ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດຕັ້ງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຂຶ້ນໃນວັນທີ 2 ກັນ ຍາ 2019, ເຂົ້າຮ່ວມມີ ທ່ານ ນາງ ບົວຄຳ ທິບພະວົງ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການຍຸຕິທຳສະພາແຫ່ງຊາດ, ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີ ກຊສ, ມີບັນດາຄະນະກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດ; ຫົວໜ້າ ຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ບັນດາຄະນະພັກ, ພະນັກງານ-ລັດຖະກອນພາຍໃນ ກຊສ ເຂົ້າຮ່ວມ.

ທ່ານ ນາງ ບົວຄຳ ທິບພະວົງ ເຜີຍແຜ່ໃຫ້ຮູ້ວ່າ:

ກອງປະຊຸມດັ່ງກ່າວໄດ້ພ້ອມກັນພິຈາລະນາ, ຮັບຮອງ, ປະກອບຄຳເຫັນໃສ່ຫຼາຍ ບັນຫາສຳຄັນມີຜົນສຳເລັດຕາມລະດັບຄາດໝາຍ. ໃນນັ້ນ, ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ; ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນ ທ້າຍປີ 2019.

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII
ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII

ຈາກນັ້ນ, ຍັງໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນວ ຊຸດທີ I ທີ່ສຳເລັດລົງໃນວັນ ທີ 26 ກໍລະກົດ 2019; ໃນນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມກອງ ປະຊຸມ ໄດ້ພ້ອມກັນພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງ ນວ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2019 ແລະ ສະເໜີດັດແກ້ງົບປະມານ 6 ເດືອນທ້າຍປີ 2019 ຂອງ ນວ; ພິຈາລະນາ ແລະ ຮັບຮອງເອົາມະຕິກອງປະຊຸມສະໄໝສາມັນ ເທື່ອທີ 7 ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2019 ຂອງ ນວ.

ເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII
ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII

ການເຜີຍແຜ່ໃນຄັ້ງນີ້. ກໍເພື່ອເຮັດໃຫ້ບັນດາພະນັກງານ-ລັດ ຖະກອນທົ່ວ ກຊສ ໄດ້ຮັບຮູ້ ແລະ ເຂົ້າໃຈການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ເວົ້າສະເພາະແມ່ນບັນດາຜົນສຳເລັດດ້ານ ຕ່າງໆທີ່ເປັນບັນຫາຂອງຊາດ ທີ່ຈະໄດ້ມີການປັບປຸງ, ແກ້ໄຂ ຢ່າງລະອຽດ, ຖີ່ຖ້ວນໂດຍສະ ເພາະຮ່າງກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງ ແລະ ການອອກ ມະຕິກ່ຽວກັບການສືບຕໍ່ກວດກາຄືນບັນຫາໃບຕາດິນຊໍ້າຊ້ອນ ເຊິ່ງແມ່ນໜ້າທີ່ຮັບຜິດຊອບໂດຍກົງຂອງ ກຊສ ທີ່ຈະໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງຕໍ່ໜ້າ.