ທັງຊື້ທັງເສບຢາ ສານຕັດສິນຈຳຄຸກ 5 ປີ ພ້ອມປັບໃໝ 10 ລ້ານ

0
412

ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຕັດສິນຈຳເລີຍຄ້າຂາຍຢາເສບຕິດ ປະເພດຢາບ້າ ຊື່ ທ້າວ ເຊັງວື ອາຍຸ 33 ປີ ອາໄສຢູ່ທີ່ບ້ານນາແສນຄໍາ ເມືອງໄຊ ແຂວງອຸດົມໄຊ ທີ່ມີຂອງກາງຢາບ້າ 66 ເມັດ ຈຳຄຸກ 5 ປີ ແລະ ປັບໃໝ 10.000.000 ກີບ.

ການໄຕ່ສວນຄະດີດັ່ງກ່າວມີຂຶ້ນ ໃນວັນທີ 2 ສິງຫາ 2019 ໂດຍອີງຕາມສໍານວນຄະດີອາຍາ ເລກທີ 142/ອຍກຂ.ອຊ ຂໍ້ຫາການມີຢາບ້າໄວ້ໃນຄອບຄອງ ມີດັ່ງນີ້:

ໃນວັນທີ 25 ກຸມພາ 2019, ເຈົ້າໜ້າທີ່ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ໄດ້ອອກເຄື່ອນໄຫວວຽກງານວິຊາສະເພາະ ຢູ່ເຂດບ້ານນາແສນຄໍາ ຮອດເວລາປະມານ 14:00 ໂມງ ເຫັນຈຳເລີຍຍ່າງມາຕາມເສັ້ນທາງ ເມື່ອເຫັນເຈົ້າໜ້າທີ່ ຈຳເລີຍມີພຶດຕີກຳຕົກໃຈ ແລະ ຍ່າງກັບຄືນ ເຈົ້າໜ້າທີ່ຈຶ່ງເຂົ້າກວດຄົ້ນຕົວ ເຫັນຢາບ້າຈໍານວນ 66 ເມັດ ຢູ່ໃນຖົງໂສ້ງເບື້ອງຊ້າຍ ແລະ ກັກຕົວໄປດຳເນີນຄະດີ.

ນອກນີ້, ຈຳເລີຍ ຍັງສາລະພາບຕໍ່ ຄະນະສານ ວ່າ: ໃນວັນທີ 25 ກຸມພາ 2019, ໄດ້ໄປຊອກຊື້ຢາບ້າມາໄວ້ເສບ ເມື່ອໄປຮອດເຂດເສັ້ນທາງ 4 ແຍກ ບ້ານນາແສນຄໍາ ພົບຜູ້ຍິງ 1 ຄົນ ບໍ່ຮູ້ຊື່ ອາຍຸປະມານ 25 ປີ ຢືນຢູ່ແຄມທາງພ້ອມທັງຮ້ອງບອກວ່າ ມີຢາບ້າໃຫ້, ຈຳເລີຍກໍຕອບຕົກລົງໃນຈຳນວນ 100 ເມັດ, ເມື່ອໄດ້ຢາບ້າມາແລ້ວ ຈຳເລີຍກໍນຳມາເສບຢູ່ໃນປ່າຈໍານວນ 34 ເມັດ; ພໍຮອດເວລາປະມານ 14:00 ໂມງ, ໄດ້ເອົາຢາບ້າທີ່ຍັງເຫຼືອຈຳນວນ 66 ເມັດ ໃສ່ຖົງໂສ້ງເບື້ອງຊ້າຍແລ້ວຍ່າງກັບມາເຮືອນ ພໍຍ່າງຮອດເຂດເສັ້ນທາງລົດ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງ ໄປດໍາເນີນຄະດີ.

ສະນັ້ນ, ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີ ຢ່າງລະອຽດຖີ່ຖ້ວນ, ຮອບດ້ານ, ພາວະວິໄສແລ້ວ ຈຶ່ງເຫັນວ່າ: ການກະທໍາຂອງ ທ້າວ ເຊັງວື ( ຈໍາເລີຍ ) ໃນຄັ້ງນີ້ ມີຄວາມຜິດຕາມຂໍ້ກ່າວຫາແທ້ ຊຶ່ງມັນສະແດງອອກໃນເວລາ ເຈົ້າໜ້າທີ່ກັກຕົວຈໍາເລີຍ ພົບເຫັນຢາບ້າຈໍານວນ 66 ເມັດ, ໜັກ 6,3 ກຣາມ ຢູ່ໃນຖົງໂສ້ງເບື້ອງຊ້າຍ ຕາມບົດບັນທຶກການກັກຕົວ ສະບັບລົງວັນທີ 25 ກຸມພາ 2019 ແລະ ຄໍາໃຫ້ການຂອງຈໍາເລີຍ ສະບັບລົງວັນທີ 25 ກຸມພາ 2013, 14 ພຶດສະພາ 2019 ແລະ ວັນທີ 16 ກໍລະກົດ 2019.

ເຫັນວ່າ: ການກະທໍາໃນຄັ້ງນີ້ ເປັນການກະທໍາທີ່ແຕະຕ້ອງຕໍ່ ປະມວນກົດໝາຍອາຍາພາກສະເພາະ ໃນໝວດທີ 8 ເປັນການກະທໍາຜິດກ່ຽວກັບ ຢາເສບຕິດ ຕາມມາດຕາ 315 ວັກ 1 ການມີຢາບ້າໄວ້ໃນຄອບຄອງເພື່ອເສບ, ຊຶ່ງມາດຕາດັ່ງກ່າວໄດ້ກໍານົດວ່າ:

ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່າກວ່າ 100 ກຣາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 5-10 ປີ ແລະ ຈະຖືກປັບໃໝ ແຕ່ 10.000.000 – 100.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ນອກຈາກນີ້, ຍັງເຫັນວ່າ: ຈໍາເລີຍສາມາດຮູ້ໄດ້ວ່າ ຢາບ້າເປັນທາດເຄມີທີ່ເປັນໄພອັນຕະລາຍຕໍ່ລະບົບປະສາດຂອງຄົນ ເຊິ່ງກົດໝາຍໄດ້ເກືອດຫ້າມ, ບຸກຄົນຜູ້ໃດຫາກມີໄວ້ໃນຄອບຄອງ ແມ່ນມີໂທດທາງອາຍາ ແຕ່ຈໍາເລີຍກໍຍັງກະທໍາຜິດໂດຍເຈດຕະນາ ທີ່ບໍ່ເຄົາລົບຕໍ່ລະບຽບກົດໝາຍ ແລະ ຕ້ອງຮັບຜິດຊອບຕໍ່ການກະທໍາທີ່ຕົນກໍ່ຂຶ້ນ.

ຕໍ່ກັບຜູ້ຖືກຊັດທອດເຖິງ ແມ່ຍິງບໍ່ຮູ້ຊື່ ອາຍຸປະມານ 20 ປີນັ້ນ ທີ່ຈຳເລີຍໄດ້ອ້າງວ່າ: ເປັນບຸກຄົນທີ່ຂາຍຢາບ້າໃຫ້ຈຳເລີຍ ເຫັນວ່າ ທາງເຈົ້າໜ້າທີ່ບໍ່ສາມາດນໍາຕົວຜູ້ກ່ຽວ ມາດໍາເນີນຄະດີໄດ້ ເນື່ອງຈາກວ່າບໍ່ມີຂໍ້ມູນການເຄື່ອນໄຫວອັນແນ່ນອນ.