ້ທໍ້ ໃນ ນວ – ຄະດີທຸບແວ່ນລົດເອົາຊັບ

+ ຄະດີຊື້ຂາຍຢາເສບຕິດ 7 ເລື່ອງ, ເສບຢາເສບຕິດ 5 ເລື່ອງ, ຊີງຊັບ 3 ເລື່ອງ, ຊື້ຂາຍຊັບຜິດກົດໝາຍ 2 ເລື່ອງ, ສໍ້ໂກງຊັບ 2 ເລື່ອງ ແລະ ສະພາບຍິງປືນ 1 ເລື່ອງ; ສ່ວນຂອງກາງທີ່ສາມາດຢຶດໄດ້ມີ ຢາບ້າ ຈໍານວນ 9.283 ເມັດ, ຢາໄອສ໌ 2 ຫຼອດນ້ອຍ, ປືນສັ້ນບາເລັສຕາ 1 ກະບອກ, ລົດຈັກ 8 ຄັນ ແລະ ຕູ້ຈອດເຫຼັກ 1 ໜ່ວຍ.

ຈາກຄະດີທີ່ເກີດຂຶ້ນ ໄດ້ສ້າງຄວາມເສຍຫາຍ ສະເລ່ຍປະມານ 288.781.000 ກີບ, ລົດຈັກ 13 ຄັນ, ຄໍາຮູບປະພັນ 4 ບາດ ກັບ 2 ສະຫຼຶງ, ໂທລະສັບ 5 ໜ່ວຍ, ປືນສັ້ນວີແຢັກ 1 ກະບອກ, ຊີມັງ 5 ໂຕນ ແລະ ຂອງມີຄ່າອີກຈໍານວນໜຶ່ງ ເຊິ່ງສະແດງອອກໃນລາຍຄະດີ ດັ່ງຕໍ່ໄປນີ້:

ໃນວັນທີ 21 ສິງຫາ 2019, ທ້າວ ໂນຮາ ອາຍຸ 52 ປີ ເຊື້ອຊາດ – ສັນຊາດ ເກົາຫຼີໃຕ້ ພັກເຊົາຢູ່ບ້ານອານຸ ເມືອງຈັນທະບູລີ ເຊິ່ງຜູ້ກ່ຽວໄດ້ຢືນຢູ່ແຄມທາງເຂດບ້ານດັ່ງກ່າວ ແລ້ວມີຄົນຮ້າຍຈໍານວນ 2 ຄົນ ຂັບຂີ່ລົດຈັກ ເວບ 100 ສີແດງ ບໍ່ມີປ້າຍທະບຽນ ມາດຶງກະເປົາແລ້ວໜີໄປ ລວມຜົນເສຍຫາຍມີເງິນ 3.000 ໂດລາສະຫະລັດ, ໂທລະສັບ 1 ໜ່ວຍ ແລະອື່ນໆ; ຫຼັງຈາກນັ້ນ ໃນວັນທີ 25 ສິງຫາ, ທ້າວ ບີທໍ່ ອາຍຸ 24 ປີ ຢູ່ບ້ານຕານມີໄຊ ເມືອງໄຊທານີ ໄດ້ຈອດລົດຈັກຢູ່ແຄມທາງ ເຂດບ້ານໜອງທາເໜືອ ເມືອງຈັນທະບູລີ ກ່ອນຄົນຮ້າຍ ຈໍານວນ 2 ຄົນ ຂັບຂີ່ລົດຈັກ ເອັມເອັສເອັກ ສີດໍາ ບໍ່ມີປ້າຍ ມາດຶງກະເປົາ ແລ້ວຫຼົບໜີໄປ, ເຊິ່ງໃນກະເປົາມີເງິນ 3.400.000 ກີບ ແລະ ໂທລະສັບ 1 ເຄື່ອງ.

ນອກນີ້, ຍັງມີ ຄະດີທຸບແວນລົດ ໜຶ່ງໃນບັນດາ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນ ໃນວັນທີ 25 ສິງຫາ ເວລາປະມານ 21:30 ໂມງ ໂດຍຄົນຮ້າຍໄດ້ທຸບແວ່ນລົດ ໂຕໂຍຕ້າ ປຣາໂດ້ ສີຂາວ ໝາຍເລກທະບຽນ ກມ 7416 ຂອງ ທ້າວ ສຸດໃຈ ອາຍຸ 30 ປີ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ທີ່ຈອດໄວ້ຢູ່ຂ້າງຮ້ານອາຫານ ເຂດບ້ານຊຽງຍືນ ເຮັດໃຫ້ແວ່ນໜ້າລົດຄັນດັ່ງກ່າວ ແຕກ 1 ເບື້ອງ.

ຄະດີທຸບແວ່ນລົດ

ຕໍ່ກັບບັນຫາເຫຼົ່ານີ້, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ປະສານສົມທົບກັບບັນດາ ປກສ ເມືອງ ເອົາໃຈໃສ່ສະກັດກັດກັ້ນ ແລະ ແກ້ໄຂໜໍ່ແໜງ ປະກົດການຫຍໍ້ທໍ້ ໄດ້ຈໍານວນໜຶ່ງແລ້ວ, ແຕ່ກໍເຫັນວ່າ ຍັງມີອີກຫຼາຍກຸ່ມໄດ້ມີການເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ອັນພົ້ນເດັ່ນກໍແມ່ນ ຊອກເຄື່ອນໄຫວລັກຊັບພົນລະເມືອງ; ສະນັ້ນ, ປະຊາຊົນຈົ່ງມີສະຕິໃນຮັກສາຊັບສິນຂອງຕົນ ເພີ່ມເຕີມ, ກ່ອນເດີນທາງໄປ-ມາ ຄວນຫຼີກລ່ຽງພົກພາຂອງມີຄ່າຫຼາຍເກີນໄປ ເພື່ອບໍ່ໃຫ້ເປັນຊ່ອງວ່າງຂອງພວກຄົນບໍ່ດີ ທີ່ເຄື່ອນໄຫວກໍ່ເຫດໄດ້.