ຍອດຜູ້ເສຍຊີວິດ ຈາກເຮີຣິເຄນໂດຣຽນ ພັດຖະຫຼົ່ມ ບາຮາມາສ ເພີ່ມເປັນ 20 ຄົນ

0
1140

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 5 ກັນຍາ ວ່າ: ຄວາມເສຍຫາຍຈາກ ພາຍຸເຮີຣິເຄນໂດຣຽນ ໃນບາຮາມາສ ເລີ່ມປະກົດໃຫ້ເຫັນຊັດເຈນຂຶ້ນ ຫຼັງຈາກພາຍຸເຄື່ອນທີ່ຜ່ານໄປໂດຍສົມບູນ ໃນວັນທີ 4 ກັນຍາ ຜ່ານມາ, ໂດຍຫຼ້າສຸດ ຈຳນວນຜູ້ເສຍຊີວິດຈາກພາຍຸຄັ້ງຮຸນແຮງທີ່ສຸດທີ່ຖະລົ່ມ ບາຮາມາສ ເທົ່າທີ່ເຄີຍມີການບັນທຶກມາ ເພີ່ມຂຶ້ນເປັນ 20 ຄົນແລ້ວ.

ລາຍງານລະບູວ່າ: ໃນຈຳນວນຜູ້ເສຍຊີວິດ ມີ 17 ຄົນ ເສຍຊີວິດຢູ່ທີ່ເກາະອະບາໂກ, ສ່ວນອີກ 3 ຄົນ ເສຍຊີວິດທີ່ເກາະແກຣນ ບາຮາມາ; ແນວໃດກໍຕາມ, ຕົວເລກຜູ້ເສຍຊີວິດ ອາດຈະເພີ່ມຂຶ້ນອີກ ເນື່ອງຈາກວ່າຍັງສຳຫຼວດບໍ່ແລ້ວ.

ລັດຖະບານ ບາຮາມາສ ໄດ້ສົ່ງຕຳຫຼວດ, ນາຍທະຫານ, ນາຍແພດ, ພະຍາບານ ແລະ ເຈົ້າໜ້າທີ່ສາທາລະນະສຸກ ອອກຊ່ວຍເຫຼືອຜູ້ປະສົບໄພແລ້ວ; ໃນຂະນະທີ່ ຕຳຫຼວດຍາມຝັ່ງ ສະຫະລັດອາເມລິກາ, ທະຫານເຮືອອັງກິດ ແລະ ອົງກອນບັນເທົາທຸກ ລວມທັງ ສະຫະປະຊາຊາດ ແລະ ກາຊາດສາກົນ ກຳລັງຊ່ວຍກັນລຳລຽງອາຫານ ແລະ ຢາ ໄປຊ່ວຍຜູ້ລອດຊີວິດ ລວມເຖິງລຳລຽງຜູ້ທີ່ຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອຮີບດ່ວນ ອອກຈາກພື້ນທີ່ໂດຍທາງເຮລິກົບແຕ.

ເຮີຣິເຄນໂດຣຽນ ພັດຖະຫຼົ່ມ ບາຮາມາສ ປະມານມື້ເຄິ່ງ ດ້ວຍຄວາມໄວລົມ 295 ກິໂລແມັດຕໍ່ຊົ່ວໂມງ ແລະ ຝົນທີ່ຕົກລົງມາຢ່າງໜັກ ເຮັດໃຫ້ບ້ານເຮືອນໃນເກາະອະບາໂກ ແລະ ແກຣນ ບາຮາມາ ເຊິ່ງມີຜູ້ອາໄສຢູ່ປະມານ 70.000 ຄົນ ໄປເກືອບເຄິ່ງ ໂດຍບ້ານເຮືອນຈຳນວນຫຼາຍເຫຼົ່ານັ້ນ ຖືກທຳລາຍເຫຼືອພຽງຝາເຮືອນ ກ່ອນພາຍຸຈະເຄື່ອນທີ່ອອກຈາກ ບາຮາມາສ ມຸ່ງໜ້າໄປຍັງ ສະຫະລັດອາເມລິກາ.